ຕາມການກໍານົດທິດ, 6G ໄດ້ຮັບການອອກແບບເປັນລະບົບ AI-native, ເຊິ່ງໄດ້ປະມວນເອົາປັນຍາປະດິດທີ່ໂລ່ງລ່ຽນຈາກອຸປະກອນ, ເຄືອຂ່າຍຕະຫຼອດຮອດພື້ນຖານໂຄງລ່າງ cloud computing. ເຕັກໂນໂລຍີດັ່ງກ່າວ ໄດ້ພັດທະນາຢູ່ໃນສາມເສົາຄໍ້າຫຼັກ, ຄື: ການເຊື່ອມຕໍ່ລຸ້ນໃໝ່, ການສຳຜັດໃນພື້ນທີ່ກວ້າງ ແລະຄວາມສາມາດໃນການຄຳນວນທີ່ມີປະສິດທິພາບສູງ.

ເລື່ອງ Viettel ເຂົ້າຮ່ວມການເຄື່ອນໄຫວຄົ້ນຄວ້າ 6G, ທົດລອງລະບົບ ແລະອຸປະກອນການຄ້າລ່ວງໜ້າໃນປີ 2028, ປະກອບສ່ວນເຂົ້າໃນການສ້າງມາດຕະຖານ ແລະກະກຽມໃຫ້ການຜັນຂະຫຍາຍການຄ້າ ແຕ່ປີ 2029.

Viettel ກຳນົດ “ຫັນ 6G ເປັນການຄ້າ” ບໍ່ພຽງແຕ່ເປັນການສະໜອງການບໍລິການໂທລະຄົມມະນາຄົມ 6G ໃນອະນາຄົດເທົ່ານັ້ນ, ຫາກຍັງເປັນການດຳເນີນທຸລະກິດບັນດາຜະລິດຕະພັນເຕັກໂນໂລຢີ 6G ໂດຍ Viettel ຄົ້ນຄວ້າ, ພັດທະນາ ແລະຜະລິດ, ລວມທັງອຸປະກອນເຄືອຂ່າຍ, ພື້ນຖານຊອບແວ ແລະ ລະບົບນິເວດອຸປະກອນອັດສະລິຍະປະມວນ AI.

leftcenterrightdel
ທ່ານພົນຕີ ຕ່າວດຶກຖັງ, ກໍາມະການສູນກາງພັກ, ປະທານທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel ແລະ ທ່ານ Alkash Palkhiwala, ຜູ້ອໍານວຍການດ້ານການເງິນ ທັງເປັນ CEO ຂອງ Qualcomm ທີ່ເຫດການ MWC Barcelona 2026. ພາບ: qdnd.vn

ທ່ານພົນຕີ ຕ່າວດຶກຖັງ, ກໍາມະການສູນກາງພັກ, ປະທານ ທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel ໃຫ້ຮູ້ວ່າ: “ການເຂົ້າຮ່ວມພັນທະມິດ 6G ທົ່ວໂລກສະແດງໃຫ້ເຫັນຄໍາໝັ້ນສັນຍາຂອງ Viettel ໃນການເປັນເຈົ້າຂອງເຕັກໂນໂລຢີຫຼັກ, ປະກອບສ່ວນເຂົ້າໃນລະບົບນິເວດ 6G ແຕ່ໄລຍະທຳອິດ. ພວກຂ້າພະເຈົ້າ ຫວັງວ່າ ຈະຮ່ວມມືກັບບັນດາຄູ່ຮ່ວມມືເພື່ອຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ, ພ້ອມທັງສະເໜີບັນດາຜະລິດຕະພັນເຕັກໂນໂລຢີໂດຍ ຫວຽດນາມ ຄົ້ນຄວ້າ, ພັດທະນາເຂົ້າຮ່ວມລະບົບມູນຄ່າທົ່ວໂລກຢ່າງເລິກເຊິ່ງກ່ວາອີກ”.

ທ່ານ Alkash Palkhiwala, ຜູ້ອໍານວຍການດ້ານການເງິນ ທັງເປັນ CEO ຂອງ Qualcomm ແບ່ງປັນວ່າ: “Viettel ແມ່ນໜຶ່ງໃນບັນດາກຸ່ມບໍລິສັດກ້າວໜ້າທີ່ສຸດ, ຕອບສະໜອງໄວ ແລະ ດີເລີດຕາມທີ່ພວກເຮົາເຄີຍຮ່ວມມືມາໃນໂລກ. ລະດັບຄວາມໄວໃນການປ່ຽນແປງໃໝ່ ແລະຄວາມສາມາດປະຕິບັດຂອງເຂົາເຈົ້າແມ່ນປະທັບໃຈແທ້ໆ. ພວກຂ້າພະເຈົ້າ ເຫັນໄດ້ຄວາມກ້າວໜ້າເທື່ອລະກ້າວໃນຂະແໜງ, ແຕ່ການພົວພັນຄູ່ຮ່ວມມືນີ້ມີຄວາມສາມາດບົ່ມຊ້ອນ ທີ່ຈະສ້າງສິ່ງທີ່ແຕກຕ່າງ, ເຊິ່ງເປັນບາດກ້າວບຸກທະລຸຄັ້ງທໍາອິດໃນໂລກ.  Qualcomm ມີຄວາມເຄົາລົບຕໍ່ການສະໜັບສະໜູນຢ່າງແຂງແຮງຂອງ Viettel ແລະຈາກປະເທດຫວຽດນາມ. ນີ້ແມ່ນຄຳໝັ້ນສັນຍາຮ່ວມມືໃນໄລຍະຍາວ”.

leftcenterrightdel
ທີ່ເຫດການ MWC Barcelona 2026, ລະບົບນິເວດ 5G Open RAN ໂດຍ Viettel ແລະ Qualcomm ຮ່ວມມືພັດທະນາໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກຜູ້ຢ້ຽມຊົມ. ພາບ: qdnd.vn

ທີ່ເຫດການດັ່ງກ່າວ, Viettel ຍັງໄດ້ປະກາດພິທີລົງນາມໃນບົດບັນທຶກຊ່ວຍຈໍາກັບ Qualcomm Technologies, Inc. ແນໃສ່ສ້າງການຮ່ວມມືຍຸດທະສາດໃນຂົງເຂດອຸປະກອນມືຖືອັດສະລິຍະປະມວນ AI. ຕາມເນື້ອໃນຂອງບົດບັນທຶກຊ່ວຍຈໍາແລ້ວ, ສອງຝ່າຍລ້ວນແຕ່ມຸ່ງໄປເຖິງເປົ້າໝາຍພ້ອມກັນພັດທະນາ ແລະຫັນອຸປະກອນມືຖືອັດສະລິຍະ  flagship ເປັນການຄ້າ. Qualcomm ຈະສະໜອງ ຫຼື ອະນຸຍາດໃຫ້ມີການອອກໃບອະນຸຍາດອ້າງອີງການອອກແບບ (reference design) ໃຫ້ແກ່ອຸປະກອນ, ພ້ອມທັງໜູນຊ່ວຍດ້ານເຕັກນິກໃນວິວັດການປະເມີນຜົນ ແລະປະມວນ. Viettel ຈະພັດທະນາ, ຜະລິດໂດຍກົງ, ຫັນຜະລິດຕະພັນເປັນການຄ້າໂດຍອີງໃສ່ພື້ນຖານດັ່ງກ່າວ, ເຊິ່ງຈະປະມວນເອົາລະບົບນິເວດຊອບແວ Agentic AI ໂດຍ  Viettel ພັດທະນາດ້ວຍຕົນເອງ. ການສົມທົບລະຫວ່າງຮາດແວຂອງ Qualcomm ກັບ Agentic AI ຂອງ Viettel ໄດ້ຮັບຄວາມຫວັງວ່າ ຈະສ້າງອຸປະກອນອັດສະລິຍະລຸ້ນໃໝ່, ສວມບົດບາດສຳຄັນໃນລະບົບນິເວດ 5G ໃນປະຈຸບັນ ແລະກ້າວໄປສູ່ 6G ໃນອະນາຄົດ.

ປະຈຸບັນ Viettel ແມ່ນກຸ່ມບໍລິສັດນໍາໜ້າໃນການຜັນຂະຫຍາຍ 5G ແລະ Open RAN ດ້ວຍການຄ້າຂະໜາດໃຫຍ່. ດ້ວຍການປະກາດຢູ່ MWC Barcelona 2026, Viettel ສືບຕໍ່ເຂົ້າຮ່ວມຂັ້ນຕອນກໍ່ສ້າງພື້ນຖານເຕັກນິກ 6G ໂດຍຜ່ານການຄົ້ນຄວ້າສະຖາປັດຕະຍະກຳທາງເຄືອຂ່າຍອິນເຕີແນັດ, ການທົດສອບເຕັກໂນໂລຢີຫຼັກ, ຊຸກຍູ້ການສ້າງມາດຕະຖານສາກົນ.

ໂດຍ: ທູຈາງ