ປັດໄຈຕັດສິນການພັດທະນາ
ໃນຂະບວນການນຳພາການປະຕິວັດ, ພັກກອມມູນິດຫວຽດນາມ ຍາມໃດກໍ່ຖືປັດໄຈມະນຸດເປັນສຳຄັນພິເສດ. ນັບແຕ່ຊຸມວັນສ້າງຕັ້ງພັກ, ປະທານ ໂຮ່ຈີມິນ ໄດ້ຢືນຢັນວ່າ: “ທຸກວຽກງານທີ່ປະສົບຜົນສຳເລັດ ຫຼືປະລາໄຊ ລ້ວນແຕ່ຂຶ້ນກັບພະນັກງານດີ ຫຼື ອ່ອນ”. ແນວຄິດນັ້ນພັກກອມມູນິດໄດ້ສືບຕໍ່ສືບທອດ ແລະພັດທະນາໃນກອງປະຊຸມໃຫຍ່ຄັ້ງຕ່າງໆ, ຢືນຢັນຢ່າງສະເໝີຕົ້ນສະເໝີປາຍວ່າ ມະນຸດແມ່ນແຫຼ່ງກຳລັງທີ່ມີຄວາມສຳຄັນທີ່ສຸດ, ແມ່ນປັດໄຈຕັດສິນການພັດທະນາຂອງປະເທດ.
ໃນຫຼາຍປີຜ່ານມາ, ຫຼາຍແຜນນະໂຍບາຍ ແລະນະໂຍບາຍໃຫຍ່ຂອງພັກ ແລະລັດ ໄດ້ສຸມໃສ່ໜ້າທີ່ກໍ່ສ້າງ ແລະພັດທະນາຄົນຫວຽດນາມ ໃຫ້ຮອບດ້ານ. ມະຕິຕ່າງໆຂອງພັກກ່ຽວກັບການພັດທະນາວັດທະນະທຳ, ການກໍ່ສ້າງມະນຸດ, ການພັດທະນາບຸກຄະລາກອນ, ໂດຍສະເພາະແມ່ນບັນດາແຜນນະໂຍບາຍກ່ຽວກັບລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າວັດທະນະທຳ ແລະມາດຕະຖານຄົນຫວຽດນາມ ໃນໄລຍະໃໝ່ໄດ້ສ້າງພື້ນຖານສຳຄັນໃຫ້ແກ່ການພັດທະນາແບບຍືນຍົງຂອງສັງຄົມ. ພຶດຕິກຳຕົວຈິງຈາກກິດຈະການປ່ຽນແປງໃໝ່ຂອງປະເທດຈົນຮອດປະຈຸບັນໄດ້ສະແດງອອກໃຫ້ເຫັນວ່າ ມະນຸດໄດ້ສ້າງເງື່ອນໄຂພັດທະນາຢ່າງຮອບດ້ານນັ້ນ, ກຳລັງປະດິດຄິດສ້າງຂອງສັງຄົມໄດ້ເສີມຂະຫຍາຍຢ່າງແຂງແຮງ. ຄົນຫວຽດນາມ ດ້ວຍຈິດໃຈຂະຫຍັນຂັນເຄື່ອນ, ປະດິດສ້າງ, ດຸໝັ້ນຂະຫຍັນພຽນໃນການອອກແຮງງານ ແລະມີຄວາມຄາດຫວັງຢາກບືນຕົວຂຶ້ນໄດ້ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດອັນໃຫຍ່ຫຼວງ. ມີຄວາມໝາຍປະຫວັດສາດ.
    |
 |
|
ພາບປະກອບຄັດຈາກ: xaydungchinhsach.chinhphu.vn |
ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ໄດ້ສືບຕໍ່ຢືນຢັນຢ່າງຈະແຈ້ງກ່ຽວກັບທັດສະນະພັດທະນາຄົນຫວຽດນາມ ຢ່າງຮອບດ້ານກ່ຽວກັບຈັນຍາບັນ, ສະຕິປັນຍາ, ສະຕິຊາດ, ຄວາມຮັບຜິດຊອບຂອງພົນລະເມືອງ, ກຳລັງຄວາມສາມາດປະດິດຄິດສ້າງ, ທັກສະການໃຊ້ຊີວິດ ແລະທັກສະອາຊີບ. ເອົາໃຈໃສ່ກໍ່ສ້າງຄົນຫວຽດນາມ ໃຫ້ມີນ້ຳໃຈຮັກຊາດ, ຄຸນທາດການເມືອງໝັ້ນແກ່ນ, ຄຸນສົມບັດບໍລິສຸດຜຸດຜ່ອງ, ສະຕິປັນຍາ ແລະກຳລັງຄວາມສາມາດປະດິດສ້າງ, ມີຄວາມຄາດຫວັງຢາກອຸທິດຕົນໃຫ້ແກ່ການພັດທະນາຂອງປະເທດ. ນີ້ທັງແມ່ນເປົ້າໝາຍ ແລະທັງແມ່ນກຳລັງໜູນທີ່ສຳຄັນ ເພື່ອປະຕິບັດຍຸດທະສາດພັດທະນາໃນໄລຍະໃໝ່ໄດ້ຢ່າງມີໄຊ.
ຕາມເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ໃນໄລຍະພັດທະນາໃໝ່, ການກໍ່ສ້າງຄົນຫວຽດນາມ ບໍ່ພຽງແຕ່ຢຸດຢູ່ທີ່ການບຳລຸງສ້າງສະຕິປັນຍາ ຫຼືຍົກສູງລະດັບຄວາມຮູ້ດ້ານວິຊາສະເພາະເທົ່ານັ້ນ, ແຕ່ຕ້ອງມຸ່ງໄປເຖິງການພັດທະນາມະນຸດໃຫ້ຮອບດ້ານ. ຄົນຫວຽດນາມ ໃນໄລຍະໃໝ່ຕ້ອງມີຄົບປັດໄຈສຸຂະພາບ, ຊີວິດການເປັນຢູ່ທາງດ້ານຈິດໃຈຢ່າງອຸດົມສົມບູນ, ມີສະຕິປັນຍາ ແລະກຳລັງຄວາມສາມາດປະດິດສ້າງ, ມີພື້ນຖານວັດທະນະທຳທີ່ໝັ້ນແກ່ນ ແລະມີຄຸນທາດການເມືອງ ແລະແນວຄິດທີ່ໜັກແໜ້ນ. ການພັດທະນາລະຫວ່າງປັດໄຈເຫຼົ່ານັ້ນ ຈະສ້າງຄົນໃຫ້ມີທັງຄວາມຄາດຫວັງຢາກບືນຕົວຂຶ້ນ, ທັງມີຄວາມຮັບຜິດຊອບຕໍ່ກັບວົງຄະນະຍາດ, ມີຄວາມສາມາດປັບຕົວໃຫ້ແທດເໝາະ ແລະແກ່ງແຍ້ງແຂ່ງຂັນໃນສະພາບແວດລ້ອມທີ່ເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກເຊິ່ງກວ້າງຂວາງ.
ການພັດທະນາຄົນໃຫ້ຮອບດ້ານແມ່ນການສ້າງກຳລັງແຮງພາຍໃນສຳຄັນທີ່ສຸດໃຫ້ແກ່ການພັດທະນາປະເທດຊາດ. ເມື່ອແຕ່ລະຄົນໄດ້ຮັບການເບິ່ງແຍງດູແລຢ່າງຄົບຖ້ວນກ່ຽວກັບສຸຂະພາບຮ່າງກາຍ, ໄດ້ບຳລຸງສ້າງກ່ຽວກັບສະຕິປັນຍາ, ໄດ້ຫຼໍ່ລ້ຽງດ້ວຍບັນດາຄຸນຄ່າວັດທະນະທຳ ແລະຄຸນສົມບັດອັນດີງາມນັ້ນ, ກຳລັງແຮງຂອງທົ່ວວົງຄະນະຍາດ, ຊົນຊາດຊົນເຜົ່າ ຈະໄດ້ທະວີຄູນຂຶ້ນ, ກາຍເປັນກຳລັງໜູນໃຫ້ແກ່ປະເທດຊາດພັດທະນາໄວ ແລະຍືນຍົງ.
ການປັບປຸງມາດຕະຖານຄົນຫວຽດນາມ
ເພື່ອປັບປຸງມາດຕະຖານຄົນຫວຽດນາມ, ກ່ອນອື່ນໝົດຕ້ອງສືບຕໍ່ຍົກສູງຄວາມຮັບຮູ້ໃນທົ່ວສັງຄົມກ່ຽວກັບຖານະບົດບາດ, ທີ່ຕັ້ງຂອງປັດໄຈມະນຸດໃນຍຸດທະສາດພັດທະນາຂອງປະເທດ. ບັນດາຄະນະພັກ, ອົງການຈັດຕັ້ງພັກ, ອຳນາດການປົກຄອງ ແລະອົງການຈັດຕັ້ງການເມືອງ-ສັງຄົມ ຕ້ອງຖືການກໍ່ສ້າງມະນຸດແມ່ນໜ້າທີ່ໃຈກາງຂອງຍຸດທະສາດພັດທະນາວັດທະນະທຳ-ສັງຄົມ, ຕິດພັນກັບຂະບວນການພັດທະນາເສດຖະກິດ ແລະສ້າງລະບົບຄຸນຄ່າແຫ່ງຊາດ. ຍູ້ແຮງການສຶກສາອຸດົມການປະຕິວັດ, ຄຸນສົມບັດ, ວິຖິຊີວິດໃຫ້ປະຊາຊົນໝົດທຸກຄົນ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ, ວຽກງານສຶກສາຢູ່ບັນດາໂຮງຮຽນຕ້ອງມຸ່ງໄປເຖິງການບຳລຸງສ້າງນ້ຳໃຈຮັກຊາດ, ສະຕິຄວາມຮັບຜິດຊອບທາງສັງຄົມ, ປຸກລຸກຄວາມຄາດຫວັງພັດທະນາປະເທດໃຫ້ວັດທະນາຖາວອນ, ມີຄວາມຜາສຸກ.
ພ້ອມທັງເອົາໃຈໃສ່ພັດທະນາຄົນຫວຽດນາມ ທັງດ້ານສຸຂະພາບຮ່າງກາຍ ແລະຈິດໃຈ. ໃນນັ້ນ, ຮັບປະກັນໃຫ້ພົນລະເມືອງຫວຽດນາມ ໃນໄລຍະໃໝ່ຕ້ອງມີກຳລັງກາຍດີ, ສຸຂະພາບແຂງແຮງ, ວິຖີຊີວິດວິທະຍາດສາດ, ມີຄວາມສາມາດຢ່າງພຽງພໍໃນການອອກແຮງງານ, ປະດິດສ້າງ, ຮ່ຳຮຽນຕະຫຼອດຊີວິດ ແລະປັບຕົວໃຫ້ແທດເໝາະກັບຈັງຫວະຂອງການພັດທະນາຢ່າງວ່ອງໄວຂອງຍຸກສະໄໝ. ເອົາໃຈໃສ່ບຳລຸງສ້າງຊ່ວຍຄົນຫວຽດນາມ ມີຊີວິດການເປັນຢູ່ດ້ານຈິດໃຈຢ່າງອຸດົມສົມບູນ, ປອດໃສ, ມີຄວາມຮັບຜິດຊອບຕໍ່ຄອບຄົວ, ວົງຄະນະຍາດ, ປະເທດຊາດ.
ຕ້ອງກຳນົດວ່າ ຄອບຄົວມີບົດບາດພື້ນຖານໃນການສ້າງຄະລິກກະພາບ; ໂຮງຮຽນມີໜ້າທີ່ສຶກສາອົບຮົມຮອບດ້ານທັງດ້ານສະຕິປັນຍາ ແລະຄຸນສົມບັດ; ສັງຄົມຕ້ອງສ້າງສະພາບແວດລ້ອມວັດທະນະທຳທີ່ປອດໃສ, ເຊີດຊູບັນດາຄຸນຄ່າຄວາມຈິງ, ຄວາມດີ, ຄວາມງາມ; ເດັດດ່ຽວຕໍ່ສູ້ກັບປະກົດການບໍ່ດີ. ຄຽງຄູ່ກັນນັ້ນ, ຕ້ອງເອົາໃຈໃສ່ພົບເຫັນ, ບຳລຸງສ້າງ ແລະທະວີຄູນບັນດາແບບຢ່າງດີເດັ່ນໃນການອອກແຮງງານ, ຮ່ຳຮຽນ ແລະອຸທິດຕົນໃຫ້ແກ່ສັງຄົມ; ປະກອບສ່ວນສ້າງພື້ນຖານຄຸນສົມບັດສັງຄົມທີ່ໝັ້ນແກ່ນ.
ສຳລັບກອງທັບ, ຄະນະພັກ, ການນຳທຸກຂັ້ນຕ້ອງເອົາໃຈໃສ່ຕໍ່ການສຶກສາອົບຮົມ, ບຳລຸງສ້າງ ເພື່ອໃຫ້ພະນັກງານ, ນັກຮົບແຕ່ລະຄົນມີຄຸນທາດການເມືອງ, ຍົກສູງລະດັບວິຊາສະເພາະ), ຮັກສາລະບຽບວິໄນ, ເສີມຂະຫຍາຍຄຸນທາດອັນສູງສົ່ງຂອງທະຫານລຸງໂຮ່, ແຜ່ຂະຫຍາຍບັນດາຄຸນຄ່າອັນດີງາມໃນສັງຄົມ, ປະກອບສ່ວນກໍ່ສ້າງ, ປັບປຸງມາດຕະຖານຄົນຫວຽດນາມ ໃໝ່ໃຫ້ສົມບູນ.
ການກໍ່ສ້າງມາດຕະຖານຄົນຫວຽດນາມ ໃຫ້ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາໃນໄລຍະໃໝ່ແມ່ນໜ້າທີ່ຍຸດທະສາດອັນຍາວນານຂອງທົ່ວລະບົບການເມືອງ ແລະທົ່ວສັງຄົມ. ເມື່ອບັນດາຄຸນຄ່າອັນດີງາມໄດ້ຮັບການເພີ່ມພູນຄູນສ້າງ ແລະແຜ່ຂະຫຍາຍ, ປະຊາຊົນແຕ່ລະຄົນຕ້ອງຮັບຮູ້, ກຳນົດຄວາມຮັບຜິດຊອບຢ່າງຊັດເຈນ, ສ້າງຄວາມຄາດຫວັງອຸທິດຕົນ ແລະສ້າງນ້ຳໃຈຮັບຜິດຊອບຕໍ່ວົງຄະນະຍາດ, ນັ້ນແມ່ນແຫຼ່ງກຳລັງແຮງພາຍໃນອັນໃຫຍ່ຫຼວງ ເພື່ອໃຫ້ປະເທດພັດທະນາໄວ ແລະຍືນຍົງ.
ໂດຍ: ແສງເດືອນ