ກ່າວຄຳເຫັນທີ່ພິທີໄຂງານວາງສະແດງໂລກດີຈີຕອນ 2021, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ  ຢືນຢັນວ່າ ລັດຖະບານຫວຽດນາມ ຖືພື້ນຖານໂຄງລ່າງດີຈີຕອນ, ຖານຂໍ້ມູນ ແລະພື້ນຖານດີຈີຕອນແຫ່ງຊາດ ເປັນປັດໄຈຫຼັກແຫຼ່ງ ແລະພວມມານະພະຍາຍາມເພີ່ມຄວາມໄວໃນວິວັດການຫັນປ່ຽນດີຈີຕອນແຫ່ງຊາດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່າວຄຳເຫັນທີ່ພິທີໄຂງານວາງສະແດງໂລກດີຈີຕອນ 2021. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຖືວ່າ ງານວາງສະແດງໂລກດີຈີຕອນ 2021 ມີລັກສະນະເຊື່ອມຕໍ່, ແຜ່ຂະຫຍາຍ ແລະຍິ່ງມີຄວາມໝາຍກວ່າເມື່ອໄດ້ຈັດຂຶ້ນໃນສະພາບການທີ່ໂລກສືບຕໍ່ປະເຊີນໜ້າກັບ “ສິ່ງທ້າທາຍຄວບຄູ່”: ທັງຕ້ານພະຍາດໂຄວິດ-19, ທັງເປັນເຈົ້າການຮັບມືຢ່າງປອດໄພ, ມີໄຫວພິບ ແລະມີປະສິດທິຜົນ ເພື່ອຟື້ນຟູ ແລະພັດທະນາເສດຖະກິດ-ສັງຄົມ.

ຕາມທ່ານນາຍົກລັດຖະມົນຕີແລ້ວ, ຂະບວນການຫັນປ່ຽນດີຈີຕອນ ເພື່ອສ້າງໂລກດີຈີຕອນບໍ່ແມ່ນຂອງສະເພາະປະເທດ, ອົງການຈັດຕັ້ງ ຫຼືສ່ວນບຸກຄົນໃດໜຶ່ງ ແລະບໍ່ມີປະເທດ, ອົງການຈັດຕັ້ງ ຫຼືບຸກຄົນໃດສາມາດຢູ່ນອກເໜືອວິວັດທະນາການຫັນປ່ຽນດີຈີຕອນຂອງມວນມະນຸດ. ນີ້ແມ່ນບັນຫາທົ່ວໂລກ, ສະນັ້ນຕ້ອງມີວິທີສໍາຜັດທົ່ວໂລກ, ມີການປະກອບສ່ວນເຫື່ອແຮງທົ່ວໂລກ.

ທ່ານນາຍົກລັດຖະມົນຕີ ກໍ່ຖືວ່າ ການຫັນປ່ຽນດີຈີຕອນຕ້ອງຖືປະຊາຊົນເປັນໃຈກາງ, ເປັນເຈົ້າກຳ ແລະເປັນເປົ້າໝາຍຂອງການພັດທະນາ. ສະນັ້ນ, ບົດບາດນຳພາຂອງລັດຖະບານ ກໍ່ຄືຂໍ້ລິເລີ່ມ, ແຜນການຮ່ວມມືຈຸດສຸມຂອງ ITU ຕ້ອງມຸ່ງໄປສູ່ເປົ້າໝາຍນີ້ ເພື່ອບໍ່ໃຫ້ໃຜຖືກປະໄວ້ຢູ່ເບື້ອງຫຼັງ.

ໂດຍ: ທະນາພອນ