ITU Digital World ແມ່ນເຫດການທົ່ວໂລກປະຈໍາປີຂອງ ITU ເຊິ່ງແມ່ນບ່ອນທີ່ວິສາຫະກິດໂທລະຄົມມະນາຄົມ ແລະເຕັກໂນໂລຢີຂໍ້ມູນຂ່າວສານແຫ່ງຕ່າງໆໃນໂລກໄດ້ມາເຕົ້າໂຮມກັນແນະນໍາຜະລິດຕະພັນ, ການບໍລິການ ແລະມາດຕະການເຕັກໂນໂລຢີທີ່ກ້າວໜ້າທີ່ສຸດ.

leftcenterrightdel
ບັນດາຜູ້ແທນກົດປຸ່ມໄຂກອງປະຊຸມ ແລະງານວາງສະແດງໂລກດີຈີຕອນ 2020. ພາບ: qdnd.vn.

ຄ້າຍຄືກັບງານວາງສະແດງໂດຍກົງ, ITU Digital World 2021 ຈະມີກິດຈະກໍາເຄື່ອນໄຫວວາງສະແດງທາງອອນລາຍ ແລະຈັດເວທີປາໄສທາງອອນລາຍ. ລາຍລະອຽດ, ງານວາງສະແດງອອນລາຍ, ບັນດາອົງການຈັດຕັ້ງ, ວິສາຫະກິດຈະຈັດຮ້ານວາງສະແດງທາງອອນລາຍແບບ 2D ແລະ 3D, ວາງສະແດງຜະລິດຕະພັນ, ການບໍລິການ, ມາດຕະການດີຈີຕອນຂອງວິສາຫະກິດ, ຮ້ານວາງສະແດງແຫ່ງຊາດ. ບັນດາຮ້ານວາງສະແດງຈະໄດ້ດໍາເນີນແຕ່ວັນທີ 12 ຕຸລາ ຫາວັນທີ 12 ພະຈິກ 2021.

ເວທີປາໄສທາງອອນລາຍ ໄດ້ດໍາເນີນແຕ່ເດືອນກັນຍາ ເຖິງເດືອນພະຈິກ 2021 ແລະກອງປະຊຸມລັດຖະມົນຕີ ແມ່ນໃນລະຫວ່າງວັນທີ 12-14 ຕຸລາ ມຸ່ງໄປເຖິງຫົວຂໍ້ລວມ “ພ້ອມກັນສ້າງໂລກດີຈີຕອນ”.

ITU Digital World 2021 ສືບຕໍ່ເປັນໂອກາດ ເພື່ອໃຫ້ຫວຽດນາມ ແນະນໍາ ແລະເປີດກວ້າງຕະຫຼາດໃຫ້ວິສາຫະກິດຫວຽດນາມ ເຖິງການນໍາບັນດາປະເທດ, ບັນດາອົງການຄຸ້ມຄອງ, ຜູ້ຂຸດຄົ້ນ ແລະຄູ່ຮ່ວມມືໃນໂລກ. ພ້ອມກັນນັ້ນ, ກໍ່ເປັນການໂຄສະນາເຜີຍແຜ່ພາບພົດຂອງປະເທດທີ່ຂະຫຍັນຂັນເຄື່ອນ ແລະເຊື່ອມໂຍງເຂົ້າກັບສາກົນຢ່າງຕັ້ງໜ້າ.

ໂດຍ: ທະນາພອນ