leftcenterrightdel
ເກາະເຈື່ອງຊາ ກຽມພ້ອມໃຫ້ແກ່ວັນບຸນໃຫຍ່. ພາບ: vov.vn

ການຊ້ອມໃຫຍ່ໂດຍເຂດພິເສດເຈື່ອງຊາ ຈັດຂຶ້ນຢ່າງເຂັ້ມງວດດ້ວຍເນື້ອໃນຢ່າງຄົບຖ້ວນຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການເລືອກຕັ້ງ. ບັນດາກຳລັງພວມຕັ້ງຖິ່ນທັບ, ປະຊາຊົນໃນເກາະໄດ້ປະຕິບັດການຊ້ອມໃຫຍ່ວິວັດການຕ້ອນຮັບຜູ້ມີສິດເລືອກຕັ້ງ, ກວດກາບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ, ແນະນຳການປ່ອນບັດ ແລະຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ສະຖານທີ່ປ່ອນບັດ. ວຽກງານປະດັບປະດາຕ້ອນຮັບແຂກ, ຈັດວາງຫີບປ່ອນບັດ, ຕິດປະກາດບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ ແລະຜູ້ສະໝັກຮັບເລືອກຕັ້ງໄດ້ປະຕິບັດສຳເລັດຕາມຂໍ້ກຳນົດ. ບັນດາຜູ້ມີສິດເລືອກຕັ້ງຢູ່ເກາະເຈື່ອງຊາ ຈະເຂົ້າຮ່ວມການເລືອກຕັ້ງພ້ອມກັບຜູ້ມີສິດເລືອກຕັ້ງໃນທົ່ວປະເທດ ໃນວັນທີ 15 ມີນາ 2026.

ແຫຼ່ງຄັດຈາກ: vovworld.vn