leftcenterrightdel
ຄະນະຜູ້ແທນຫວຽດນາມ ເຮັດວຽກໂດຍກົງກັບຜູ້ຕາງໜ້າວິສາຫະກິດຝຣັ່ງ ຜ່ານການເຊື່ອມຕໍ່ຂອງ MEDEF. ພາບ: ສໍານັກຂ່າວສານຫວຽດນາມ.

ວັນທີ 11 ມີນາ, ທີ່ນະຄອນຫຼວງປາຣີ (ຝຣັ່ງ), ທ່ານ ເລຊວນດິ້ງ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ພ້ອມກັບທ່ານ ຈິ້ງດຶກຫາຍ ເອກອັກຄະລັດຖະທູດຫວຽດນາມ ປະຈໍາຝຣັ່ງ ໄດ້ມີການເຮັດວຽກກັບ MEDEF (ສະຫະພັນທຸລະກິດຝຣັ່ງ) ເຊິ່ງເປັນອົງການຕົວແທນໃຫ້ແກ່ປະຊາຄົມວິສາຫະກິດຝຣັ່ງ. ການເຮັດວຽກເພື່ອແລກປ່ຽນກ່ຽວກັບໂອກາດຮ່ວມມືລະຫວ່າງຫວຽດນາມ ແລະຝຣັ່ງ ໃນບັນດາຂົງເຂດວິທະຍາສາດ, ເຕັກໂນໂລຊີ, ພະລັງງານ, ພື້ນຖານໂຄງລ່າງ ແລະເຕັກໂນໂລຊີສູງ.

ເຂົ້າຮ່ວມການເຮັດວຽກມີຜູ້ຕາງໜ້າຂອງຫຼາຍກຸ່ມບໍລິສັດ ແລະວິສາຫະກິດໃຫຍ່ຂອງຝຣັ່ງ, ຄື: Airbus, Artelia, Asiadev Covan, Assystem, CLS Collecte Localisation Satellites, EDF, Egis Group, Gide Loyrette Nouel ແລະ Group La Poste. ບັນດາວິສາຫະກິດນີ້ ເຄື່ອນໄຫວໃນຫຼາຍຂົງເຂດ, ຄື: ພະລັງງານ, ການບິນອາວະກາດ, ໃຫ້ຄໍາປຶກສາດ້ານເຕັກນິກ-ໂຄງລ່າງ, ເຕັກໂນໂລຊີດາວທຽມ, ນິຕິກໍາ, ໂລຈິດສະຕິກ ແລະບໍລິການດີຈີຕອນ.

ໜຶ່ງໃນບັນດາເນື້ອໃນໄດ້ຮັບຄວາມເອົາໃຈໃສ່ທີ່ການເຮັດວຽກແມ່ນການຮ່ວມມືໃນຂົງເຂດພະລັງງານນິວເຄຼຍ. ຄຽງຂ້າງນັ້ນ, ຫຼາຍວິສາຫະກິດຝຣັ່ງ ກໍສະແດງຄວາມປາດຖະໜາຢາກເປີດກວ້າງການຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດເຕັກໂນໂລຊີສູງ. ສິ້ນສຸດການເຮັດວຽກ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການສົນທະນາ, ຊຸກຍູ້ບັນດາໂຄງການຮ່ວມມືລະອຽດໃນໄລຍະຈະມາເຖິງ.

ໂດຍ: ໄຊຊະນະ