Viettel ຢືນອັນດັບ 1 ໂລກກ່ຽວກັບກໍາລັງແຮງເຄື່ອງໝາຍການຄ້າໂທລະຄົມມະນາຄົມ
ກປ.ອອນໄລ - ວັນທີ 13 ມີນາ, ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ໃຫ້ຮູ້ວ່າ ຫາກໍ່ໄດ້ຈັດອັນດັບແມ່ນເຄື່ອງໝາຍການຄ້າທີ່ມີກໍາລັງແຮງຢືນອັນດັບໜຶ່ງໃນທຸກບໍລິສັດໂທລະຄົມມະນາຄົມໃນໂລກ, ດ້ວຍດັດຊະນີກໍາລັງແຮງເຄື່ອງໝາຍການຄ້າ (Brand Strength Index - BSI) ບັນລຸ 89,9/100 ແລະຈັດອັນດັບ AAA+, ລະດັບສູງສຸດຕາມການຈັດອັນດັບຂອງອົງການ Brand Finance.
ໝາກຜົນນີ້ເປັນຂີດໝາຍບຸກທະລຸຂອງ Viettel ພາຍຫຼັງສອງປີຢືນອັນດັບສອງຢ່າງລຽນຕິດ, ຂຶ້ນອັນດັບໜຶ່ງໃນທົ່ວໂລກຢ່າງເປັນທາງການກ່ຽວກັບກໍາລັງແຮງເຄື່ອງໝາຍການຄ້າໃນຂົງເຂດໂທລະຄົມມະນາຄົມ. ນີ້ແມ່ນໝາກຜົນໂດຍບັງເອີນສໍາລັບຫຼາຍຄົນ.
ຕາມ Brand Finance ແລ້ວ, ຕ້ອງຈໍາແນກຢ່າງຈະແຈ້ງລະຫວ່າງ “ກໍາລັງເຄື່ອງໝາຍການຄ້າ” ແລະ “ມູນຄ່າເຄື່ອງໝາຍການຄ້າ”. ມຸນຄ່າເຄື່ອງໝາຍການຄ້າສ່ອງແສງມູນຄ່າດ້ານການເງິນຂອງເຄື່ອງໝາຍການຄ້າ, ມີຄວາມຜູກພັນຢ່າງແໜ້ນແຟ້ນຕໍ່ລາຍຮັບ, ກໍາໄລ ແລະແງ່ຫວັງ ເຕີບໂຕໃນອະນາຄົດ...
    |
 |
|
Viettel ເປັນຄັ້ງທໍາອິດກາຍເປັນເຄື່ອງໝາຍການຄ້າໂທລະຄົມມະນາຄົມຢືນອັນດັບ 1 ໂລກ. ພາບ: ຮືວເທາະ |
ໃນບັນຊີລາຍຊື່ຈັດອັນດັບປີ 2026, Viettel ບັນລຸ BSI 89,9/100, ລະດັບຄະແນນສູງສຸດໃນຈໍານວນເຄື່ອງໝາຍການຄ້າຢືນອັນດັບໜຶ່ງໃນລະດັບກໍາລັງແຮງເຄື່ອງໝາຍການຄ້າໂທລະຄົມມະນາຄົມໃນສາມປີມໍ່ໆມານີິ້. ໝາກຜົນນີ້ສະແດງໃຫ້ເຫັນເຄື່ອງໝາຍການຄ້າ Viettel ພວມໄດ້ຮັບລະດັບຄວາມເຊື່ອໝັ້ນສູງສຸດຈາກລູກຄ້າ.
ທ່ານ Lorenzo Coruzzi ຜູ້ອໍານວຍການຂອງ Brand Finance ໃຫ້ຂໍ້ສັງເກດວ່າ: “Viettel ບັນລຸຄະແນນສູງສຸດໃນຫຼາຍດັດຊະນີສໍາຄັນໃນການຄົ້ນຄວ້າຂອງ Brand Finance, ພິເສດແມ່ນມາດຕະຖານຕ່າງໆກ່ຽວກັບອິດທິພົນຊື່ສຽງ, ລະດັບຄວາມໄວ້ເນື້ອເຊື່ອໃຈ...”.
ຕາມແງ່ມຸນມູນຄ່າເຄື່ອງໝາຍການຄ້າ, ປະຈຸບັນ Viettel ໄດ້ກໍານົດລາຄາ 7,9 ຕື້ໂດລາສະຫະລັດ, ແມ່ນວິສາຫະກິດໂທລະຄົມມະນາຄົມໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ຢືນທອັບ 20 ເຄື່ອງໝາຍການຄ້າໂທລະຄົມມະນາຄົມໂລກ, ແມ່ນເຄື່ອງໝາຍການຄ້າຫວຽດນາມ ໜຶ່ງດຽວຢູ່ໃນບັນຊີລາຍຊື່ຈັດອັນດັບ Top Global 500.
Brand Finance ແມ່ນບໍລິສັດກຳນົດມູນຄ່າເຄື່ອງໝາຍການຄ້າແຖວໜ້າໂລກ, ສ້າງຕັ້ງແຕ່ປີ 1996, ມີສໍານັກງານຢູ່ລອນດອນ (ລາຊະອານາຈັກອັງກິດ) ແລະປະຈຸບັນ Brand Finance ມີສາຂາຢູ່ 20 ປະເທດ. ແຕ່ລະປີ, ດໍາເນີນການກໍານົດລາຄາກວ່າ 70.000 ເຄື່ອງໝາຍການຄ້າໃນທົ່ວໂລກ.
ໂດຍ: ໄຊນີດາ