ຜູ້ມີສິດເລືອກຕັ້ງເຂດ ແບກລອງວີ ໄປເລືອກຕັ້ງກ່ອນເວລາກຳນົດຢ່າງກະຕືລືລົ້ນ
ດ້ວຍລັກສະນະພິເສດແມ່ນເຂດພິເສດມີປະຊາກອນຕໍ່າກວ່າ 1.000 ຄົນ, ດັ່ງນັ້ນຜູ້ມີສິດເລືອກຕັ້ງເຂດພິເສດ ແບກລອງວີ ພຽງແຕ່ເລືອກຕັ້ງສອງຂັ້ນແມ່ນສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນນະຄອນ, ບໍ່ເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນຕາແສງ ຄືບັນດາທ້ອງຖິ່ນອື່ນ...
    |
 |
|
ຜູ້ມີສິດເລືອກຕັ້ງເຂດພິເສດ ໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ກ່ອນ1 ວັນເມື່ອທຽບໃສ່ເວລາກຳນົດວັນເລືອກຕັ້ງທົ່ວປະເທດ. ພາບ: vov.vn |
ວັນທີ 14 ມີນາ, ຜູ້ມີສິດເລືອກຕັ້ງເຊດພິເສດ ແບກລອງວີ (ນະຄອນຫ໋າຍຝ່ອງ) ໄດ້ໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026-2031, ກ່ອນເວນລາກຳນົດ 1 ວັນເມື່ອທຽບກັບວັນເລືອກຕັ້ງທົ່ວປະເທດ.
ຜູ້ມີສິດເລືອກຕັ້ງເຂດພິເສດ ແບກລອງວີ ມີຄວາມກະຕືລືລົ້ນໄປຍັງບັນດາສະຖານທີ່ເລືອກຕັ້ງ, ປະຕິບັດສິດ ແລະຄວາມຮັບຜິດຊອບພົນລະເມືອງຂອງຕົນ.
ດ້ວຍລັກສະນະພິເສດແມ່ນເຂດພິເສດມີປະຊາກອນຕໍ່າກວ່າ 1.000 ຄົນ, ດັ່ງນັ້ນຜູ້ມີສິດເລືອກຕັ້ງເຂດພິເສດ ແບກລອງວີ ພຽງແຕ່ເລືອກຕັ້ງສອງຂັ້ນແມ່ນສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນນະຄອນ, ບໍ່ເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນຕາແສງ ຄືບັນດາທ້ອງຖິ່ນອື່ນ.
ທ່ານ ຫງວຽນວັນເຮົ້າ, ຮອງປະທານຄະນະກຳມະການປະຊາຊົນເຂດພິເສດ ແບກລອງວີ ໃຫ້ຮູ້ວ່າ: ພະນັກງານ, ນັກຮົບ ແລະພໍ່ແມ່ປະຊາຊົນໃນເຂດພິເສດແບກລອງວີ ມີຄວາມກະຕືລືລົ້ນທີ່ໄດ້ເຂົ້າຮ່ວມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະພາປະຊາຊົນທຸກຂັ້ນ. ນັບແຕ່ປະຊາຊົນພວມທຳມາຫາກິນຢູ່ທະເລ, ພໍ່ແມ່ປະຊາຊົນໃນຝັ່ງຕະຫຼອດຮອດບັນດາພະນັກງານ, ນັກຮົບກຳລັງປະກອບອາວຸດໃນເກາະ ໄດ້ເຂົ້າຮ່ວມການເລືອກຕັ້ງຢ່າງຄົບຖ້ວນ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ