ຕາມຂໍ້ມູນລະດັບຄວາມໄວອິນເຕີແນັດ 5G ຫຼ້າສຸດໄລ່ມາຮອດເດືອນ ມັງກອນ 2026 ຈາກເຄື່ອງມື i-Speed ຂອງສູນອິນເຕີແນັດຫວຽດນາມ (VNNIC-ກະຊວງວິທະຍາສາດ ແລະເຕັກໂນໂລຢີ), ອິນເຕີແນັດ 5G Viettel ມີລະດັບຄວາມໄວເພີ່ມສູງ, ບັນລຸ 617 Mbps. ຄວາມໄວນີ້ໄດ້ອະນຸຍາດໃຫ້ຜູ້ໃຊ້ສາມາດດາວໂຫຼດຮູບເງົາ 4K ໜຶ່ງໜັງດ້ວຍບໍລິມາດບັນຈຸ 10 GB ໃນເວລາປະມານ 2-3 ນາທີ ຫຼືເອກະສານ 1 GB ໃນເວລາປະມານ 10-20 ວິນາທີ. ໝາກຜົນນີ້ໄດ້ຊ່ວຍເຮັດໃຫ້ດັດຊະນີ  5G ລວມຂອງຫວຽດນາມ ເພີ່ມສູງ, ເປັນຄັ້ງທໍາອິດໃກ້ຮອດ 600 Mbps ໃນແຜນທີ່ຂອງ i-Speed, ບັນລຸລະດັບຄວາມໄວສະເລ່ຍ 594,81 Mbps.

ຕາມໝາກຜົນທີ່ປະກາດຂອງ VNNIC, ລະດັບຄວາມໄວອິນເຕີແນັດ 5G VNPT ໃນເດືອນ ມັງກອນ 2026 ຕາມລໍາດັບແມ່ນ 311,11Mbps ແລະ MobiFone ແມ່ນ 187,57Mbps. ກ່ຽວກັບລະດັບຄວາມໄວອິນເຕີແນັດມືຖືເວົ້າລວມເຊິ່ງລວມມີທັງ 3G, 4G, 5G, ອິນເຕີແນັດມືຖືຂອງຫວຽດນາມ ໃນເດືອນ ມັງກອນ 2026 ບັນລຸ 90,05Mbps, ຫຼຸດລົງໜ້ອຍໜຶ່ງເມື່ອທຽບໃສ່ລະດັບ 93 Mbps ໃນເດືອນ ທັນວາ 2025. ລະດັບຄວາມໄວຂອງອິນເຕີແນັດມືຖື Viettel, VNPT, MobiFone, ຕາມລໍາດັບແມ່ນ 111,28Mbps, 73,33Mbps, 55,42Mbps.

leftcenterrightdel
ອິນເຕີແນັດ 5G Viettel ມີລະດັບຄວາມໄວສູງຂຶ້ນ. ພາບ: ຮົ່ງກວາງ

ພື້ນຖານໂຄງລ່າງອິນເຕີແນັດໄດ້ຖືແມ່ນຈຸດພົ້ນເດັ່ນຂອງຫວຽດນາມ ໃນໄລຍະຜ່ານມາ. ຕາມບົດລາຍງານຂອງກະຊວງວິທະຍາສາດ ແລະເຕັກໂນໂລຢີໃນທ້າຍເດືອນ ກຸມພາ ທີ່ຜ່ານມາ, ຫວຽດນາມ ມີອິນເຕີແນັດ 5G ບັນລຸເກືອບ 91,2% ພົນລະເມືອງ; ພ້ອມທັງ 81,5% ພົນລະເມືອງຜູ້ໃຫຍ່ນໍາໃຊ້ໂທລະສັບສະຫຼາດ; 26% ຜູ້ໃຊ້ມີຄວາມສາມາດໃຊ້ອິນເຕີແນັດມີລະດັບເກີນ 1 Gbps.

ໃນນັ້ນ, Viettel ສວມບົດບາດຫຼັກແຫຼ່ງພາຍຫຼັງປະຕິບັດການຕິດຕັ້ງ ແລະສົ່ງສັນຍານສະຖານີ 5G 23.500 ແຫ່ງໃນປີ 2025 ໃຫ້ສໍາເລັດ, ຍົກຈໍານວນສະຖານີ 5G ເຂົ້າເຄື່ອນໄຫວຂຶ້ນເຖິງກວ່າ 30.000 ແຫ່ງ.

ດ້ານອື່ນ, Viettel ໄດ້ກາຍເປັນ 1 ໃນ 15 ບໍລິສັດເຄືອຂ່າຍອິນເຕີແນັດ ມີຈໍານວນສະຖານີ 5G ທີ່ຜັນຂະຫຍາຍໃຫຍ່ທີ່ສຸດໃນໂລກປີ 2025. ພ້ອມທັງ, ບໍລິສັດກໍ່ລອດໃນທອັບ 5 ບໍລິສັດອິນເຕີແນັດ ຜັນຂະຫຍາຍອຸປະກອນ Ericsson ໃຫຍ່ທີ່ສຸດໃນທົ່ວໂລກ (ພ້ອມກັບກຸ່່ມບໍລິສັດຄື AT&T, China Mobile, Jio, và Airtel).

ເພື່ອຮັກສາປະສິດທິພາບສູງ, Viettel ໄດ້ກໍ່ສ້າງ ແລະພັດທະນາເຄື່ອງມືຕິດຕາມກວດກາແບບອັດຕະໂນມັດເອງ AI, ປັບປຸງຄຸນນະພາບເຄືອຂ່າຍອິນເຕີແນັດໃຫ້ດີທີ່ສຸດໃນເວລາຈິງແທນທີ່ຈະປະຕິບັດເຮັດດ້ວຍມື. ລະບົບໃຫ້ອະນຸຍາດການວິເຄາະ KPI, ຄົ້ນພົບລົບກວນ ແລະດັດປັບເຂດສັນຍານ, ຊ່ວຍໃຫ້ດັດຊະນີຕ່າງໆຄືລະດັບຄວາມໄວ ຫຼືຄວາມໜ່ວງເວລາຄົງຮັກສານັບທັງການນໍາໃຊ້ທີ່ມີການປ່ຽນແປງໃຫຍ່.

ໂດຍ: ໄຊນີດາ