ນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ປຸກລະດົມຂະບວນການປະຢັດພະລັງງານ
ກປ.ອອນໄລ - ຕອນບ່າຍວັນທີ 10 ມີນາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ໄດ້ເປັນປະທານການປະຊຸມກັບໜ່ວຍປະຕິບັດງານຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ປຶກສາຫາລືກ່ຽວກັບມາດຕະການເພື່ອຮັບປະກັນແຫຼ່ງສະໜອງພະລັງງານ, ຮັກສາລາຄານໍ້າມັນໃຫ້ເປັນປົກກະຕິ.
ທີ່ວາລະປະຊຸມ, ໜ່ວຍປະຕິບັດງານຄວາມໝັ້ນຄົງດ້ານພະລັງງານ ໄດ້ຍົກອອກແຜນການຮັກສາເປັນປົກກະຕິ ແລະຄວບຄຸມສະພາບການນໍ້າມັນໃນເດືອນມີນາ, ກະກຽມແຜນການໃຫ້ຊຸມເດືອນຕໍ່ໄປ. ບັນດາຄວາມເຫັນຖືວ່າ ຄວນສຸມໃສ່ຄົ້ນຄວ້າສໍາຮອງພະລັງງານແຫ່ງຊາດ; ມີຍຸດທະສາດເພື່ອຫຼຸດຜ່ອນການນຳເຂົ້າກະແສຕົ້ນຕໍ, ຫັນປ່ຽນພະລັງງານພາຍໃນປະເທດ.
    |
 |
|
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ເປັນປະທານການປະຊຸມກັບໜ່ວຍປະຕິບັດງານຮັບປະກັນຄວາມໝັ້ນຄົງດ້ານພະລັງງານ. ພາບ: ສໍານັກຂ່າວສານຫວຽດນາມ |
ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ສະເໜີໃຫ້ຫັນແຫຼ່ງສະໜອງນໍ້າມັນດິບເປັນຫຼາຍຮູບຫຼາຍແບບ; ຜັນຂະຫຍາຍໝາກຜົນການໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີບັນດາປະເທດເຂດອ່າວຜ່ານມາ ເພື່ອເພີ່ມທະວີແຫຼ່ງສະໜອງ, ຮັບປະກັນນໍ້າມັນຈາກແຫຼ່ງນຳເຂົ້າ 30%, ທ່ານນາຍົກລັດຖະມົນຕີ ສະເໜີໃກະຊວງອຸດສາຫະກຳ ແລະການຄ້າສ້າງແຜນການ ເພື່ອຮັບປະກັນແຫຼ່ງສະໜອງນໍ້າມັນ, ປະຕິບັດການປັບປຸງລາຄາໃຫ້ເໝາະສົມ ແລະມີປະສິດທິຜົນ, ແກ້ໄຂສະພາບການເພີ່ມລາຄາ.
    |
 |
|
ບັນຍາກາດທີ່ການປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານນາຍົກລັດຖະມົນຕີ ກໍ່ສະເໜີຍູ້ແຮງການນຳໃຊ້ນໍ້າມັນຊີວະພາບ E10; ພ້ອມທັງ, ປຸກລະດົມຂະບວນການປະຢັດພະລັງງານ, ນຳໃຊ້ພະລັງງານສີຂຽວ, ຫຼຸດຜ່ອນການປ່ອຍອາຍພິດ. ປຸກລະດົມຂະບວນການປະຢັດພະລັງງງານ ແລະນຳໃຊ້ພະລັງງານສີຂຽວ, ຫຼຸດຜ່ອນການປ່ອຍອາຍພິດ. ຍູ້ແຮງການໂຄສະນາໃຫ້ຊາວຫວຽດນາມ ນຳໃຊ້ສິນຄ້າຫວຽດນາມ, ສົ່ງເສີມການຫັນປ່ຽນໄປສູ່ພາຫະນະຄົມມະນາຄົມນໍາໃຊ້ໄຟຟ້າ ແລະເຊື້ອເພີງສະອາດ. ນີ້ແມ່ນກາລະໂອກາດເພື່ອຫັນປ່ຽນ. ທັງແມ່ນຂະບວນການປະຢັດພະລັງງານແຕ່ກໍ່ທັງແມ່ນການຫັນປ່ຽນພະລັງງານ; ສົ່ງເສີມການນຳໃຊ້ພາຫະນະຄົມມະນາຄົມສາທາລະນະ.
ທ່ານນາຍົກລັດຖະມົນຕີ ມອບໃຫ້ກະຊວງອຸດສາຫະກໍາ ແລະການຄ້າ ສຸມໃສ່ຄົ້ນຄວ້າຜັນຂະຫຍາຍໂຄງການສໍາຮອງນໍ້າມັນແຫ່ງຊາດ; ສ້າງຍຸດທະສາດເປັນເຈົ້າຕົນເອງດ້ານພະລັງງານ; ກະຊວງການເງິນອອກງົບປະມານຈາກງົບປະມານສໍາຮອງ ເພື່ອຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ.
ໂດຍ: ເຈິ່ນຮວ່ຽນ