leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ Dong Jun ຢ້ຽມຢາມຄ້າຍທະຫານຊາຍແດນ ຈ່າໂກ້. ພາບ:  qdnd.vn

ພັນໂທ ລູກຈິງດຶກ ຫົວໜ້າຄ້າຍທະຫານຊາຍແດນ ຈ່າໂກ້ ໄດ້ລາຍງານກັບສອງລັດຖະມົນຕີ ພ້ອມດ້ວຍຄະນະກ່ຽວກັບໝາກຜົນວຽກງານສົມທົບກັນຄຸ້ມຄອງ, ປົກປັກຮັກສາຊາຍແດນລະຫວ່າງຄ້າຍທະຫານຊາຍແດນ ຈ່າໂກ້ ກັບຄ້າຍທະຫານຊາຍແດນ fang cheng, ຈີນ ໃນປີ 2025.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານ ພົນໂທ Dong Jun ພ້ອມດ້ວຍບັນດາຜູ້ແທນ. ພາບ:  qdnd.vn

ໃນຊຸມປີຜ່ານມາ, ຄ້າຍທະຫານຊາຍແດນ ຈ່າໂກ້ ແລະຄ້າຍທະຫານຊາຍແດນ fang cheng (ກອງທັບປົດປ່ອຍປະຊາຊົນ ຈີນ) ຍາມໃດກໍຮັກສາການພົບປະສອງຝ່າຍ, ແລກປ່ຽນຂໍ້ມູນ, ສະພາບການທີ່ກ່ຽວຂ້ອງເຖິງວຽກງານຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ, ລະບົບຫຼັກໝາຍຊາຍແດນ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ສອງຟາກຊາຍແດນຢູ່ສະເໝີ.

leftcenterrightdel
 
leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານ ພົນໂທ Dong Jun ເຫັນປະຈັກຕາ ນັກຮົບທະຫານຊາຍແດນ ປະຕິບັດກໍລະນີວິຊາສະເພາະຄົ້ນພົບ ແລະຈັບຕົວອາດຊະຍາກໍາຢາເສບຕິດ. ພາບ:  qdnd.vn

ສອງຝ່າຍຮ່ວມມືຢ່າງແໜ້ນແຟ້ນ, ສົມທົບກັນຜັນຂະຫຍາຍປະຕິບັດເອກະສານນິຕິກໍາຈໍານວນ 3 ສະບັບ ກ່ຽວກັບຊາຍແດນທາງບົກ ຫວຽດນາມ-ຈີນ, ຂໍ້ຕົກລົງຮ່ວມມືຊາຍແດນລະຫວ່າງກະຊວງປ້ອງກັນປະເທດສອງປະເທດ, ບົດບັນທຶກກອງປະຊຸມພົບປະສອງຝ່າຍລະຫວ່າງທະຫານຊາຍແດນແຂວງ ກວ໋າງນິງ (ຫວຽດນາມ) ແລະທະຫານຊາຍແດນແຂວງກວາງຊີ (ຈີນ) ຢ່າງເຂັ້ມງວດ ແລະມີປະສິດທິຜົນ.

leftcenterrightdel
ສອງລັດຖະມົນຕີ ຮັບຟັງຫົວໜ້າຄ້າຍທະຫານຊາຍແດນ ຈ່າໂກ້ ລາຍງານສະພາບການ. ພາບ:  qdnd.vn

ສອງກົມກອງໄດ້ຈັດຕັ້ງການພົບປະ, ຢ້ຽມຢາມຖາມຂ່າວ, ອວຍພອນເຊິ່ງກັນ ແລະກັນ ເນື່ອງໃນໂອກາດວັນບຸນ, ເຕັດ, ວັນມູນເຊື້ອຂອງກອງທັບສອງປະເທດ, ຜ່ານນັ້ນປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງກໍາລັງທະຫານຊາຍແດນສອງຝ່າຍ.

leftcenterrightdel
ສອງລັດຖະມົນຕີ ມອບຂອງຂວັນໃຫ້ກໍາລັງໃຈກົມກອງ. ພາບ:  qdnd.vn

ສອງຝ່າຍ ໄດ້ເປັນເຈົ້າການ, ຕັ້ງໜ້າສົມທົບກັນໃນການຕໍ່ສູ້, ປ້ອງກັນ, ຕ້ານອາດຊະຍາກໍາ ແລະບັນດາການເຄື່ອນໄຫວທີ່ຜິດຕໍ່ລະບຽບກົດໝາຍຢູ່ເຂດຊາຍແດນ, ເຊັ່ນ: ການຄ້າເຖື່ອນ, ການຂົນສົ່ງສິນຄ້າທີ່ຜິດຕໍ່ລະບຽບກົດໝາຍຜ່ານຊາຍແດນ, ການເຂົ້າອອກເມືອງທີ່ຜິດຕໍ່ລະບຽບກົດໝາຍ; ເຮັດດີວຽກງານໂຄສະນາກ່ຽວກັບການຄຸ້ມຄອງ, ສຶກສາອົບຮົມ ແລະປຸກລະດົມຂະບວນການປະຊາຊົນສອງຟາກຊາຍແດນປະຕິບັດຕາມກົດໝາຍຢ່າງເຂັ້ມງວດ, ຕັ້ງໜ້າເຂົ້າຮ່ວມການຕໍ່ສູ້, ກ່າວໂທດອາດຊະຍາກໍາ.

leftcenterrightdel
ລັດຖະມົນຕີກະຊວງປ້ອງກັນປະເທດ ສອງປະເທດ ແລະບັນດາຜູ້ແທນຖ່າຍຮູບລວມກັບພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ຈ່າໂກ້. ພາບ:  qdnd.vn

ຕາງໜ້າພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ຈ່າໂກ້, ພັນໂທ ລູກຈິງດຶກ ຢັ້ງຢືນວ່າ ໃນໄລຍະຈະມາເຖິງທາງກົມກອງ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຄ້າຍທະຫານຊາຍແດນ fang cheng (ຈີນ) ໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ເພີ່ມທະວີ ແລະຮັດແໜ້ນກວ່າອີກການພົວພັນມິດຕະພາບ, ຄວາມສາມັກຄີ ແລະການຮ່ວມມືທີ່ນັບມື້ນັບແທດຈິງ, ມີປະສິດທິພາບລະຫວ່າງສອງກົມກອງ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມຢູ່ເຂດຊາຍແດນ, ກໍ່ສ້າງເສັ້ນຊາຍແດນສອງປະເທດແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.

ໂດຍ: ໄຊຊະນະ