leftcenterrightdel
ການໂອ້ລົມສົນທະນາ “ຄວາມຍຸຕິທຳບໍ່ມີສິ່ງກີດຂວາງ: ມອບສິດໃຫ້ແມ່ຍິງ ແລະຊາວໜຸ່ມໃນກົດໝາຍ ແລະການນຳພາ”. ພາບ: ສໍານັກຂ່າວສານຫວຽດນາມ. 

ວັນທີ 12 ມີນາ, ຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ຢູ່ນິວຢອກ (ອາເມລິກາ) ໄດ້ສົມທົບກັບເວທີປາໄສແມ່ຍິງສາກົນ ຈັດການໂອ້ລົມສົນທະນາ ດ້ວຍຫົວຂໍ້ “ຄວາມຍຸຕິທຳບໍ່ມີສິ່ງກີດຂວາງ: ມອບສິດໃຫ້ແມ່ຍິງ ແລະຊາວໜຸ່ມໃນກົດໝາຍ ແລະການນຳພາ”. ນີ້ແມ່ນການເຄື່ອນໄຫວນອນໃນບັນດາເຫດການຢູ່ນອກກອງປະຊຸມຄັ້ງທີ 70 ຂອງຄະນະກຳມະການ ສປຊ ກ່ຽວກັບສະຖານະພາບແມ່ຍິງ (CSW)  ຂອງ ສປຊ.

ຢູ່ເວທີປາໄສ, ທ່ານເອກອັກຄະລັດຖະທູດ ໂດ໋ຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ເນັ້ນໜັກວ່າ ການຮັບປະກັນສິດເຂົ້າເຖິງຄວາມຍຸຕິທຳໃຫ້ແກ່ແມ່ຍິງ ແລະເດັກຍິງ ແມ່ນປັດໄຈຫຼັກແຫຼ່ງ ເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະການພັດທະນາແບບຍືນຍົງ, ທ່ານຮັບຮູ້ວ່າ ເຖິງວ່າມີຄວາມກ້າວໜ້າຫຼາຍຢ່າງແລ້ວແຕ່ແມ່ຍິງ ແລະຊາວໜຸ່ມຍັງຕ້ອງປະເຊີນໜ້າກັບບັນດາຮົ້ວກີດຂວາງໃນການເຂົ້າເຖິງກັບລະບົບກົດໝາຍ ແລະການບໍລິການໜູນຊວ່ຍທາງນິຕິກຳ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນຄຳໝັ້ນສັນຍາຢ່າງແຮງຂອງຫວຽດນາມ ໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະການເພີ່ມສິດອຳນາດໃຫ້ແກ່ແມ່ຍິງ, ໂດຍຜ່ານການປະຕິບັດສຳເລັດລະບົບກົດໝາຍ ແລະນະໂຍບາຍກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ, ຊຸກຍູ້ການເຂົ້າຮ່ວມ ແລະບົດບາດນຳພາຂອງແມ່ຍິງໃນບັນດາຂົງເຂດ.

ໂດຍ: ກວຽດເຕິມ