ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນທີ່ສຳນັກງານໃຫຍ່ຂອງບໍລິສັດໃຫຍ່ Viettel Post ແລະພ້ອມທັງເຊື່ອມຕໍ່ກັບ 40 ສະຖານທີ່ໃນທົ່ວປະເທດ, ເຊິ່ງດຶງດູດພະນັກງານ, ພາລະກອນຂອງ Viettel Post ເກືອບ 10.000 ຄົນ ເຂົ້າຮ່ວມ, ຮຽນຮູ້.

leftcenterrightdel
ຜູ້ຕາງໜ້າຈາກຫົວໜ່ວຍຕ່າງໆໄດ້ສະແດງຄວາມຕັດສິນໃຈທີ່ປະຕິບັດຕາມກົດໝາຍ, ປະກອບສ່ວນເຂົ້າໃນການສ້າງສະພາບແວດລ້ອມການຈະລາຈອນຢ່າງປອດໄພ, ສີວິໄລ. ພາບ: qdnd.vn

ທີ່ກອງປະຊຸມ, ນັກປາຖະກະຖາ ໄດ້ເຜີຍແຜ່ເນື້ອໃນພື້ນຖານຂອງກົດໝາຍວ່າດ້ວຍຄວາມເປັນລະບຽບຮຽບຮ້ອຍ,  ຄວາມປອດໄພໃນການຈະລາຈອນທາງບົກ; ພ້ອມທັງວິເຄາະບັນດາກໍລະນີການຈະລາຈອນ, ໃຫ້ຄຳແນະນຳກ່ຽວກັບທັກສະການເຂົ້າຮ່ວມການຈະລາຈອນຢ່າງປອດໄພ, ສີວິໄລ, ພິເສດແມ່ນສຳລັບກໍາລັງແຮງງານໄປມາໃນຖະໜົນ ເພື່ອຮັບໃຊ້ການເຄື່ອນໄຫວການຂົນສົ່ງ, ການມອບ-ຮັບສິນຄ້າຢ່າງເປັນປະຈໍາ.

ຜ່ານຮູບການໂຄສະນາເຜີຍແຜ່ແບບເຊິ່ງໜ້າ ແລະສົມທົບກັບທາງໄກດ້ວຍຂອບຂະໜາດໃຫຍ່, ລາຍການດັ່ງກ່າວໄດ້ປະກອບສ່ວນເຂົ້າໃນການຍົກສູງຄວາມຮັບຮູ້ດ້ານກົດໝາຍ, ສ້າງວັດທະນະທຳຈະລາຈອນໃນຖັນແຖວພະນັກງານ, ພາລະກອນວິສາຫະກິດ, ຈາກນັ້ນແຜ່ຂະຫຍາຍຄວາມຮັບຮູ້ກ່ຽວກັບການປະຕິບັດຕາມກົດໝາຍເມື່ອເຂົ້າຮ່ວມການຈະລາຈອນ.

ສິ້ນສຸດລາຍການ, ຜູ້ຕາງໜ້າການນຳ ແລະພະນັກງານ, ພາລະກອນຂອງບໍລິສັດໃຫຍ່ Viettel Post ໄດ້ລົງນາມໃນຄຳໝັ້ນສັນຍາທີ່ຈະປະຕິບັດຕາມກົດໝາຍວ່າດ້ວຍການຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນການຈະລາຈອນຢ່າງເຂັ້ມງວດ, ປະກອບສ່ວນເຂົ້າໃນການສ້າງສະພາບແວດລ້ອມການຈະລາຈອນຢ່າງປອດໄພ, ສີວິໄລ.

ໂດຍ: ຈາງຫງວຽນ