ທີ່ການພົບປະສອງຝ່າຍ, ພົນເອກ ຟານວັນຢາງ ໄດ້ເນັ້ນໜັກວ່າ ການພົບປະແລກປ່ຽນ ຄັ້ງທີ 10 ມີຄວາມໝາຍພິເສດ, ສະແດງໃຫ້ເຫັນບົດບາດຢ່າງຕັ້ງໜ້າ, ເປັນເຈົ້າການຂອງກະຊວງປ້ອງກັນປະເທດສອງປະເທດໃນການຜັນຂະຫຍາຍຄວາມຮັບຮູ້ລວມຂອງການນໍາຂັ້ນສູງຂອງສອງພັກ, ສອງລັດກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ແລະບັນດາເນື້ອໃນການຮ່ວມມືທີ່ທັງສອງຝ່າຍໄດ້ເຫັນດີເປັນເອກະພາບ.

leftcenterrightdel
 
leftcenterrightdel
ສອງຝ່າຍໄດ້ດໍາເນີນການພົບປະເຈລະຈາ. ພາບ: qdnd.vn

ພົນເອກ ຟານວັນຢາງ ໄດ້ເຊື່ອໝັ້ນວ່າ ດ້ວຍການເຄື່ອນໄຫວພົບປະແລກປ່ຽນທີ່ແທດຈິງ, ມີຄວາມໝາຍ, ການພົບປະແລກປ່ຽນ ຄັ້ງທີ 10 ນີ້ຈະປະສົບຜົນສຳເລັດຢ່າງຈົບງາມ, ກາຍເປັນຈຸດພົ້ນເດັ່ນທີ່ສຳຄັນໃນການເຄື່ອນໄຫວການພົວພັນຕ່າງປະເທດລະຫວ່າງສອງປະເທດໃນຕົ້ນລະດູບານໃໝ່ ປີ 2026, ປະກອບສ່ວນສ້າງບັນຍາກາດແຫ່ງມິດຕະພາບ, ການຮ່ວມມືລະຫວ່າງສອງພັກ, ສອງລັດ, ສອງກອງທັບ.

ສ່ວນພົນໂທ Dong Jun ໄດ້ສະແດງຄວາມປິຕິຊົມຊື່ນເມື່ອເປັນປະທານຮ່ວມການພົບປະແລກປ່ຽນກັບທ່ານລັດຖະມົນຕີ ຟານວັນຢາງ ແລະກ່ອນໜ້ານັ້ນໄດ້ເຂົ້າຮ່ວມການເຈລະຈາຍຸດທະສາດຂັ້ນລັດຖະມົນຕີກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ແລະກະຊວງຕໍາຫຼວດ ຂອງຫວຽດນາມ ແລະຈີນ ຄັ້ງທີ 1, ພ້ອມກັນປຶກສາຫາລືກ່ຽວກັບການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ - ຈີນ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: qdnd.vn

ຕາມລັດຖະມົນຕີກະຊວງປ້ອງກັນປະເທດຈີນ ແລ້ວ, ທັງສອງຝ່າຍຕ້ອງເພີ່ມທະວີການພົບປະແລກປ່ຽນເພື່ອປະກອບສ່ວນເຂົ້າໃນການຮັບປະກັນສະຖຽນລະພາບໃນພາກພື້ນ ແລະທົ່ວໂລກ. ຕັ້ງແຕ່ປີ 2014 ມາຮອດປະຈຸບັນ, ການພົບປະແລກປ່ຽນໄດ້ແຜ່ຂະຫຍາຍຈິດໃຈມິດຕະພາບ, ການພົວພັນລະຫວ່າງສອງປະເທດໄດ້ພັດທະນາຢ່າງກະໂດດຂັ້ນ.

ເນື່ອງໃນໂອກາດນີ້, ພົນໂທ Dong Jun ໄດ້ເຊື້ອເຊີນ ພົນເອກ ຟານວັນຢາງ ເຂົ້າຮ່ວມເວທີປາໄສ Xiangshan ປີນີ້.

ໂດຍ: ຈາງຫງວຽນ