ໂດຍເຫັນດີເປັນເອກະພາບກ່ຽວກັບຄວາມຄືບໜ້າຢ່າງຕັ້ງໜ້າ, ຮອບດ້ານຂອງການພົວພັນຫວຽດນາມ-ຈີນ ໃນໄລຍະຜ່ານມາ, ລັດຖະມົນຕີກະຊວງການຕ່າງປະເທດສອງທ່ານ ໄດ້ເຫັນດີໂດຍຖືວ່າ ອົງການການທູດຂອງສອງປະເທດຕ້ອງໃກ້ຊິດຕິດແທດກັບຄວາມຮັບຮູ້ລວມຂັ້ນສູງ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍການເຮັດໃຫ້ພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເປັນຢ່າງດີ, ຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ທີ່ມີຄວາມໝາຍຍຸດທະສາດຕາມທິດ "6 ກວ່າ"; ກະກຽມໃຫ້ການພົບປະແລກປ່ຽນ, ການພົບປະຂັ້ນສູງ ແລະທຸກຂັ້ນຢ່າງລອບຄອບຖີ່ຖ້ວນ, ຮ່ວມເດີນທາງພ້ອມກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເພື່ອສ້າງຄວາມບຸກທະລຸໃໝ່ໃນການຮ່ວມມືທີ່ແທດຈິງ, ນຳການພົວພັນລະຫວ່າງສອງພັກ, ສອງປະເທດພັດທະນາຂຶ້ນສູ່ລະດັບສູງໃໝ່.

leftcenterrightdel
ທ່ານ ເລຮວ່າຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດ ແລກປ່ຽນຍຸດທະສາດກັບທ່ານ ຫວັງອີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ. ພາບ: ກະຊວງການຕ່າງປະເທດຫວຽດນາມ.

ທ່ານ ຫວັງອີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ເນັ້ນໜັກວ່າ ຈີນ ພ້ອມແລ້ວທີ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍປະຕິບັດຄວາມຮັບຮູ້ລວມຂັ້ນສູງຢ່າງມີປະສິດທິຜົນ; ສະເໜີໃຫ້ສອງຝ່າຍຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ. ຈີນ ພ້ອມແລ້ວທີ່ຈະສົ່ງເສີມໃຫ້ວິສາຫະກິດຂະໜາດໃຫຍ່ ມີຄວາມສາມາດເປີດກວ້າງການລົງທຶນຢູ່ຫວຽດນາມ; ຈະສະໜອງທຶນການສຶກສາສອງຝ່າຍ ແລະຫຼາຍຝ່າຍຫຼາຍພູດໃຫ້ແກ່ນັກສຶກສາຫວຽດນາມ; ຍູ້ແຮງການພົບປະແລກປ່ຽນດ້ານວັດທະນະທຳ, ການສຶກສາ, ການທ່ອງທ່ຽວ.

ສອງຝ່າຍໄດ້ແລກປ່ຽນຢ່າງຈິງໃຈ, ກົງໄປກົງມາກ່ຽວກັບບັນຫາທາງທະເລ ແລະບັນດາບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ໂດຍ: ຈາງຫງວຽນ