ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໄດ້ຮັບການຮັກສາໄວ້; ກໍາລັງປະກອບອາວຸດນະຄອນ ໄດ້ສ້າງວິລະກໍາ, ຜົນງານໂດດເດັ່ນ, ດ້ວຍບັນດາຜົນງານດັ່ງກ່າວ ພັກ, ລັດ ໄດ້ມອບລາງວັນອັນສູງສົ່ງຫຼາຍຢ່າງ - ນີ້ແມ່ນໜຶ່ງໃນ 12 ຂີດໝາຍອັນພົ້ນເດັ່ນຂອງນະຄອນ ໃນປີ 2025 ໂດຍຄະນະກໍາມະການນະຄອນ ປະກາດ. ເພື່ອບັນລຸໄດ້ໝາກຜົນດັ່ງກ່າວ, ໃນປີຜ່ານມາ, ກໍາລັງປະກອບອາວຸດນະຄອນ ໄດ້ຜັນຂະຫຍາຍຫຼາຍມາດຕະການຢ່າງມີຫົວຄິດປະດິດສ້າງ, ເຮັດສໍາເລັດວຽກງານທຸກດ້ານ, ຈຸດສຸມແມ່ນການອົບຮົມຫັດແອບ, ກຽມພ້ອມສູ້ຮົບ.
ວຽກງານອົບຮົມຫັດແອບ ໄດ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ໃກ້ຊິດຕິດແທດກັບພຶດຕິກໍາຕົວຈິງ; 100% ເນື້ອໃນອົບຮົມຫັດແອບ, ຝຶກຊ້ອມບັນລຸຜົນດີ, ເກັ່ງ, ປອດໄພ, ປະຕິບັດລະບຽບວິໄນໄດ້ຢ່າງເຂັ້ມງວດ; ເຂົ້າຮ່ວມການເສັງ, ການແຂ່ງຂັນກິລາການທະຫານ ບັນລຸຫຼຽນລາງວັນສູງ. ຜ່ານການອົບຮົມຫັດແອບ, ກໍາລັງປະກອບອາວຸດນະຄອນ ສືບຕໍ່ເສີມຂະຫຍາຍມູນເຊື້ອ, ບົດຮຽນສູ້ຮົບເປັນຢ່າງດີ, ຍົກສູງຄວາມສາມາດແກ້ໄຂບັນດາກໍລະນີຢ່າງມີປະສິດທິພາບ, ເຮັດສໍາເລັດໜ້າທີ່ຢ່າງດີເດັ່ນ. ພົ້ນເດັ່ນແມ່ນ, ກໍາລັງປະກອບອາວຸດນະຄອນ ຮັບປະກັນການຮັບໃຊ້ບັນດາເຫດການການເມືອງທີ່ສໍາຄັນຍິ່ງໃນບໍລິເວນຢ່າງມີປະສິດທິພາບ, ໂດຍສະເພາະແມ່ນການເດີນຂະບວນ, ສວນສະໜາມສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດເປັນເອກະພາບຄົບຮອບ 50 ປີ; ຮັກສາການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສ້າງສະພາບແວດລ້ອມໃຫ້ມີສະຖຽນລະພາບ ເພື່ອໃຫ້ເສດຖະກິດ-ສັງຄົມພັດທະນາຢ່າງຂະຫຍັນຂັນເຄື່ອນ, ຍືນຍົງ.
ປີ 2026 ມີຄວາມໝາຍສໍາຄັນພິເສດ, ເປັນປີທໍາອິດທີ່ຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ກອງປະຊຸມໃຫຍ່ອົງຄະນະພັກກອງທັບຄັ້ງທີ XII ແລະກອງປະຊຸມໃຫຍ່ອົງຄະນະພັກນະຄອນໂຮ່ຈີມິນ ຄັ້ງທີ I. ຕໍ່ໜ້າຄວາມຮຽກຮ້ອງຕ້ອງການກໍ່ສ້າງກອງທັບປະຕິວັດ, ມີແບບແຜນ, ຍອດຢ້ຽມ, ທັນສະໄໝ, ກອງບັນຊາການທະຫານນະຄອນ ສືບຕໍ່ຊີ້ນໍາຜັນຂະຫຍາຍປະຕິບັດມາດຕະການຍົກສູງການອົບຮົມຫັດແອບ, ສູ້ຮົບຢ່າງຄົບຊຸດ, ຂ້ຽວຂາດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່...
    |
 |
|
ທ່ານພົນຈັດຕະວາ ຟານກ໊ວກຫວຽດ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການກອງບັນຊາການທະຫານນະຄອນ ໂຮ່ຈີມິນ ກວດກາ, ລະດົມກໍາລັງໃຈພະນັກງານ, ນັກຮົບກອງພັນໃຫຍ່ ຢາດິ້ງ ໃນການອົບຮົມຫັດແອບ. ພາບ: ຢຸຍຮ໊ຽວ. |
ຕາມນັ້ນແລ້ວ, ກອງບັນຊາການທະຫານນະຄອນ ໄດ້ຊີ້ນໍາການສຶກສາອົບຮົມ, ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບ ແລະກໍາລັງຄວາມສາມາດນໍາພາຂອງຄະນະພັກ, ຄະນະບັນຊາທຸກຂັ້ນ, ພະນັກງານ, ນັກຮົບສໍາລັບໜ້າທີ່ອົບຮົມຫັດແອບ; ເຊື່ອມຊຶມ, ຈັດຕັ້ງປະຕິບັດທິດນໍາທີ່ວ່າ “ພື້ນຖານ, ແທດຈິງ, ໝັ້ນຄົງ” ໃຫ້ເປັນຢ່າງດີ; ຖືເປັນສໍາຄັນຕໍ່ການອົບຮົມຫັດແອບຢ່າງຄົບຊຸດ, ລົງເລິກ; ນໍາໃຊ້ “3 ທັດສະນະ, 8 ຫຼັກການ, 6 ການປະສານສົມທົບ” ຢ່າງມີໄຫວພິບ, ຮັບປະກັນ “3 ແທດຈິງ” ໃນການອົບຮົມຫັດແອບ.
ບົນພື້ນຖານການຄົ້ນຄວ້າເລ່ລ່ຽມ, ວິທີສູ້ຮົບໃນສົງຄາມໃນໄລຍະມໍ່ໆມານີ້ ແລະກົນອຸບາຍ, ເລ່ລ່ຽມຂອງສັດຕູ, ກອງບັນຊາການທະຫານນະຄອນ ໄດ້ເປັນເຈົ້າການຊີ້ນໍາກວດກາຄືນ, ເພີ່ມເຕີມລະບົບເອກະສານສູ້ຮົບ, ປ້ອງກັນ, ຕ້ານໄພທໍາມະຊາດ, ກູ້ໄພ-ກູ້ຊີບ; ກໍ່ສ້າງລະບົບກໍລະນີໃຫ້ໃກ້ຊິດຕິດແທດກັບພຶດຕິກໍາຕົວຈິງ. ໂດຍອີງໃສ່ຄໍາສັ່ງ, ຄໍາແນະນໍາຂອງຂັ້ນເທິງ, ນະຄອນ ໄດ້ສ້າງແຜນການ, ລາຍການ, ເນື້ອໃນອົບຮົມຫັດແອບຕາມທິດທັນສະໄໝ, ໃກ້ຊິດຕິດແທດກັບໜ້າທີ່, ເປົ້າໝາຍ, ບໍລິເວນສູ້ຮົບ. ເນື້ອໃນອົບຮົມຫັດແອບໄດ້ສຸມໃສ່ເຂົ້າເຕັກນິກການສູ້ຮົບທາງບົກ, ຍຸດທະວິທີປະສານເຫຼົ່າ, ເຕັກນິກ, ຍຸດທະວິທີລົງເລິກຂະແໜງການ; ຍົກສູງກໍາລັງຄວາມສາມາດເປັນເຈົ້າຂອງອາວຸດຍຸດໂທປະກອນທີ່ມີຢູ່ແລ້ວໃນປັດຈຸບັນ ແລະອາວຸດໃໝ່; ຕອບສະໜອງຄວາມຮຽກຮ້ອງຕ້ອງການສູ້ຮົບທັນສະໄໝ, ເມື່ອສັດຕູນໍາໃຊ້ອາວຸດເຕັກໂນໂລຊີສູງ. ພ້ອມກັນນັ້ນ, ສົມທົບຢ່າງແໜ້ນແຟ້ນລະຫວ່າງການອົບຮົມຫັດແອບການທະຫານກັບການສຶກສາອົບຮົມດ້ານການເມືອງ; ຝຶກແອບກໍາລັງກາຍກັບການບໍາລຸງສ້າງທັກສະ, ບົດຮຽນສູ້ຮົບ.
ກອງບັນຊາການທະຫານນະຄອນ ສືບຕໍ່ຊີ້ນໍາຈັດຕັ້ງປະຕິບັດຮູບການຝຶກຊ້ອມຫຼາຍຮູບແບບເພື່ອໃຫ້ສອດຄ່ອງກັບບໍລິເວນຕາມທິດຕ່າງໆ, ເຂດທະເລ, ໝູ່ເກາະ, ໃນເຂດປ້ອງກັນນະຄອນ. ຈຸດສຸມແມ່ນປ່ຽນແປງໃໝ່, ຍົກສູງຄຸນນະພາບການຝຶກຊ້ອມແຕ່ຂັ້ນໝວດ, ຄ້າຍທະຫານຊາຍແດນ, ກອງບັນຊາການທະຫານຕາແສງ ຈົນເຖິງກອງບັນຊາການປ້ອງກັນເຂດ. ຜ່ານການຝຶກຊ້ອມ, ໄດ້ດັດປັບແຜນການ, ເນື້ອໃນ, ວິທີອົບຮົມຫັດແອບຢ່າງທັນການ, ໃກ້ຊິດຕິດແທດກັບພຶດຕິກໍາຕົວຈິງ ແລະຝຶກແອບບັນດາແຜນການຢ່າງຊໍານິຊໍານານ.
ຈາກມູນເຊື້ອ, ບົດຮຽນສູ້ຮົບໃນການຕໍ່ສູ້ ກໍຄືພຶດຕິກໍາຕົວຈິງໃນການປະຕິບັດໜ້າທີ່ໃນໄລຍະຜ່ານມາ, ກໍາລັງປະກອບອາວຸດນະຄອນ ໄດ້ຜັນຂະຫຍາຍປະຕິບັດຫຼາຍຮູບການຖ່າຍທອດຄວາມຮູ້, ນໍາໃຊ້ບົດຮຽນສູ້ຮົບເຂົ້າໃນການອົບຮົມຫັດແອບ. ບັນດາບົດຮຽນກ່ຽວກັບການກໍາແໜ້ນສະພາບການ, ກໍ່ສ້າງຮາກຖານການເມືອງໃຫ້ໝັ້ນຄົງເຂັ້ມແຂງ, ວິທີການຕໍ່ສູ້ທີ່ເປັນເອກະລັກສະເພາະຂອງກໍາລັງຕີພິເສດ ໄຊງ່ອນ... ໄດ້ຫັນເປັນລະອຽດກາຍເປັນຫົວຂໍ້, ເນື້ອໃນອົບຮົມຫັດແອບໃນເງື່ອນໄຂໃໝ່.
ຄຽງຂ້າງນັ້ນ, ກອງບັນຊາການທະຫານນະຄອນ ໄດ້ຍູ້ແຮງການນໍາໃຊ້ວິທະຍາສາດ-ເຕັກໂນໂລຊີ, ປ່ຽນແປງໃໝ່ປະດິດສ້າງ, ຫັນເປັນດີຈີຕອນ ເພື່ອແນໃສ່ຍົກສູງຄຸນນະພາບການອົບຮົມຫັດແອບຕາມທິດທັນສະໄໝ. ວຽກງານພະລາທິການ, ເຕັກນິກ ໄດ້ຮັບການຮັບປະກັນຢ່າງຄົບຊຸດ, ເອົາໃຈໃສ່ເຖິງການເບິ່ງແຍງດູແລຊີວິດການເປັນຢູ່ໃຫ້ພະນັກງານ, ນັກຮົບ; ຮັບປະກັນອາວຸດຍຸດໂທປະກອນໃຫ້ແກ່ໜ້າທີ່ອົບຮົມຫັດແອບ, ກຽມພ້ອມສູ້ຮົບ.
ດ້ວຍບັນຍາກາດ ແລະຈິດໃຈໃໝ່, ກໍາລັງປະກອບອາວຸດນະຄອນ ຕັດສິນໃຈເຮັດສໍາເລັດໜ້າທີ່ອົບຮົມຫັດແອບສູ້ຮົບ ປີ 2026 ຢ່າງດີເດັ່ນ; ກໍ່ສ້າງກໍາລັງປະກອບອາວຸດນະຄອນ ປະຕິວັດ, ມີແບບແຜນ, ຍອດຢ້ຽມ, ທັນສະໄໝ, ປົກປັກຮັກສານະຄອນໄວ້ຢ່າງໝັ້ນຄົງໃນທຸກສະຖານະການ.
ໂດຍ: ໄຊຊະນະ