ຕາມບົດລາຍງານຂອງນະຄອນຮ່າໂນ້ຍ ແລ້ວ, ການແຜນຜັງກຳນົດ 9 ຂົ້ວພັດທະນາ, 9 ໃຈກາງໃຫຍ່, ສົມທົບ 9 ເສັ້ນທາງກໍາລັງໜູນ, ກັບບັນດາແລວທາງ, ຊຸກຍູ້ການເຊື່ອມຕໍ່ເຂດ ແລະແຫ່ງຊາດ, ເຊື່ອມຕໍ່ເຂດຊາຍແດນ, ທ່າກໍາປັ່ນທະເລ ແລະສາກົນ; ບັນດາສະຖານທີ່ມໍລະດົກວັດທະນະທຳ, ປະຫວັດສາດ, ທັດສະນີຍະພາບຢູ່ລຽບຕາມແມ່ນໍ້າດ່າ, ແມ່ນໍ້າແດງ, ແມ່ນໍ້າດວ໊ງ; ແລວທາງສີຂຽວມໍລະດົກທຳມະຊາດ, ວັດທະນະທຳ, ປະຫວັດສາດ, ຈິດວິນຍານ, ການທ່ອງທ່ຽວທາງທິດຕາເວັນຕົກເຊື່ອມຕໍ່ທັດສະນີຍະພາບ ແລະປູຊະນີຍະສະຖານປະຫວັດສາດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: baochinhphu.vn

ສະຫຼຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ຖືວ່າ ການແຜນຜັງແມ່ນຖືມະນຸດເປັນໃຈກາງ, ເຈົ້າກໍາ; ຕົວເມືອງແຫ່ງຄວາມຮັ່ງມີ, ສີວິໄລ, ຄວາມຈະເລີນຮຸ່ງເຮືອງ, ສີສັນ, ທັນສະໄໝ ແລະວິໄສທັດ 100 ປີ, ພັດທະນາຫຼາຍຂົ້ວ, ຫຼາຍຊັ້ນ, ຫຼາຍໃຈກາງ, ຫຼາຍທິດ, ຫຼາຍແງ່ມູມ, ພັດທະນາດີຈີຕອນ, ສີຂຽວ, ສະອາດ, ສວຍງາມ, ອະລິຍະທຳ.

ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ບູລະນະ, ຮັກສາ, ເສີມຂະຫຍາຍວັດທະນະທໍາ, ສີສັນຮ່າໂນ້ຍ, ຄຸ້ມຖະໜົນເກົ່າ, ປູຊະນີຍະສະຖານປະຫວັດສາດວັດທະນະທໍາ. ພ້ອມທັງແຜນຜັງເພື່ອພັດທະນາອຸດສາຫະກຳວັດທະນະທຳ, ອຸດສາຫະກຳບັນເທີງ; ການບໍລິຫານ, ຄຸ້ມຄອງຕົວເມືອງອັດສະລິຍະ.

ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ຄວນຫຼາຍຮູບຫຼາຍແບບ, ຫັນເປັນແຫຼ່ງກໍາລັງຂອງລັດ ດີທີ່ສຸດ, ຍູ້ແຮງການຮ່ວມມືພາກລັດ-ເອກະຊົນ, ສ້າງນະໂຍບາຍລະດົມແຫຼ່ງກໍາລັງ, ຄື: ກໍ່ສ້າງການຖ່າຍທອດ (BT), ກໍ່ສ້າງ-ດຳເນີນທຸລະກິດ-ຖ່າຍທອດ (BOT), ນະໂຍບາຍໃຫ້ຮູບແບບການພັດທະນາຕົວເມືອງ ຕິດພັນກັບການຄົມມະນາຄົມສາທາລະນະ (TOD), ກໍ່ສ້າງກອງທຶນ, ຄື: ກອງທຶນເຮືອນຢູ່ສັງຄົມ, ຖືແຫຼ່ງກໍາລັງພາຍໃນເປັນພື້ນຖານ, ຍຸດທະສາດ, ໄລຍະຍາວ, ຕັດສິນ, ແຫຼ່ງກໍາລັງພາຍນອກແມ່ນສໍາຄັນ, ບຸກລະລຸ... ໃນການຜັນຂະຫຍາຍ, ຫັນເປັນແຜນຜັງໃຫ້ປະກົດຜົນເປັນຈິງ.

ໂດຍ: ເຈິ່ນຮວ່ຽນ