ຕາມບົດຂຽນຂອງສຳນັກຂ່າວສານແຫ່ງຊາດມາເລເຊຍ (BERNAMA), ການເລືອກຕັ້ງດຳເນີນໄປໃນສະພາບການ ຫວຽດນາມ ສືບຕໍ່ຊຸກຍູ້ບັນດາເປົ້າໝາຍພັດທະນາເສດຖະກິດ, ສັງຄົມ ແລະ ສ້າງລະບົບນະໂຍບາຍໃຫ້ສົມບູນແບບແກ່ໄລຍະພັດທະນາໃໝ່. ບົດ​ຂຽນ​ໄດ້​ຊີ້​ແຈ້ງວ່າ, ການ​ເລືອກ​ຕັ້ງ​ທົ່ວ​ປະເທດ ບໍ່​ພຽງ​ແຕ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເກືອບ 79 ລ້ານ​ຄົນ​ໃນ​ທົ່ວ​ປະ​ເທດ​ ປະຕິບັດ​ສິດ ​ແລະພັນທະ​ລົງ​ຄະ​ແນນ​ສຽງ, ຜ່ານ​ນັ້ນ​ເລືອກ​ເອົາ​ບັນດາ​ຜູ້​ແທນ​ທີ່​ດີ​ເດັ່ນ ​ແລະສົມເປັນ​ຕົວ​ແທນ​ໃຫ້​ຄວາມ​ມຸ່ງ​ມາດ​ປາດ​ຖະໜາຂອງຕົນໃນ​​ສະພາ​ແຫ່ງ​ຊາດ ​ແລະສະພາ​ປະຊາຊົນ​ທຸກ​ຂັ້ນ​ໃນອາຍຸການໃໝ່ເທົ່ານັ້ນ, ຫາກ​ຍັງ​ແມ່ນ​ບາດກ້າວ​ລະອຽດໃນ​ການຜັນຂະຫຍາຍ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ຜູ້ແທນທົ່ວປະເທດ ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູນິດ​ຫວຽດນາມ.

leftcenterrightdel
ສື່ມວນຊົນສາກົນມີຄວາມປະທັບໃຈຕໍ່ “ວັນບຸນເລືອກຕັ້ງທົ່ວປະເທດ” ຂອງຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ໜັງສືພິມ Nikkei Asia ຂອງຍີ່ປຸ່ນ ຕີລາຄາວ່າ ການເລືອກຕັ້ງແມ່ນໂອກາດເພື່ອໃຫ້ປະຊາຊົນເຂົ້າຮ່ວມເລືອກເອົາບັນດາຜູ້ຕາງໜ້າໃຫ້ແກ່ສຽງເວົ້າ ແລະຜົນປະໂຫຍດຂອງຕົນ. ຕາມ​ບົດ​ຂຽນ​ແລ້ວ, ການ​ເຂົ້າ​ຮ່ວມທີ່ຕັ້ງໜ້າຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ຈະ​ຊ່ວຍ​ເພີ່ມ​ທະວີ​ລັກສະນະ​ເປັນ​ຕົວ​ແທນ, ​ປັບປຸງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ທາງ​ສັງຄົມ, ໜູນ​ຊ່ວຍບັນດາ​ນະ​ໂຍບາຍ​ພັດທະນາ​ເສດຖະກິດ - ສັງຄົມ, ມຸ່ງໄປເຖິງຍົກສູງການການ​ເຕີບ​ໂຕ ​ແລະຄຸນ​ນະພາ​ບການດໍາລົງຊີວິດ​ຂອງ​ປະຊາຊົນ.

ວິທະຍຸກະຈາຍສຽງ Sputnik (ລັດເຊຍ), ສະຖານີໂທລະພາບສູນກາງຈີນ (CCTV), ສຳນັກຂ່າວສານ Prensa Latina ຂອງກູບາ ແລະບັນດາສຳນັກຂ່າວສານຝ່າຍຕາເວັນຕົກ… ລ້ວນແຕ່ເນັ້ນໜັກວ່າ ນີ້ແມ່ນເຫດການການເມືອງສຳຄັນຂອງຫວຽດນາມ, ພ້ອມກັນນັ້ນ ສົ່ງສານກ່ຽວກັບ “ວັນບຸນເລືອກຕັ້ງທົ່ວປະເທດ” ຂອງ ຫວຽດນາມ, ໃນນັ້ນໃຫ້ຂໍ້ສັງເກດວ່າ ການເລືອກຕັ້ງຄັ້ງນີ້ມີການປ່ຽນແປງໃໝ່ຫຼາຍຢ່າງ, ສ່ອງແສງການປັບປຸງໃນວຽກງານການຈັດຕັ້ງ ແລະວິທີການຜັນຂະຫຍາຍ.

ໂດຍ: ຈາງຫງວຽນ