ໃນໄລຍະ 2024-2025, ພະແນກກະສິກຳ ແລະສິ່ງແວດລ້ອມແຂວງເລິມດົ່ງ ໄດ້ໜູນຊ່ວຍແຂວງບໍລິຄຳໄຊ ຜັນຂະຫຍາຍປະຕິບັດຫຼາຍກິດຈະກໍາທີ່ແທດຈິງ, ສຸມໃສ່ເຂົ້າໃນການບຳລຸງສ້າງ, ຖ່າຍທອດເຕັກນິກ, ໜູນຊ່ວຍແນວພັນພືດ.

leftcenterrightdel
ແຂວງເລິມດົ່ງ ໜູນຊ່ວຍຊາວກະສິກອນແຂວງບໍລິຄຳໄຊ ເບ້ຍໄມ້ ແລະແນະນຳເຕັກນິກການປູກ, ດູແລ. ພາບ: baolamdong.vn

ລະອຽດແມ່ນ, ພະແນກກະສິກຳ ແລະສິ່ງແວດລ້ອມແຂວງເລິມດົ່ງ ໄດ້ຈັດຊຸດຝຶກອົບຮົມໃຫ້ແກ່ພະນັກງານວິຊາການ ແລະຊາວກະສິກອນແຂວງບໍລິຄຳໄຊ ກ່ຽວກັບເຕັກນິກການຜະລິດເບ້ຍໄມ້, ການປູກຜັກ ແລະຕົ້ນໄມ້ກິນໝາກ ເຊັ່ນ: ອາໂວກາໂດ, ທຸລຽນ...; ພ້ອມທັງໃຫ້ຄໍາແນະນໍາກ່ຽວກັບວິທີການປູກເຊື້ອແພຈຸລັງ ແລະທັກສະຝຶກອົບຮົມ, ທັກສະການສອນ.

leftcenterrightdel
ສອງແຂວງ ເຫັນດີສະເໜີຫຼາຍເນື້ອໃນຮ່ວມມືສໍາຄັນໃນໄລຍະຕໍ່ໜ້າ. ພາບ: baolamdong.vn

ໃນປີ 2025, ຈະສືບຕໍ່ໃຫ້ການໜູນຊ່ວຍ 150 ກວ່າກິໂລກຼາມ ແລະແກ່ນຜັກຊະນິດຕ່າງໆ 10.000 ເມັດ. ແນວພັນພືດເຫຼົ່ານີ້ ໂດຍສູນສົ່ງເສີມກະສິກໍາແຂວງບໍລິຄໍາໄຊ ປູກ, ຖ່າຍທອດໃຫ້ຊາວກະສິກອນ ແລະຕິດຕາມ, ໜູນຊ່ວຍດ້ານວິຊາການໃນການຜະລິດ.

leftcenterrightdel
ແຂວງເລິມດົ່ງ ໜູນຊ່ວຍແກ່ນຜັກໃຫ້ແຂວງບໍລິຄຳໄຊ. ພາບ: baolamdong.vn

ບົນພື້ນຖານບັນດາໝາກຜົນທີ່ບັນລຸໄດ້, ສອງຝ່າຍໄດ້ເຫັນດີເປັນເອກະພາບສະເໜີບັນດາເນື້ອໃນຮ່ວມມືຈຸດສຸມໃນໄລຍະຕໍ່ໜ້າ, ເຊັ່ນ: ບຳລຸງສ້າງເຕັກນິກການປູກຝັງ; ການຜະລິດກະສິກຳທີ່ປອດໄພ, ການນຳໃຊ້ເຕັກໂນໂລຊີສູງ; ແລກປ່ຽນຊ່ຽວຊານ, ແລກປ່ຽນປະສົບການກ່ຽວກັບແນວພັນພືດ; ການເຊື່ອມຕໍ່ວິສາຫະກິດຂອງສອງແຂວງໃນການຜະລິດ, ການບໍລິໂພກ ແລະການສົ່ງເສີມການຄ້າຜະລິດຕະພັນກະເສດ.

ສອງແຂວງໄດ້ເຫັນດີມອບໃຫ້ບັນດາໜ່ວຍງານວິຊາສະເພາະ ປະສານງານ, ປະເມີນ ແລະຕີລາຄາຜົນການປະຕິບັດເປັນແຕ່ລະໄລຍະ, ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືມິດຕະພາບ ແລະການພັດທະນາກະສິກຳແບບຍືນຍົງລະຫວ່າງແຂວງເລິມດົ່ງ ແລະແຂວງບໍລິຄຳໄຊ.

ໂດຍ: ໄຊຊະນະ