ໃນໄລຍະຜ່ານມາ, ທະຫານຊາຍແດນແຂວງຢາລາຍ ໄດ້ສົມທົບກັນກັບກອງບັນຊາການທະຫານທະຫານແຂວງລັດຕະນະຄີຣີ ໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຕໍ່ສູ້, ສະກັດກັ້ນການເຄື່ອນໄຫວທີ່ລະເມີດກົດໝາຍ, ລະເມີດສັນຍາ ວ່າດ້ວຍກົດລະບຽບຊາຍແດນ ແລະອາດຊະຍາກຳປະເພດຕ່າງໆເປັນຢ່າງດີ.

leftcenterrightdel
ສອງຝ່າຍລົງນາມໃນບົດບັນທຶກການພົບປະເຈລະຈາ. ພາບ: qdnd.vn

ບັນດາກົມກອງຂຶ້ນກັບໄດ້ພົບປະເພື່ອແລກປ່ຽນຂໍ້ມູນ, ແກ້ໄຂບັນດາກໍລະນີທີ່ເກີດຂຶ້ນຢູ່ເຂດຊາຍແດນຢ່າງທັນການບົບຈິດໃຈໄວ້ເນື້ອເຊື່ອໃຈ, ສາມັກຄີ, ມິດຕະພາບ, ເຄົາລົບນັບຖືຕໍ່ເອກະລາດອະທິປະໄຕຂອງທັງສອງປະເທດ, ຍູ້ແຮງການໂຄສະນາເຜີຍແຜ່ໃຫ້ແກ່ປະຊາຊົນຢູ່ສອງຟາກຊາຍແດນປະຕິບັດຕາມສັນຍາວ່າດ້ວຍກົດລະບຽບຊາຍແດນຢ່າງເຂັ້ມງວດ.

ສອງຝ່າຍຈັດສົ່ງຄະນະພະນັກງານມາຢ້ຽມຢາມ, ເຂົ້າຮ່ວມບັນດາລາຍການ, ງານບຸນ, ລາຍການວັດທະນະທຳ, ສິລະປະ, ກຳກິລາເປັນປະຈຳ ເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ, ມິດຕະພາບລະຫວ່າງສອງຝ່າຍ.

ໂດຍ: ຈາງຫງວຽນ