leftcenterrightdel
ພົນຈັດຕະວາ ຟ້າມຮຸ່ງຮຶງ ຮອງຜູ້ບັນຊາການທະຫານເຂດ 2 ມອບຊໍ່ດອກໄມ້ຊົມເຊີຍຄະນະຜູ້ແທນກອງບັນຊາການທະຫານແຂວງຫົວພັນ. ພາບ: ຕ໊ວນຄອຍ.

ຕ້ອນຮັບ ແລະເຮັດວຽກກັບຄະນະມີທ່ານພົນຈັດຕະວາ ຟ້າມຮຸ່ງຮຶງ ຮອງຜູ້ບັນຊາການທະຫານເຂດ 2 ພ້ອມດ້ວຍການນໍາບັນດາອົງການທະຫານເຂດ 2 ເຂົ້າຮ່ວມ.

ທີ່ການເຮັດວຽກ, ສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບສະພາບການເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະບັນດາເຫດການສໍາຄັນໃນປີ 2025 ຂອງສອງປະເທດ; ໝາກຜົນໃນການເຄື່ອນໄຫວແຮກສ່ຽວ, ປະສານສົມທົບ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດລະຫວ່າງທະຫານເຂດ 2 ກັບບັນດາກົມກອງ, ທ້ອງຖິ່ນຂອງບັນດາແຂວງພາກເໜືອຂອງລາວ ເວົ້າລວມ ແລະແຂວງຫົວພັນ ເວົ້າສະເພາະ.

leftcenterrightdel
ພັນເອກ ຄໍາປ່ຽງ ດວງໄຊແພງ ແລະພົນຈັດຕະວາ ຟ້າມຮຸ່ງຮຶງ ແລກປ່ຽນສະພາບການ. ພາບ: ຕ໊ວນຄອຍ.

ພັນເອກ ຄໍາປ່ຽງ ດວງໄຊແພງ ຊົມເຊີຍບັນດາໝາກຜົນ ເຊິ່ງ ພັກ, ລັດ ແລະປະຊາຊົນຫວຽດນາມ ບັນລຸໄດ້ໃນປີ 2025, ພິເສດແມ່ນການພັດທະນາ ເສດຖະກິດ; ພ້ອມທັງສະແດງຄວາມຂອບໃຈຕໍ່ການເອົາໃຈໃສ່, ການປະສານສົມທົບ, ຊ່ວຍເຫຼືອຂອງທະຫານເຂດ 2 ໃນວຽກງານທຸກດ້ານໃນໄລຍະຜ່ານມາ, ໃນນັ້ນຈັດຕັ້ງສໍາເລັດກອງປະຊຸມລະຫວ່າງຂະແໜງ ປີ 2025 ກັບບັນດາກົມກອງພາກເໜືອ ຢູ່ແຂວງຊຽງຂວາງ; ຝຶກອົບຮົມ, ບໍາລຸງສ້າງໄລຍະສັ້ນໃຫ້ແກ່ບັນດາກົມກອງພາກເໜືອຂອງລາວ; ສືບຕໍ່ກໍ່ສ້າງຮາກຖານການເມືອງ ແລະຊ່ວຍເຫຼືອປະຊາຊົນລາວ ລົບລ້າງຄວາມອຶດຫິວຫຼຸດຜ່ອນທຸກຍາກ, ພັດທະນາເສດຖະກິດຢູ່ທີ່ 5 ກຸ່ມບ້ານ. 

leftcenterrightdel
ພັນເອກ ຄໍາປ່ຽງ ດວງໄຊແພງ ມອບຂອງຂວັນໃຫ້ກອງບັນຊາການທະຫານ ເຂດ 2. ພາບ: ຕ໊ວນຄອຍ.

ເນື່ອງໃນໂອກາດນີ້, ສະຫາຍຫົວໜ້າຄະນະ ອວຍພອນພະນັກງານ, ນັກຮົບກໍາລັງປະກອບອາວຸດທະຫານເຂດ 2 ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ, ຕ້ອນຮັບບຸນປີໃໝ່ປະຈໍາຊາດຢ່າງອົບອຸ່ນ, ຜາສຸກ. ໃນໄລຍະຈະມາເຖິງ, ກອງບັນຊາການທະຫານແຂວງຫົວພັນ ຈະສືບຕໍ່ປະສານສົມທົບກັບທະຫານເຂດ 2 ຢ່າງແໜ້ນແຟ້ນ, ກໍາແໜ້ນຂໍ້ມູນຢ່າງເປັນປະຈໍາ, ແລກປ່ຽນສະພາບການ, ຊຸກຍູ້ບັນດາການເຄື່ອນໄຫວສົມທົບ, ຮ່ວມມືກັນ.

leftcenterrightdel
ພົນຈັດຕະວາ ຟ້າມຮຸ່ງຮຶງ ມອບຂອງຂວັນໃຫ້ຄະນະຜູ້ແທນກອງບັນຊາການທະຫານແຂວງຫົວພັນ. ພາບ: ຕ໊ວນຄອຍ.

ທ່ານພົນຈັດຕະວາ ຟ້າມຮຸ່ງຮຶງ ໄດ້ຂອບໃຈບັນດາອາລົມຈິດ ເຊິ່ງອົງຄະນະພັກ, ອໍານາດການປົກຄອງ, ກໍາລັງປະກອບອາວຸດ ແລະປະຊາຊົນບັນດາເຜົ່າແຂວງຫົວພັນ ໄດ້ສະຫງວນໃຫ້ແກ່ພະນັກງານ, ນັກຮົບກໍາລັງປະກອບອາວຸດທະຫານເຂດ 2. ພ້ອມທັງປາດຖະໜາວ່າ ໃນໄລຍະຈະມາເຖິງແຂວງຫົວພັນ ພ້ອມກັບບັນດາແຂວງ, ກົມກອງພາກເໜືອຂອງລາວ ຈະສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈສາມັກຄີ, ມິດຕະພາບພິເສດ, ການຮ່ວມມືຮອບດ້ານ ໃຫ້ນັບມື້ນັບພັດທະນາ, ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດ.

ໂດຍ: ໄຊຊະນະ