leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: nhandan.vn

ກ່າວຄຳເຫັນທີ່ການຕ້ອນຮັບ, ສະຫາຍ ເລງອັກກວາງ ສະແດງຄວາມຂອບອົກຂອບໃຈມາຍັງສະຫາຍ ດາວວົງ ພອນແກ້ວ ພ້ອມດ້ວຍຄະນະ ທີ່ໄດ້ມາຢ້ຽມຢາມ ແລະອວຍພອນປີໃໝ່ການນໍານະຄອນດ່ານັງ ເນື່ອງໃນໂອກາດກະກຽມຕ້ອນຮັບບຸນປີໃໝ່ປະຈໍາຊາດຫວຽດນາມ 2026. ພ້ອມທັງໃຫ້ຮູ້ວ່າ ສອງທ້ອງຖິ່ນຄວນສຸມໃສ່ຍູ້ແຮງການຮ່ວມມືໃນທຸກຂົງເຂດ ເພື່ອຫັນແຜນນະໂຍບາຍຂອງການນຳຂັ້ນສູງສອງປະເທດໃຫ້ປະກົດຜົນເປັນຈິງແນໃສ່ຊ່ວຍຫຸ້ນສ່ວນຍຸດທະສາດລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ.

ສະຫາຍ ເລງອັກກວາງ ເນັ້ນໜັກວ່າ ນອກຈາກໂຄງການຮ່ວມມືຕາມແຜນການໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືລະຫວ່າງນະຄອນດ່ານັງ ກັບ 5 ທ້ອງຖິ່ນພາກໃຕ້ ແລະພາກກາງຂອງລາວ ໄລຍະ 2023-2027; ປະຈຸບັນ, ນະຄອນພວມສົ່ງເສີມບັນດາລະບຽບການທີ່ກ່ຽວຂ້ອງຕາມຂໍ້ກຳນົດ ເພື່ອຜັນຂະຫຍາຍກໍ່ສ້າງແຜນຮ່າງເພີ່ມທະວີການຮ່ວມມືລະຫວ່າງນະຄອນດ່ານັງ ກັບບັນດາທ້ອງຖິ່ນຂອງລາວໄລຍະ 2026-2030 ເຊິ່ງເປັນພື້ນຖານອັນສຳຄັນໃຫ້ແກ່ການຊຸກຍູ້ການພົວພັນຮ່ວມມືຮອບດ້ານລະຫວ່າງນະຄອນດ່ານັງ ກັບບັນດາທ້ອງຖິ່ນຂອງລາວ.

leftcenterrightdel
ສະຫາຍ ດາວວົງ ພອນແກ້ວ ມອບຂອງຂວັນທີ່ລະນຶກໃຫ້ແກ່ສະຫາຍ ເລງອັກກວາງ. ພາບ: nhandan.vn

ສ່ວນສະຫາຍ ດາວວົງ ພອນແກ້ວ ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ນະຄອນດ່ານັງ ແລະແຂວງສາລະວັນ ໄດ້ຕັ້ງໜ້າຮັກສາສາຍພົວພັນມິດຕະພາບຜ່ານການເຄື່ອນໄຫວແລກປ່ຽນຄະນະຜູ້ແທນເປັນປະຈຳ. ມາຮອດປະຈຸບັນ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈໍາ, ຂໍ້ຕົກລົງຈໍານວນ 6 ສະບັບ, ເພື່ອເປັນພື້ນຖານໃຫ້ການສົ່ງເສີມໂຄງການຮ່ວມມືລະຫວ່າງນະຄອນດ່ານັງ ແລະສາລະວັນ. ພ້ອມທັງຫວັງວ່າ ໃນໄລຍະຈະມາເຖິງ, ສອງທ້ອງຖິ່ນຈະສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນລະຫວ່າງສອງຝ່າຍ, ເປັນຕົ້ນແມ່ນການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງນະຄອນ ກັບບັນດາທ້ອງຖິ່ນຂອງລາວ.

ໂດຍ: ເຈິ່ນຮວ່ຽນ