ຮັດແໜ້ນການພົວພັນຮ່ວມມືລະຫວ່າງແຂວງທ໊າຍຫງວຽນ ແລະຫົວພັນ
ກປ.ອອນໄລ - ຕອນບ່າຍວັນທີ 3 ກຸມພາ, ສະຫາຍ ຈີ້ງຊວນເຈື່ອງ, ກໍາມະການສູນກາງພັກ, ເລຂາພັກແຂວງທ໊າຍຫງວຽນ ໄດ້ມີການເຮັດວຽກກັບຄະນະຜູ້ແທນແຂວງຫົວພັນ, ປະເທດລາວ, ນໍາໂດຍສະຫາຍ ຄອນປະພັນ ເລືອງສີຈັນທອງ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຫົວພັນ.
    |
 |
|
ບັນຍາກາດທີ່ການຕ້ອນຮັບ ແລະເຮັດວຽກ. ພາບ: baothainguyen.vn |
ທີ່ການເຮັດວຽກ, ສະຫາຍ ຈີ້ງຊວນເຈື່ອງ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ຕ້ອນຮັບຄະນະຜູ້ແທນແຂວງຫົວພັນ. ສະຫາຍເນັ້ນໜັກວ່າ, ຫວຽດນາມ ແລະລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ, ມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ສະໜິດຕິດພັນແຕ່ດົນນານ; ແຂວງທ໊າຍຫງວຽນ ຮັກສາການພົວພັນຮ່ວມມືອັນດີງາມກັບຫຼາຍທ້ອງຖິ່ນຂອງລາວ, ໃນນັ້ນມີແຂວງຫົວພັນ.
ສະຫາຍ ຈີ້ງຊວນເຈື່ອງ ຫວັງວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມືຮອບດ້ານ, ເປັນຕົ້ນແມ່ນໃນຂົງເຂດການລົງທຶນ, ການທ່ອງທ່ຽວ ແລະການຄ້າ, ຜ່ານນັ້ນປະກອບສ່ວນຮັກສາສີສັນວັດທະນະທຳ, ປັບປຸງ ແລະເຮັດໃຫ້ສາຍພົວພັນສະໜິດຕິດພັນ, ແໜ້ນແຟ້ນລະຫວ່າງສອງແຂວງຢ່າງເລິກເຊິ່ງກວ່າອີກ.
    |
 |
|
ຄະນະປະຕິບັດງານຂອງແຂວງຫົວພັນ ອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ. ພາບ: baothainguyen.vn |
ຕາງໜ້າຄະນະຜູ້ແທນແຂວງຫົວພັນ, ສະຫາຍ ຄອນປະພັນ ເລືອງສີຈັນທອງ ສະແດງຄວາມປະທັບໃຈຕໍ່ໝາກຜົນແຫ່ງການພັດທະນາທີ່ພົ້ນເດັ່ນຂອງແຂວງທ໊າຍຫງວຽນ ໃນຊຸມປີມໍ່ໆມານີ້; ພ້ອມທັງໃຫ້ຮູ້ວ່າ ຄະນະຜູ້ແທນກໍ່ດີໃຈທີ່ໄດ້ມາຢ້ຽມຢາມ ແລະເຮັດວຽກຢູ່ແຂວງທ໊າຍຫງວຽນ ໃນໂອກາດທີ່ຫວຽດນາມ ຫາກໍ່ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງ ພັກ, ສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ແລະກະກຽມຕ້ອນຮັບບຸນປີໃໝ່ປະຈໍາຊາດ.
ສະຫາຍ ຄອນປະພັນ ເລືອງສີຈັນທອງ ອວຍພອນບັນດາຜົນງານ ເຊິ່ງແຂວງທ໊າຍຫງວຽນ ບັນລຸໄດ້, ຫວັງວ່າ ແຂວງທ໊າຍຫງວຽນ ຈະສືບຕໍ່ເອົາໃຈໃສ່, ໜູນຊ່ວຍແຂວງຫົວພັນເວົ້າລວມ ແລະປະເທດລາວ ເວົ້າລວມໃນຂົງເຂດວຽກງານບຳລຸງສ້າງຊັບພະຍາກອນມະນຸດ ແລະເປີດກວ້າງການຮ່ວມມືໃນຂົງເຂດອື່ນໆ.
ໂດຍ: ເຈິ່ນຮວ່ຽນ