leftcenterrightdel
ພິທີວາງສີລາລຶກລົງມືກໍ່ສ້າງເຮືອນສາຍໃຈ ໃຫ້ແກ່ຄອບຄົບ ແມ່ເຖົ້າ ປຸງ ມະນີ. ພາບ: ແທັງຈຸກ.

ຕາມການອອກແບບ, ເຮືອນສາຍໃຈຂອງຄອບຄົວແມ່ເຖົ້າ ປຸງ ມະນີ ມີເນື້ອທີ່ 70 ຕາແມັດ; ເຮືອນຄົວໂຮງຮຽນມັດທະຍົມຕອນຕົ້ນກິນນອນຊົນເຜົ່າ ລະໂກ ມີເນື້ອທີ່ 60 ຕາແມັດ, ຈະໄດ້ກໍ່ສ້າງດ້ວຍດິນຈີ່, ມຸງດ້ວຍສັງກະສີ, ພື້ນປູດ້ວຍກະເບື້ອງ ພ້ອມດ້ວຍເຄື່ອງໃຊ້ໃນເຮືອນຄົວ.

ມູນຄ່າການກໍ່ສ້າງທັງໝົດ 600 ລ້ານດົ່ງ. ຈໍານວນເງິນດັ່ງກ່າວ ແມ່ນໄດ້ຫັກເງິນຈາກເງິນເດືອນຂອງພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ເຮື໊ອງເລິບ ແລະການປຸກລະດົມຂົນຂວາຍຈາກວິສາຫະກິດ, ຜູ້ໃຈບຸນໃຈກຸສົນ.

leftcenterrightdel
ຕາງໜ້າອໍານາດການປົກຄອງເມືອງເຊໂປນ, ກອງຮ້ອຍທະຫານຊາຍແດນ 321, ຄະນະກໍາມະການປະຊາຊົນຕາແສງເຮື໊ອງເລິບ ແລະຄ້າຍທະຫານຊາຍແດນ ເຮື໊ອງເລິບ ມອບຂອງຂວັນໃຫ້ນັກຮຽນ ແລະປະຊາຊົນບ້ານອາເວຍ. ພາບ: ແທັງຈຸກ.
leftcenterrightdel
ອໍານາດການປົກຄອງເມືອງເຊໂປນ ມອບໃບຍ້ອງຍໍໃຫ້ຄ້າຍທະຫານຊາຍແດນ ເຮື໊ອງເລິບ ຍ້ອນມີຜົນງານໃນການຊ່ວຍເຫຼືອປະຊາຊົນບ້ານອາເວຍ. ພາບ: ແທັງຈຸກ.

ທ່ານພັນໂທ ຫງວຽນຕ໋ວນແອງ, ຫົວໜ້າຄ້າຍທະຫານຊາຍແດນ ເຮື໊ອງເລິບ ໃຫ້ຮູ້ວ່າ ການເລີ່ມລົງມືກໍ່ສ້າງ “ເຮືອນສາຍໃຈຢູ່ເຂດຊາຍແດນ ຫວຽດນາມ-ລາວ” ໃຫ້ຄອບຄົວແມ່ເຖົ້າ ປຸງ ມະນີ ແລະເຮືອນຄົວໃຫ້ແກ່ໂຮງຮຽນມັດທະຍົມຕອນຕົ້ນກິນນອນຊົນເຜົ່າລະໂກ ບໍ່ພຽງແຕ່ເປັນກິດຈະກໍາທີ່ມີຄວາມໝາຍທາງສະຫວັດດີການສັງຄົມເທົ່ານັ້ນ, ຫາກຍັງເປັນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ການປະສານສົມທົບຢ່າງມີປະສິດທິຜົນລະຫວ່າງຄ້າຍທະຫານຊາຍແດນເຮື໊ອງເລິບ ກັບອໍານາດການປົກຄອງ ແລະປະຊາຊົນລາວ ໃນການເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນສອງຟາກຊາຍແດນທັງສອງຝ່າຍ ອີກດ້ວຍ.

ນີ້ກໍ່ແມ່ນໜຶ່ງໃນບັນດາກິດຈະກໍາເຄື່ອນໄຫວທີ່ແທດຈິງສະເຫຼີມສະຫຼອງວັນສະຖາປະນາ ແຫ່ງ ສປປ ລາວ ຄົບຮອບ 50 ປີ (2-12-1975 / 2-12-2025) ແລະວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 81 ປີ (22-12-1944 / 22-12-2025). 

ໂດຍ: ໄຊຊະນະ