ກຳນົດທິດທາງການຮ່ວມມື ແລະພັດທະນາລະຫວ່າງ ຫວຽດນາມ - ລາວ ໃນໄລຍະໃໝ່
ກປ.ອອນໄລ - ທ່ານ ຫງວຽນແມ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ ການຢ້ຽມຢາມມີຄວາມໝາຍສຳຄັນທີ່ສຸດ ຕໍ່ການພົວພັນແບບພິເສດ ຫວຽດນາມ - ລາວ, ເປັນຕົ້ນແມ່ນໃນການກຳນົດທິດທາງການຮ່ວມມື ແລະພັດທະນາລະຫວ່າງສອງປະເທດ ໃນໄລຍະໃໝ່.
ໂດຍໄດ້ຮັບຄຳເຊີນຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ລາວ ໃນວັນທີ 5 ກຸມພາ 2026.
    |
 |
|
ທ່ານ ຫງວຽນແມ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: VOV |
ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບການຢ້ຽມຢາມ, ທ່ານ ຫງວຽນແມ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ ການຢ້ຽມຢາມມີຄວາມໝາຍສຳຄັນທີ່ສຸດ ຕໍ່ການພົວພັນແບບພິເສດ ຫວຽດນາມ - ລາວ, ເປັນຕົ້ນແມ່ນໃນການກຳນົດທິດທາງການຮ່ວມມື ແລະພັດທະນາລະຫວ່າງສອງປະເທດໃນໄລຍະໃໝ່. ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ສອງພັກ, ສອງລັດ ສືບຕໍ່ຢັ້ງຢືນຢ່າງແຮງມູນເຊື້ອສາມັກຄີແບບພິເສດ, ຄວາມສັດຊື່ບໍລິສຸດ, ສະເໝີຕົ້ນສະເໝີປາຍລະຫວ່າງ ຫວຽດນາມ ແລະລາວ. ທ່ານ ຫງວຽນແມ້ງເກື່ອງ ໃຫ້ຮູ້ວ່າ ໃນຂອບເຂດການຢ້ຽມຢາມ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຈະມີການພົບປະສອງຝ່າຍກັບບັນດາການນຳຂັ້ນສູງຂອງພັກ, ລັດລາວ ເພື່ອແນໃສ່ແລກປ່ຽນຢ່າງຮອບດ້ານກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ; ຕີລາຄາຜົນການຮ່ວມມືໃນໄລຍະຜ່ານມາ ແລະເປັນເອກະພາບບັນດາການກຳນົດທິດໃຫຍ່ໃນການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະພັດທະນາໃໝ່. ຄາດວ່າ ສອງຝ່າຍ ຈະລົງນາມເອກະສານຮ່ວມມືທີ່ສໍາຄັນຈໍານວນໜຶ່ງລະຫວ່າງບັນດາຄະນະ, ກະຊວງ, ຂະແໜງການ ແລະທ້ອງຖິ່ນ, ຜ່ານນັ້ນ ຊຸກຍູ້ການຮ່ວມມືສອງຝ່າຍໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນກວ່າ
ໂດຍ: ກວຽດເຕິມ