“ກົມກອງ ເປັນເຮືອນ, ເພື່ອນຮ່ວມກອງ ເປັນອ້າຍນ້ອງ”

ເມື່ອມາໂຮງໝໍກາງສະໜາມຂັ້ນ 2 ຂອງຫວຽດນາມ ຢູ່ Bentiu ແມ່ນຄືກັບວ່າ ໄດ້ກັບຄືນໄປຢູ່ກັບຄອບຄົວ. ໂດຍແມ່ນຜູ້ທີ່ເຄີຍປະຕິບັດງານຢູ່ໂຮງໝໍກາງສະໜາມສອງສະໄໝ ຄື ຂັ້ນ 2 ເລກ 3 ແລະຂັ້ນ 2 ເລກ 6 ສະນັ້ນ ຄໍາເວົ້າດັ່ງກ່າວຂອງທ່ານພັນເອກ ໂຮ່ຕ໊ຽນຮຶງ ພະນັກງານກົມຮັກສາສັນຕິພາບຫວຽດນາມ ທີ່ເຂົ້າຮ່ວມໃນຄະນະປະຕິບັດງານ ເພື່ອສ້າງການເຊື່ອມຕໍ່ທາງໄກລະຫວ່າງຊູດັງໃຕ້-ຫວຽດນາມ ບໍ່ແມ່ນຄໍາເວົ້າທີ່ອວດອ້າງເກີນໄປ.

leftcenterrightdel
 
leftcenterrightdel
ປະດັບປະດາຄ້າຍທະຫານ ເພື່ອກະກຽມຕ້ອນຮັບປີໃໝ່ ຢູ່ໂຮງໝໍກາງສະໜາມຂັ້ນ 2 ເລກ 7. ພາບ: ຮວ່າງຫວູ

“ກົມກອງເປັນເຮືອນ, ເພື່ອນຮ່ວມກອງ ເປັນອ້າຍນ້ອງ” ແຕ່ດົນມາແລ້ວ ໄດ້ເຂົ້າໄປສູ່ຈິດສໍານຶກຂອງທະຫານລຸງໂຮ່ ຮຸ່ນຕ່າງໆ. ສໍາລັບພະນັກງານ, ລັດຖະກອນໂຮງໝໍກາງສະໜາມ ຂັ້ນ 2 ເລກ 7 ກໍຄືກັນ. ໃນການປະຕິບັດພາລະກໍາຮັກສາສັນຕິພາບຢູ່ຕ່າງປະເທດ, ເພື່ອນຮ່ວມກອງບໍ່ຕ່າງກັບຍາດຕິພີ່ນ້ອງ. ໃນຊຸມວັນໃກ້ຈະຮອດບຸນປີໃໝ່ປະຈໍາຊາດ, ນ້ຳໃຈຄວາມຮັກແພງໃນຄອບຄົວເບິ່ງຄືວ່າໄດ້ທະວີຄູນຂຶ້ນເປັນຫຼາຍເທົ່າ.

ກ່ອນທີ່ຈະອອກເດີນທາງໄປຊູດັງໃຕ້, ພວກຂ້າພະເຈົ້າ ໄດ້ຮັບເຄື່ອງຈຳນວນໜຶ່ງຈາກພະນັກງານ, ລັດຖະກອນໂຮງໝໍກາງສະໜາມ ຂັ້ນ 2 ເລກ 7 ທີ່ ຂໍລາພັກປະຈໍາປີ ຝາກໃຫ້ເພື່ອນຮ່ວມກອງ ທີ່ຕ້ອນຮັບບຸນເຕັດຢູ່ໄກຈາກບ້ານເກີດເມືອງນອນ. ບຸນເຕັດກໍາລັງວຽນມາ, ພື້ນທີ່ຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 7 ສະຫວ່າງຂຶ້ນ ດ້ວຍສີເຫຼືອງ, ສີແດງເຂັ້ມຂອງງ່າດອກເໝີຍ, ດອກຄາຍ ທີ່ເຮັດດ້ວຍຜ້າໄໝ.

ບັນດານັກຮົບ “ໝວກເບເລສີຟ້າ” ຫ້າງຫາກະກຽມຕ້ອນຮັບບຸນປີໃໝ່ຫວຽດໃນທ່າມກາງບັນຍາກາດທີ່ເຕັມໄປດ້ວຍຂີ້ຝຸ່ນ ແລະແສງແດດສາຍລົມຢູ່ຕ່າງປະເທດ. ພັນຕີນາງ ຫງວຽນທິແທັງຮັ່ງ ພະນັກງານຟື້ນຟູສຸຂະພາບຂອງພະແນກການແພດພາຍໃນ-ຕິດແປດ, ໂຮງໝໍກາງສະໜາມຂັ້ນ 2 ເລກ 7 ແບ່ງປັນວ່າ: “ຢູ່ທີ່ນີ້, ເຖິງວ່າຍັງຂາດເຂີນຫຼາຍຢ່າງກໍ່ຕາມ, ແຕ່ນ້ຳໃຈຄວາມຮັກແພງພາຍໃນຄອບຄົວ,  ຈິດວິນຍານຂອງຊາດແມ່ນບໍ່ໄດ້ຂາດ. ທະຫານລຸງໂຮ່ ເກັ່ງຫຼາຍ. ທຸກຄົນພ້ອມກັນກະກຽມທຸກສິ່ງທຸກຢ່າງ ເພື່ອເຮັດແນວໃດເພື່ອໃຫ້ການສະຫຼອງ, ຕ້ອນຮັບປີໃໝ່ຢູ່ຕ່າງປະເທດ ມີຄວາມອົບອຸ່ນ, ຄົບຖ້ວນ ແລະສົມບູນທີ່ສຸດ”.

ບ່ອນອີງທາງດ້ານຈິດໃຈອັນໜັກແໜ້ນ

ຢູ່ Bentiu, ເພື່ອນຮ່ວມກອງ ເປັນຍາດຕິພີ່ນ້ອງ, ສ່ວນຢູ່ບ້ານເກີດເມືອງນອນ, ແນວຫຼັງ ເປັນບ່ອນອີງທາງດ້ານຈິດໃຈອັນໜັກແໜ້ນ. ບໍ່ວ່າຈະ ເປັນຜູ້ຊາຍ ຫຼື ຜູ້ຍິງ, ປະຕິບັດງານໄດ້ຫຼາຍປີ ຫຼື ເປັນຄັ້ງທໍາອິດທີ່ໄດ້ສະຫຼອງ, ຕ້ອນຮັບປີໃໝ່ຢູ່ຕ່າງປະເທດ, ການຍາດເວລາໂທຫາພໍ່ແມ່, ຜົວ, ເມຍ, ລູກນ້ອຍບາງຄັ້ງກໍ່ຖືກຕັດສາຍ, ສາຍຄ້າງຍ້ອນສັນຍານອິນເຕີແນັດ, ບາງຄັ້ງກໍ່ທັນອວດອ້າງວ່າ ຢູ່ທີ່ນີ້ກໍມີເຂົ້າຕົ້ມເຂົ້າໜົມ, ມີຮ້ານບູຊາປະເທດຊາດ, ມີດອກເໝີຍ, ດອກຄາຍທີ່ເຮັດດ້ວຍຜ້າໄໝ, ມີໜານຜັກຂຽວ, ຄ້າງໝາກບວບໝາກນອຍ... ໄດ້ກາຍເປັນຄວາມລື້ງເຄີຍແລ້ວ.

leftcenterrightdel
ຫ້ອຍຄໍາອວຍພອນປີໃໝ່ໃສ່ງ່າດອກຄາຍທີ່ເຮັດດ້ວຍຜ້າໄໝ ຢູ່ໂຮງໝໍກາງສະໜາມ ຂັ້ນ 2 ເລກ 7. ພາບ: ຮວ່າງຫວູ
leftcenterrightdel
ນໍາສະເໜີກັບເພື່ອນຮ່ວມງານຕ່າງປະເທດ ກ່ຽວກັບບຸນປີໃໝ່ປະຈໍາຊາດ ຫວຽດນາມ. ພາບ: ຮວ່າງຫວູ

ມີເວລາລົມກັນບຶດດຽວແຕ່ພັດເປັນຢາໃຈອັນລໍ້າຄ່າ. ຜ່ານໜ້າຈໍໂທລະສັບມືຖືນ້ອຍໆ, ສຽງລູກຊາຍເຊີນແມ່ກິນເຂົ້າ, ລູກສາວສົ່ງຮອບຈູບໃຫ້ພໍ່, ຄໍາຕັກເຕືອນຂອງແມ່ກ່ຽວກັບການກິນເຂົ້າປາອາຫານໃຫ້ຄົບຖ້ວນ, ສາຍຕາທີ່ເອກອ້າງທະນົງໃຈຂອງພໍ່, ຄໍາເວົ້າທີ່ໃຫ້ກຳລັງໃຈກັນໃຫ້ອຸ່ນອ່ຽນໃຈປະຕິບັດໜ້າທີ່ຂອງຜົວ, ຂອງເມຍ ໄດ້ເຮັດໃຫ້ໄລຍະທາງທີ່ຢູ່ຫ່າງໄກກັນໄດ້ໃກ້ຊິດກັນຫຼາຍຂຶ້ນ ຄືກັບວ່າ ຖືກບີບໃຫ້ແຄບລົງດ້ວຍຄວາມເປັນຫ່ວງເປັນໄຍ, ດ້ວຍຄໍາຢ້ຽມຢາມຖາມຂ່າວ, ຮັກແພງຫວງແຫນ. “ລູກອວຍພອນພໍ່ຈົ່ງມີສຸຂະພາບເຂັ້ມແຂງ, ປະຕິບັດສໍາເລັດໜ້າທີ່ ເພື່ອກັບຄືນປະເທດມາຢູ່ກັບແມ່ກັບລູກເດີ”, ບອນ - ຊື່ຫຼິ້ນຂອງນ້ອງ ຫງວຽນເຈື່ອງຢາງ ທີ່ສົ່ງໃຫ້ພໍ່ ພັນຕີ ຫງວຽນຮົ່ງຫວູ ແພດຊ່ຽວຊານດ້ານຮູບພາບບົ່ງມະຕິພະຍາດ ທີ່ໂຮງໝໍກາງສະໜາມ ຂັ້ນ 2 ເລກ 7.

ເຫດການວັດທະນະທໍາ

ໂດຍປະຕິບັດພາລະກໍາສັນຕິພາບ, ກໍາລັງຮັກສາສັນຕິພາບຫວຽດນາມ ຍັງເປັນທູດວັດທະນະທໍາ. ການຕ້ອນຮັບປີໃໝ່ບໍ່ພຽງແຕ່ເປັນວັນບຸນສະເພາະຂອງພະນັກງານ, ລັດຖະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 7 ເທົ່ານັ້ນ ຫາກຍັງເປັນເຫດການວັດທະນະທໍາສໍາລັບເພື່ອນຮ່ວມງານສາກົນອີກດ້ວຍ. ເຂົາເຈົ້າ ຮູ້ສຶກກະຕືລືລົ້ນ ເມື່ອເປັນຄັ້ງທໍາອິດທີ່ໄດ້ເຂົ້າຮ່ວມຄົ້ນຫາບັນຍາກາດບຸນປີໃໝ່ຂອງຫວຽດນາມ. “ອວຍພອນໂຮງໝໍກາງສະໜາມ ຂັ້ນ 2 ເລກ 7 ປະຕິບັດສໍາເລັດພາລະກໍາຂອງພວກສະຫາຍ ຢູ່ຊູດັງໃຕ້, ນໍາເອົາສັນຕິພາບມາໃຫ້ປະເທດນີ້. ສະຫຼອງບຸນປີໃໝ່ປະຈໍາຊາດ, ອວຍພອນ ເພື່ອນຮ່ວມງານຫວຽດນາມ ຂອງຂ້າພະເຈົ້າ”, ຄໍາອວຍພອນດັ່ງກ່າວ ແມ່ນ ພັນຕີ Stephen Tuwey (Kenya) ສັງກັດຂະແໜງຮັບປະກັນພະລາທິການຂອງເຂດ Unity ຂຽນໃສ່ເຈ້ຍສີແດງ ແລະເອົາມາຫ້ອຍໃສ່ງ່າດອກຄາຍທີ່ເຮັດດ້ວຍຜ້າໄໝ.

leftcenterrightdel
ພະນັກງານ, ລັດຖະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 7 ແລະເພື່ອນຮ່ວມງານຕ່າງປະເທດ ພ້ອມກັນຫໍ່ເຂົ້າຕົ້ມ. ພາບ: ຮວ່າງຫວູ
leftcenterrightdel
ແນະນໍາເພື່ອນຮ່ວມງານຕ່າງປະເທດ ຫໍ່ເຂົ້າຕົ້ມ. ພາບ: ຮວ່າງຫວູ

ໃນທ່າມກາງບັນຍາກາດຫ້ອງຮັບປະທານອາຫານຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 7, ບັນດາເພື່ອນຮ່ວມງານສາກົນ ໄດ້ສັງເກດນັກຮົບຮັກສາສັນຕິພາບຂອງຫວຽດນາມ ຫໍ່ເຂົ້າຕົ້ມ, ຄື: ດັ່ງການສະແດງສິລະປະທີ່ເຕັມໄປດ້ວຍຄວາມຈັບອົກຈັບໃຈ. ພັນຕີ Stephen Tuwey ຮ້ອງຂຶ້ນໝົດແຮງ ແລະຍົກເຂົ້າຕົ້ມທີ່ຕົນເອງຫາກໍ່ຫໍ່ສຳເລັດຂຶ້ນສູງດ້ວຍຄວາມເອກອ້າງທະນົງໃຈພາຍໃຕ້ການແນະນໍາຢ່າງສຸດໃຈຂອງເພື່ອນຮ່ວມງານຫວຽດນາມເພື່ອຖ່າຍຮູບເປັນທີ່ລະນຶກ. ພັນຕີ Pierre Fradettte (ການາດາ) ສັງກັດຂະແໜງຮັບປະກັນພາລະທິການຂອງເຂດ Unity ແບ່ງປັນວ່າ “ເຂົ້າຕົ້ມຫວຽດນາມ, ຖ້າມີແຕ່ເບິ່ງແມ່ນບໍ່ຍາກ ແຕ່ເມື່ອລົງມືຫໍ່ແລ້ວ ແມ່ນສິລະປະລ້ວນໆ”.

ໂດຍ: ໄຊຊະນະ