ເຮັດໃຫ້ສາຍພົວພັນລະຫວ່າງ ຫວຽດນາມ-ລາວ ເລິກເຊິ່ງກວ່າອີກ
ກປ.ອອນໄລ - ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີມ້າເມຍ 2026 ໃກ້ຈະວຽນມາ, ວັນທີ 6 ກຸມພາ, ທ່ານ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດລາວ ປະຈຳ ຈີນ ໄດ້ນຳໜ້າຄະນະຜູ້ແທນສະຖານທູດລາວ ປະຈຳປັກກິ່ງ ໄປຢ້ຽມຢາມ ແລະອວຍພອນປີໃໝ່ທ່ານ ຟ້າມແທັງບິ່ງ ເອກອັກຄະລັດຖະທູດ ພ້ອມດ້ວຍພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈຳ ຈີນ.