ກໍາລັງປະກອບອາວຸດ ລາວ ຢ້ຽມຢາມ, ອວຍພອນກຸດຫວຽດ ທະຫານຊາຍແດນແຂວງເງະອານ
ກປ.ອອນໄລ - ຕອນບ່າຍວັນທີ 5 ກຸມພາ, ຄະນະຜູ້ແທນກໍາລັງປະກອບອາວຸດ (ກອງບັນຊາການທະຫານ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງຊຽງຂວາງ ນໍາໂດຍທ່ານ ພົນຈັດຕະວາ ວັນທອງ ພົງສະຫວັນ ຫົວໜ້າການເມືອງກອງບັນຊາການທະຫານແຂວງຊຽງຂວາງ ແລະຄະນະຜູ້ແທນກອງບັນຊາການທະຫານແຂວງບໍລິຄໍາໄຊ ນໍາໂດຍທ່ານ ພັນເອກ ພິດາວັນ ພິມເຮືອງສີ ຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງ ໄດ້ມາອວຍພອນບຸນປີໃໝ່ປະຈໍາຊາດປີມະເມຍ 2026 ກອງບັນຊາການທະຫານຊາຍແດນແຂວງເງະອານ.
ຕ້ອນຮັບຄະນະມີທ່ານພັນເອກພິເສດ ເຈິ່ນດັງຄວາ ຮອງຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນແຂວງເງະອານ. ຕາງໜ້າກົມກອງ, ທ່ານພັນເອກພິເສດ ເຈິ່ນດັງຄວາ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ອາລົມຈິດອັນດີງາມຂອງກໍາລັງປະກອບອາວຸດສອງແຂວງຂອງລາວ ທີ່ໄດ້ສະຫຼະເວລາມາອວຍພອນບຸນປີໃໝ່ປະຈໍາຊາດຂອງຫວຽດນາມ.
    |
 |
|
ບັນຍາກາດທີ່ການຕ້ອນຮັບຄະນະຜູ້ແທນກໍາລັງປະກອບອາວຸດແຂວງຊຽງຂວາງ ມາອວຍພອນບຸນປີໃໝ່ປະຈໍາຊາດປີມະເມຍ 2026 ທີ່ກອງບັນຊາການທະຫານຊາຍແດນແຂວງເງະອານ. ພາບ: ເລແທກ. |
ທີ່ການຕ້ອນຮັບ, ການນໍາສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງແຕ່ລະທ້ອງຖິ່ນ; ພ້ອມທັງຕີລາຄາຜົນການປະສານສົມທົບກັນໃນໄລຍະຜ່ານມາ. ພົ້ນເດັ່ນແມ່ນໃນປີ 2025, ກອງບັນຊາການທະຫານຊາຍແດນແຂວງເງະອານ ແລະກອງບັນຊາການທະຫານແຂວງບໍລິຄໍາໄຊ ເປັນຄັ້ງທໍາອິດຈັດຕັ້ງການລາດຕະເວນສອງຝ່າຍຂັ້ນແຂວງ; ປະສານສົມທົບຢ່າງມີປະສິດທິຜົນໃນການປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ປ້ອງກັນ ແລະຕ້ານອາດຊະຍາກໍາ, ສະກັດກັ້ນການເຂົ້າອອກເມືອງຜິດກົດໝາຍ; ໂຄສະນາ, ຂົນຂວາຍປະຊາຊົນສອງຟາກຊາຍແດນປະຕິບັດຕາມກົດໝາຍ ແລະບັນດາສັນຍາ, ກົດລະບຽບຊາຍແດນຫວຽດນາມ-ລາວ ຢ່າງເຂັ້ມງວດ; ໜູນຊ່ວຍການຝຶກອົບຮົມວິຊາສະເພາະ, ງົບປະມານ, ວັດຖຸ, ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ຢູ່ເຂດຊາຍແດນ.
ໃນບັນຍາກາດທີ່ເຕັມໄປດ້ວຍຄວາມສາມັກຄີມິດຕະພາບ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນແລກປ່ຽນຂໍ້ມູນຂ່າວສານ, ຍົກສູງປະສິດທິພາບການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຕໍ່ສູ້ປ້ອງກັນ ແລະຕ້ານອາດຊະຍາກໍາ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຊາຍແດນໄວ້ຢ່າງໝັ້ນແກ່ນ; ພ້ອມກັນສ້າງຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ, ປະກອບສ່ວນເສີມສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດລະຫວ່າງຫວຽດນາມ ແລະລາວ, ລະຫວ່າງແຂວງເງະອານ ກັບແຂວງຊຽງຂວາງ ແລະບໍລິຄໍາໄຊ ນັບມື້ນັບແໜ້ນແຟ້ນ.
ຕາງໜ້າຄະນະກໍາລັງປະກອບອາວຸດສອງແຂວງຂອງລາວ ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ການເອົາໃຈໃສ່, ການໜູນຊ່ວຍຢ່າງແທດຈິງຂອງກອງບັນຊາການທະຫານຊາຍແດນແຂວງເງະອານ ແລະບັນດາຄ້າຍທະຫານຊາຍແດນ ທີ່ມີຕໍ່ກັບບັນດາກົມກອງປົກປັກຮັກສາຊາຍແດນຂອງລາວ; ພ້ອມທັງສົ່ງຄໍາອວຍພອນອັນດີງາມທີ່ສຸດມາຍັງພະນັກງານ, ນັກຮົບ ແລະຄອບຄົວທຸກຖ້ວນໜ້າຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ, ຢູ່ດີມີແຮງ ແລະຜາສຸກ.
ໂດຍ: ໄຊຊະນະ