ໄປຢ້ຽມຢາມ, ອວຍພອນບຸນເຕັດຢູ່ກອງບັນຊາການທະຫານເຂດ 4, ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ຮັບຮູ້, ຊົມເຊີຍບັນດາໝາກຜົນຮອບດ້ານ ເຊິ່ງ ຄະນະພັກ, ກອງບັນຊາການທະຫານເຂດ 4 ບັນລຸໄດ້ໃນໄລຍະຜ່ານມາ, ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ສ້າງເຂດປ້ອງກັນທີ່ນັບມື້ນັບໝັ້ນແກ່ນ.
    |
 |
|
ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ມອບຂອງຂວັນຂອງຄະນະພັກການທະຫານສູນກາງ-ກະຊວງປ້ອງກັນປະເທດ ໃຫ້ບັນດາອົງການທະຫານເຂດ 4. ພາບ: qdnd.vn |
ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ຮຽກຮ້ອງໃຫ້ທະຫານເຂດ 4 ເສີມຂະຫຍາຍກໍາລັງແຮງສັງລວມເພື່ອສ້າງກຳລັງບົ່ມຊ້ອມ ແລະທ່າສະໜາມປ້ອງກັນຊາດໃຫ້ນັບມື້ນັບໝັ້້ນແກ່ນ; ປະຕິບັດແຜນນະໂຍບາຍນໍານາຍທະຫານເປັນກໍາລັງຫຼວງລົງຢູ່ກອງບັນຊາການທະຫານຕາແສງ, ເຂດພິເສດເປັນຢ່າງດີ ເພື່ອເສີມຂະຫຍາຍບົດບາດເປັນກໍາລັງທະຫານຮັກສາການປ້ອງກັນຊາດ, ປ້ອງກັນຄວາມສະຫງົບແຕ່ຮາກຖານ.
ສໍາລັບໜ້າທີ່ຕ້ອນຮັບບຸນປີໃໝ່ປະຈໍາຊາດປີມະເມຍ 2026, ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ຮຽກຮ້ອງໃຫ້ກໍາລັງປະກອບອາວຸດທະຫານເຂດ 4 ຍົກສູງຈິດໃຈກຽມພ້ອມສູ້ຮົບ; ຈັດຕັ້ງວຽກງານພັກ, ວຽກງານການເມືອງເປັນຢ່າງດີ; ຮັບປະກັນພະລາທິການ, ການເງິນ, ເຕັກນິກຢ່າງຄົບຖ້ວນໃຫ້ແກ່ໜ້າທີ່ຕ່າງໆ; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ພະນັກງານ, ນັກຮົບກໍາລັງປະກອບອາວຸດທະຫານເຂດ 4 ຈະສືບຕໍ່ເສີມຂະຫຍາຍມູນເຊື້ອ, ສາມັກຄີ, ມານະພະຍາຍາມສູ້ຊົນ, ປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍໃນປີໃໝ່ຢ່າງດີເລີດ.
    |
 |
|
ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ມອບຂອງຂວັນຂອງຄະນະພັກການທະຫານສູນກາງ-ກະຊວງປ້ອງກັນປະເທດ ໃຫ້ກອງບັນຊາການທະຫານເຂດ 4. ພາບ: qdnd.vn |
ເນື່ອງໃນໂອກາດນີ້, ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ໄດ້ມອບຂອງຂວັນໃຫ້ກອງບັນຊາການ ແລະອົງການຂອງທະຫານເຂດ 4; ແຂວງເງະອານ, ຮ່າຕິງ; ກອງບັນຊາການທະຫານ, ຕໍາຫຼວດ, ກອງບັນຊາການທະຫານຊາຍແດນແຂວງເງະອານ ແລະຮ່າຕິງ.
* ຕອນບ່າຍວັນດຽວກັນ, ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ແລະຄະນະ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດອົງຄະນະພັກ, ອໍານາດການ ປົກຄອງ, ປະຊາຊົນ ແລະພະນັກງານ, ນັກຮົບກໍາລັງປະກອບອາວຸດແຂວງກວາງຈິ. ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ໄດ້ມອບຂອງຂວັນປີໃໝ່ໃຫ້ແຂວງກວາງຈິ ແລະບັນດາກົມກອງ: ກອງບັນຊາການຕໍາຫຼວດແຂວງ, ສະມາຄົມນັກຮົບເກົ່າແຂວງ; ຄະນະເສດຖະກິດ-ປ້ອງກັນຊາດ 337; ກອງພົນ 968 (ທະຫານເຂດ 4); 5 ກອງບັນຊາການປ້ອງກັນເຂດ (ກອງບັນຊາການທະຫານແຂວງກວາງຈິ).
    |
 |
|
ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ຢ້ຽມຢາມ, ອວຍພອນບຸນເຕັດຢູ່ທະຫານເຂດ 4. ພາບ: qdnd.vn |
ເນື່ອງໃນໂອກາດນີ້, ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ແລະບັນດາຜູ້ແທນ ໄດ້ມອບຂອງຂວັນບຸນເຕັດຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ; ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ, ສະຫະພັນໃຫຍ່ແຮງງານຫວຽດນາມ ໃຫ້ 100 ຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີ; 400 ຄອບຄົວທຸກຍາກ ແລະກໍາມະກອນ 300 ຄົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບໍລິເວນແຂວງກວາງຈິ.
* ຕອນເຊົ້າວັນດຽວກັນ, ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດພະນັກງານ, ນັກຮົບກອງບັນຊາການທະຫານແຂວງກວາງຈິ; ວາງພວງມາລາ, ຖະຫວາຍທູບທຽນອາໄລຫານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ເຂດອະນຸສາວະລີບ່ອນເສຍສະຫຼະຊີວິດຂອງຊາວໜຸ່ມຕະລຸມບອນ 16 ຄົນ (ເດືອນກັນຍາ 1972) ຢູ່ທ່າບັກລອງດ້າຍ.
ໂດຍ: ໄຊນີດາ