ທີ່ກົມເສນາທິການ, ທະຫານເຂດ 4, ບັນຍາກາດເຮັດວຽກໃນຊຸມມື້ສຸດທ້າຍຂອງປີເກົ່າ ໄດ້ດໍາເນີນໄປຢ່າງຮີບດ່ວນ ແລະຈິງຈັງ. ທ່ານພັນເອກ ທ່ຽວເຈື່ອງຢາງ, ພະນັກງານຫ້ອງສູ້ຮົບ ໃຫ້ຮູ້ວ່າ: “ຊ່ວງເວລາກ່ອນ, ໃນ ແລະຫຼັງບຸນເຕັດ, ຄວາມຮຽກຮ້ອງຕ້ອງການຕໍ່ກັບວຽກງານເປັນເສນາທິການສູ້ຮົບແມ່ນສູງທີ່ສຸດ, ແຜນການ, ເອກະສານທຸກສະບັບລ້ວນແຕ່ຕິດແທດກັບພຶດຕິກຳຕົວຈິງ, ຮັບປະກັນໃຫ້ບັນດາກົມກອງຮັກສາລະບອບກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ແກ້ໄຂທຸກກໍລະນີຢ່າງທັນການ. ພະນັກງານ, ພາລະກອນ ຈັດຕັ້ງການເວນຍາມຕະຫຼອດ 24 ຊົ່ວໂມງ,  ຮັບ ແລະປະຕິບັດຕາມຄໍາສັ່ງຢ່າງວ່ອງໄວ, ບໍ່ປະໃຫ້ຊັກຊ້າ ຫຼື ຕົກລົ່ນ".

leftcenterrightdel
ກອງບັນຊາການທະຫານແຂວງຮ່າຕິ້ງ ກວດກາການກຽມພ້ອມສູ້ຮົບ ທີ່ກອງພັນໃຫຍ່ 841. ພາບ: qdnd.vn

ເຂົ້າຮ່ວມຄະນະປະຕິບັດງານຂອງທະຫານເຂດ 4 ໄປກວດກາວຽກງານກຽມພ້ອມສູ້ຮົບຢູ່ບັນດາອົງການ, ກົມກອງທີ່ຂຶ້ນກັບ, ສາມາດເຫັນໄດ້ວ່າ ຈິດໃຈຄວາມຮັບຜິດຊອບໃນການເວນຍາມ ຍາມໃດກໍ່ໄດ້ຮັກສາຢູ່ໃນລະດັບສູງ. ບັນດາກົມກອງໄດ້ຊາບຊຶມຄໍາສັ່ງ, ເອກະສານຂອງທຸກຂັ້ນກ່ຽວກັບການກຽມພ້ອມສູ້ຮົບ, ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢ່າງເຂັ້ມງວດ; ເປັນເຈົ້າການສ້າງ, ກວດກາຄືນ, ດັບປັບວິທີການກຽມພ້ອມສູ້ຮົບໃຫ້ເໝາະສົມກັບຈຸດພິເສດຂອງແຕ່ລະບໍລິເວນ ແລະກົມກອງ. ວຽກງານຝຶກແອບການເຕືອນໄພ, ປະຕິບັດວິທີການສູ້ຮົບ, ການເຄື່ອນທີ່ຂອງກຳລັງ, ພາຫະນະ ແລະການກະກຽມອຸປະກອນສ່ວນຕົວໄດ້ຮັບການຈັດຕັ້ງຢ່າງເຄັ່ງຄັດ ແລະຖືກຕາມຂໍ້ກຳນົດ.

ທ່ານພັນເອກພິເສດ ຫງວຽນຈຸງແທັ່ງ, ຮອງຫົວໜ້າເສນາທິການທະຫານເຂດ 4 ເນັ້ນໜັກວ່າ: “ໃນໂອກາດບຸນປີໃໝ່ປະຈຳຊາດ ແມ່ນຈຸດເວລາທີ່ສະດຸ້ງໄວ, ຊ້ອນແຝງໄປດ້ວຍຫຼາຍປັດໄຈທີ່ສັບສົນ. ຍ້ອນເຫດນັ້ນ, ບັນດາກົມກອງຕ້ອງຮັກສາລະບອບເວນຍາມຢ່າງເຂັ້ມງວດ, ໂດຍສະເພາະແມ່ນການກຽມພ້ອມສູ້ຮົບ, ກູ້ໄພກູ້ຊີບ; ເພີ່ມທະວີການກວດກາ, ຄວບຄຸມຮັບປະກັນຄວາມປອດໄພເຂດນ່ານຟ້າ, ນ່ານທະເລ; ສົມທົບຢ່າງແໜ້ນແຟ້ນກັບບັນດາກໍາລັງ, ກໍາແໜ້ນສະພາບການໃນບໍລິເວນ, ເປັນເສນາທິການແກ້ໄຂທຸກກໍລະນີທີ່ເກີດຂຶ້ນຢ່າງທັນການ, ເດັດຂາດບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ”.

leftcenterrightdel
ຄ້າຍທະຫານຊາຍແດນບ້ານຢ່າງ, ກອງບັນຊາການທະຫານຊາຍແດນແຂວງຮ່າຕິ໊ງ ສົມທົບກັນລາດຕະເວນປົກປັກຮັກສາຫຼັກໝາຍຊາຍແດນ. ພາບ: qdnd.vn

ບໍ່ພຽງແຕ່ຢູ່ເຂດດິນຕໍ່ແຜ່ນເທົ່ານັ້ນ, ຢູ່ເຂດພິເສດ ໂກ່ນກໍ (ແຂວງກວາງຈິ), ພະນັກງານ, ນັກຮົບກອງພັນປະສົມເກາະ ໄດ້ຮັກສາລະບອບເວນຍາມກຽມພ້ອມສູ້ຮົບ, ຄຸ້ມຄອງ ແລະປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະທີ່ໄດ້ຮັບມອບໝາຍ. ທ່ານພັນຕີ ເລວັນຕ໋ຽນ, ພະນັກງານການເມືອງກອງພັນ ຢືນຢັນວ່າ: “ເຖິງວ່າ ຢູ່ຫ່າງໄກຈາກຄອບຄົວໃນໂອກາດບຸນເຕັດກໍ່ຕາມ, ແຕ່ພະນັກງານ, ນັກຮົບຍາມໃດກໍ່ມີຄວາມສາມັກຄີ, ອຸ່ນອ່ຽນໃຈປະຕິບັດໜ້າທີ່, ຕັດສິນໃຈຮັກສາອະທິປະໄຕ ເພື່ອໃຫ້ປະຊາຊົນຢູ່ເຂດດິນຕໍ່ແຜ່ນໄດ້ຕ້ອນຮັບບຸນເຕັດຢ່າງສະຫງົບສຸກ”.

ຢູ່ລຽບຕາມເສັ້ນຊາຍແດນ, ບັນດາທະຫານຊາຍແດນ ທັງຮັກສາລະບອບເວນຍາມກຽມພ້ອມສູ້ຮົບ, ທັງສົມທົບກັບທ້ອງຖິ່ນເພື່ອຈັດຕັ້ງການເຄື່ອນໄຫວແນໃສ່ເບິ່ງແຍງດູແລ ໃຫ້ພໍ່ແມ່ປະຊາຊົນໃນຍາມບຸນເຕັດ. ທີ່ຄ້າຍທະຫານຊາຍແດນບ້ານຢ່າງ (ກອງບັນຊາການທະຫານຊາຍແດນແຂວງຮ່າຕິ໊ງ), ພະນັກງານ, ນັກຮົບ ໄດ້ຕັ້ງໜ້າເຂົ້າຮ່ວມລາຍການ “ລະດູບານໃໝ່ຢູ່ເຂດຊາຍແດນ - ອົບອຸ່ນໃຈຊາວບ້ານ ປີ 2026” ດ້ວຍຫຼາຍກິດຈະກຳເຄື່ອນໄຫວທີ່ແທດຈິງ ມຸ່ງໄປເຖິງປະຊາຊົນ. ທ່ານພັນໂທ ຫງວຽນງອກເຊີນ, ຮອງຫົວໜ້າຄ້າຍທະຫານຊາຍແດນບ້ານຢ່າງ ໃຫ້ຮູ້ວ່າ: ໃກ້ຊິດຕິດແທດກັບປະຊາຊົນ, ຕິດແທດກັບໝູ່ບ້ານ, ດໍາເນີນການລາດຕະເວນໃນຊຸມວັນບຸນເຕັດ ທັງແມ່ນໜ້າທີ່, ທັງສະແດງໃຫ້ເຫັນນ້ຳໃຈຄວາມຮັກແພງ, ຄວາມຮັບຜິດຊອບຂອງທະຫານທີ່ມີຕໍ່ປະຊາຊົນ.

ໄປພ້ອມກັບການເຄື່ອນໄຫວເບິ່ງແຍງດູແລບຸນເຕັດໃຫ້ທະຫານ, ອັນລວມຂອງອົງການ, ກົມກອງກໍາລັງປະກອບອາວຸດທະຫານເຂດ 4 ແມ່ນນ້ຳໃຈສາມັກຄີ, ຄວາມເປັນເອກະພາບສູງ, ພະນັກງານ, ນັກຮົບ ເຮັດວຽກທັງກາງເວັນ ແລະກາງຄືນ ຍາມໃດກໍ່ຕິດແທດກັບໜ້າທີ່, ຕິດແທດກັບບໍລິເວນ,  ຮັກສາລະບຽບວິໄນ, ສົມທົບກັບທ້ອງຖິ່ນ ແລະກໍາລັງຕ່າງໆຢ່າງແໜ້ນແຟ້ນ, ພ້ອມທີ່ຈະແກ້ໄຂທຸກກໍລະນີ,  ຕັດສິນໃຈປົກປັກຮັກສາບໍລິເວນຢ່າງໜັກແໜ້ນ ເພື່ອໃຫ້ປະຊາຊົນໄດ້ຕ້ອນຮັບບຸນເຕັດ, ຕ້ອນຮັບລະດູບານໃໝ່ຢ່າງປອດໄພ ແລະສະຫງົບສຸກ.

ໂດຍ: ທູຈາງ