ເມື່ອກ່າວຄຳເຫັນທີ່ການພົບປະກັບບັນດາເອກອັກຄະລັດຖະທູດ ປະຈຳ ເຕເຮຣານ, ທ່ານລັດຖະມົນຕີການຕ່າງປະເທດ Abbas Araghchi ໃຫ້ຮູ້ວ່າ ອີຣານ ພ້ອມແລ້ວທີ່ຈະກັບຄືນສູ່ການເຈລະຈາ “ຢ່າງເຂັ້ມງວດ ແລະ ມີລັກສະນະສ້າງສັນ”, ດ້ວຍເງື່ອນໄຂ ວໍຊິງຕັນ ຕ້ອງສະແດງເຈດຕະນາດີຄ້າຍຄືກັນ. ໃນຂະນະນັ້ນ, ທ່ານ Ali Khamenei ການນຳສູງສຸດໄດ້ຮຽກຮ້ອງປະຊາຊົນໃຫ້ມີຄວາມສາມັກຄີກັນ ກ່ອນທີ່ດຳເນີນພິທີສະເຫຼີມສະຫຼອງການປະຕິວັດອິດສະລາມ ຄົບຮອບ 47 ປີ (1979-2026), ໃນສະພາບການຄວາມເຄັ່ງຕຶງກັບ ອາເມລິກາ ຍັງເພີ່ມຂຶ້ນ.

leftcenterrightdel
ຮາກຖານເສີມທາດ ຢູລານຽມ Natanz. ພາບ: AEOI

ໃນການຜັນແປທີ່ກ່ຽວຂ້ອງ, ທ່ານ Mohammad Eslami ຮອງປະທານາທິບໍດີ ທັງເປັນການນຳອົງການພະລັງງານປະລະມານູອີຣານ (AEOI) ໃຫ້ຮູ້ວ່າ ເຕເຮຣານ ອາດຈະພິຈາລະນາການຫຼຸດຜ່ອນປະລິມານ ຢູລານຽມ ທີ່ໄດ້ເສີມທາດໃນລະດັບ 60%, ເຊິ່ງເປັນລະດັບສູງກວ່າຫຼາຍ ເມື່ອທຽບໃສ່ເພດານ 3,67% ຕາມຂໍ້ຕົກລົງນິວເຄຼຍ ສະບັບປີ 2015, ຖ້າຫາກວ່າ ບັນດາມາດຕະການລົງໂທດສາກົນທັງໝົດ, ພິເສດແມ່ນຂອງ ອາເມລິກາ ໄດ້ຮັບການຍົກເລີກ.

ແຫຼ່ງຄັດຈາກ: vovworld.vn