ກ່າວຄໍາເຫັນທີ່ການຕ້ອນຮັບ ແລະເຮັດວຽກ, ທ່ານນາງ ຄຳເພົາ ເອີນທະວັນ ໄດ້ສະແດງຄວາມຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໃນຫວ່າງມໍ່ໆມານີ້ ແລະຊົມເຊີຍທ່ານ ດວ່ານມິງຮວນ ທີ່ໄດ້ເລືອກຕັ້ງເຂົ້າກົມການເມືອງ ສະໄໝທີ XIV, ໄດ້ເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນເລຂາພັກ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ.

ເນື່ອງໃນໂອກາດນີ້, ທ່ານນາງ ຄຳເພົາ ເອີນທະວັນ ໄດ້ສົ່ງຄຳອວຍພອນເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ (3-2-1930/03-02-2026) ແລະສົ່ງຄໍາອວຍພອນອັນດີງາມທີ່ສຸດຂອງຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດລາວ ມາຍັງຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ.

leftcenterrightdel
ທ່ານ ຮສຈ, ປອ ດວ່ານມິງຮວນ ແລະທ່ານນາງ  ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ. ພາບ: hcma.vn

ຕາງໜ້າພັກ, ລັດ ແລະປະຊາຊົນລາວ, ທ່ານນາງເອກອັກຄະລັດຖະທູດ ໄດ້ສ່ົງຄໍາຂອບໃຈອັນເລິກເຊິ່ງມາຍັງບັນດາຄູອາຈານ, ພະນັກງານສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ຍາມໃດກໍ່ເອົາໃຈໃສ່, ອຳນວຍຄວາມສະດວກໃຫ້ບັນດາພະນັກງານຂອງລາວ ທີ່ພວມຮໍ່າຮຽນ, ຄົ້ນຄວ້າຢູ່ທີ່ນີ້.

ຂອບໃຈຄໍາອວຍພອນອັນດີງາມຂອງທ່ານນາງເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ, ທ່ານ ຮສຈ, ປອ ດວ່ານມິງຮວນ ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ຢືນຢັນວ່າ ສິ່ງເຫຼົ່ານີ້ສະແດງອອກໃຫ້ເຫັນການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດຫວຽດນາມ-ລາວ,...

leftcenterrightdel
ທ່ານນາງ  ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈໍາຫວຽດນາມ ມອບດອກໄມ້ໃຫ້ທ່ານ ຮສຈ, ປອ ດວ່ານມິງຮວນ. ພາບ: hcma.vn
leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: hcma.vn

ທ່ານ ຮສຈ, ປອ ດວ່ານມິງຮວນ ເນັ້ນໜັກວ່າ ສະຖານທູດລາວ ປະຈໍາ ຫວຽດນາມ ແລະທ່ານນາງເອກອັກຄະລັດຖະທູດເອງ ສວມບົດບາດສໍາຄັນທີ່ສຸດ. ທ່ານ ຮສຈ, ປອ ດວ່ານມິງຮວນ ເຊື່ອໃໝັ້ນວ່າ ດ້ວຍບົດຮຽນ, ຄວາມສາມາດ ແລະຄວາມສຸດອົກສຸດໃຈໃນການເຄື່ອນໄຫວການທູດ, ທ່ານນາງເອກອັກຄະລັດຖະທູດ ຈະປະຕິບັດສໍາເລັດໜ້າທີ່ເຊິ່ງພັກ, ລັດລາວ ມອບໝາຍໃຫ້, ປະກອບສ່ວນປັບປຸງ ແລະຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່,  ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດລະຫວ່າງສອງປະເທດ.

ໂດຍ: ໄຊນີດາ