ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ໄດ້ເນັ້ນໜັກຄືແນວນັ້ນໃນເວລາໃຫ້ສຳພາດຕໍ່ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975 / 2 ທັນວາ 2025) ແລະວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 / 13 ທັນວາ 2025).
ນັກຂ່າວ: ຂໍຮຽນທ່ານນາງເອກອັກຄະລັດຖະທູດ, ໃນຕະຫຼອດໄລຍະ 50 ປີຜ່ານມາ, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ປະເທດລາວ ບັນລຸໄດ້ຜົນງານອັນໃຫຍ່ຫຼວງໃນພາລະກິດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດ. ຂໍທ່ານນາງເອກອັກຄະລັດຖະທູດ ໃຫ້ຮູ້ກ່ຽວກັບຜົນງານທີ່ພົ້ນເດັ່ນເຊິ່ງປະເທດລາວ ບັນລຸໄດ້?
ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ: ໂດຍຫ່າງຈາກນີ້ 50 ປີ, ໃນວັນທີ 2 ທັນວາ 1975, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ, ເປີດສັງກາດໃໝ່ທີ່ສຳຄັນໃນປະຫວັດສາດຂອງຊາດ. ເຫດການອັນສຳຄັນຍິ່ງນີ້ແມ່ນຜົນງານຂອງການຕໍ່ສູ້ທີ່ຫຍຸ້ງຍາກລຳບາກ, ການເສຍສະຫຼະ ແລະການສູນເສຍໃນຫຼາຍທົດສະວັດຂອງປະຊາຊົນລາວ ຫຼາຍລຸ້ນຄົນໃນສົງຄາມຕໍ່ສູ້ຕ້ານລັດທິຫົວເມືອງຂຶ້ນ, ຈັກກະພັດຜູ້ຮຸກຮານ, ເພື່ອແນໃສ່ຍາດເອົາເອກະລາດ, ເສລີພາບຄືນມາ ແລະສິດເປັນເຈົ້າຊະຕາກຳຂອງປະເທດ.
    |
 |
|
ທ່ານ ເລືອງເກື່ອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນການພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ເປັນສັກຂີພິຍານໃນພິທີລົງນາມ ແລະແລກປ່ຽນຈົດໝາຍສະແດງເຈດຈຳນົງລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດລາວ. ພາບ: qdnd.vn |
ໃນຕະຫຼອດໄລຍະ 50 ປີຜ່ານມາ, ພາຍໃຕ້ການນຳພາອັນປີຊາສາມາດ ແລະສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວບັນດາເຜົ່າ ໄດ້ສາມັກຄີກັນເປັນຈິດໜຶ່ງໃຈດຽວກັນຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ເສີມຂະຫຍາຍນ້ຳໃຈເອກະລາດ, ເປັນເຈົ້າຕົນເອງ, ຕັດສິນໃຈປະຕິບັດສຳເລັດສອງໜ້າທີ່ຍຸດທະສາດ ຄືການສ້າງສາ ແລະປົກປັກຮັກສາປະເທດຊາດ.
ພິເສດແມ່ນ, ພາຍຫຼັງເກືອບ 40 ປີແຫ່ງການປ່ຽນແປງໃໝ່, ປະເທດລາວ ບັນລຸໄດ້ຜົນງານອັນໃຫຍ່ຫຼວງ, ຮອບດ້ານຫຼາຍຢ່າງໃນທຸກຂົງເຂດ; ບົດບາດການນຳພາຂອງພັກປະຊາຊົນປະຕິວັດລາວ ສືບຕໍ່ໄດ້ຮັບການປັບປຸງ; ວຽກງານຂົນຂວາຍມະຫາຊົນໄດ້ຮັບການຜັນຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງ, ຕິດພັນກັບຂະບວນການຫຼຸດຜ່ອນຄວາມທຸກຍາກ, ສ້າງຄອບຄົວຕົວແບບ, ພັດທະນາຊົນນະບົດ, ປະກອບສ່ວນເຂົ້າໃນການເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ເປັນປຶກແຜ່ນແໜ້ນໜາ; ລະບົບອົງການລັດໄດ້ຮັບການປັບປຸງ, ບູລະນະ; ກົດໝາຍໄດ້ຮັບການປັບປຸງຢ່າງຄົບຊຸດ, ມຸ່ງໄປເຖິງການສ້າງລັດແຫ່ງອຳນາດກົດໝາຍປະຊາທິປະໄຕປະຊາຊົນ.
ສະພາບການດ້ານການເມືອງ-ສັງຄົມ ໄດ້ຮັບການຮັກສາຢ່າງມີສະຖຽນລະພາບ; ເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນ ໄດ້ຮັບການຮັບປະກັນ; ຂົງເຂດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ສືບຕໍ່ໄດ້ກໍ່ສ້າງໃຫ້ມີຄວາມເຂັ້ມແຂງ; ເສດຖະກິດ, ເຖິງວ່າໄດ້ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງກໍ່ຕາມ, ແຕ່ກໍ່ຍັງຮັກສາການເຕີບໂຕທີ່ໝັ້ນຄົງ; ຂົງເຂດວັດທະນະທຳ-ສັງຄົມມີຄວາມຄືບໜ້າຫຼາຍຢ່າງ, ການຫຼຸດຜ່ອນຄວາມທຸກຍາກບັນລຸໄດ້ໝາກຜົນຢ່າງຈະແຈ້ງ, ດັດຊະນີການພັດທະນາແຫຼ່ງຊັບພະຍາກອນມະນຸດໄດ້ຮັບການຍົກສູງຂຶ້ນເທົ່າທຽມກັບຂອງຫຼາຍປະເທດໄດ້ຫຼຸດພົ້ນອອກຈາກສະພາບການດ້ອຍພັດທະນາ. ການຮ່ວມມືກັບບັນດາປະເທດໃນພາກພື້ນ ແລະສາກົນໄດ້ຮັບການເປີດກ້ວາງ, ການພົວພັນກັບເພື່ອນມິດຍຸດທະສາດບັນລຸໄດ້ລະດັບສູງໃໝ່.
ນັກຂ່າວ: ຂໍຮຽນທ່ານນາງເອກອັກຄະລັດຖະທູດ, ໃນການພັດທະນາຂອງແຕ່ລະປະເທດ, ແມ່ນມີການຮ່ວມເດີນທາງ ແລະການຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດ, ທ່ານນາງເອກອັກຄະລັດຖະທູດ ຕີລາຄາຄືແນວໃດກ່ຽວກັບການຮ່ວມເດີນທາງຂອງຫວຽດນາມ ຕໍ່ລາວ ກໍ່ຄືສາຍພົວພັນລະຫວ່າງລາວ ແລະຫວຽດນາມ ໃນໄລຍະປະຈຸບັນ?
ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ: ສາມາດເວົ້າໄດ້ວ່າ ແຕ່ດົນນານມາແລ້ວ, ສອງຊາດລາວ ແລະຫວຽດນາມ ຍາມໃດກໍ່ມີນ້ຳສາມັກຄີທີ່ໝັ້ນແກ່ນໜຽວແໜ້ນ, ມີນ້ຳໃຈຮັກແພງ ແລະການຊ່ວຍເຫຼືອເຊິ່ງກັນແລະກັນ; ສາຍພົວພັນລະຫວ່າງລາວ-ຫວຽດນາມ ເປັນສາຍພົວພັນທີ່ຫາຍາກ, ໄດ້ຮັບການສ້າງຕັ້ງຈາກຄວາມເຄົາລົບ, ການເສຍສະຫຼະເລືອດເນື້ອ ແລະສະຕິປັນຍາ; ໄດ້ກາຍເປັນສາຍພົວພັນທີ່ເປັນແບບຢ່າງ, ສັດຊື່ບໍລິສຸດ, ຫາຍາກໃນການພົວພັນສາກົນ.
ໃນຕະຫຼອດໄລຍະ 50 ປີຜ່ານມາ, ເຖິງວ່າສະພາບການພາກພື້ນ ແລະໂລກມີການຜັນແປຢ່າງໄວວາ, ສັບສົນ, ພ້ອມກັບຜົນກະທົບຢ່າງໜັກໜ່ວງຈາກຄວາມບໍ່ໝັ້ນຄົງທາງດ້ານເສດຖະກິດ, ພະຍາດ ແລະການປ່ຽນແປງຂອງດິນຟ້າອາກາດ, ສອງປະເທດໄດ້ຢຶດໝັ້ນເພີ່ມພູນຄູນສ້າງ ແລະພັດທະນາສາຍພົວພັນຮ່ວມມືທີ່ເປັນມູນເຊື້ອ. ສາຍພົວພັນນີ້ ໂດຍປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ເປັນຜູ້ກໍ່ຕັ້ງ ແລະໄດ້ຮັບການສືບຕໍ່ຮັກສາ ແລະເສີມຂະຫຍາຍຈາກການນຳລຸ້ນຕໍ່ໄປຂອງສອງປະເທດຈົນມາເຖິງປະຈຸບັນ.
    |
 |
|
ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ. ພາບ: qdnd.vn |
ບົນພື້ນຖານທີ່ໜັກແໜ້ນດັ່ງກ່າວ, ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານກັບຫວຽດນາມ ນັບມື້ໄດ້ຮັບການປັບປຸງ, ເພີ່ມທະວີ ແລະພັດທະນາຢ່າງບໍ່ຢຸດຢັ້ງ, ນຳມາເຊິ່ງປະສິດທິຜົນໃນທຸກຂົງເຂດ. ການພົວພັນທາງດ້ານການເມືອງ ສືບຕໍ່ໄດ້ຮັບການປັບປຸງຢ່າງໜັກແໜ້ນ, ເປັນພື້ນຖານການກໍານົດທິດໃຫ້ແກ່ສາຍພົວພັນລະຫວ່າງສອງປະເທດ. ການນຳຂັ້ນສູງຂອງສອງປະເທດ ໄດ້ມີການຢ້ຽມຢາມ ແລະພົບປະເປັນປະຈຳເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສພາກພື້ນ ແລະສາກົນ, ເຊິ່ງສະແດງໃຫ້ເຫັນເຖິງຄວາມສະໜິດຕິດພັນ ແລະຄວາມໄວ້ເນື້ອເຊື່ອໃຈໃນລະດັບສູງ. ການຮ່ວມມືດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນັບມື້ນັບມີຄວາມສະໜິດຕິດພັນຢ່າງແໜ້ນແຟ້ນ, ເລິກເຊິ່ງ ແລະຮອບດ້ານ, ຮັບປະກັນສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນແຕ່ລະປະເທດ; ມີການສົມທົບກັນຢ່າງແໜ້ນແຟ້ນ ແລະມີປະສິດທິຜົນໃນເວທີປາໄສພາກພື້ນ ແລະສາກົນ, ຍົກສູງບົດບາດ ແລະອິດທິພົນຊື່ສຽງຂອງທັງລາວ ແລະຫວຽດນາມ ໃນການຮັກສາສັນຕິພາບຢູ່ພາກພື້ນ ແລະໃນໂລກ.
ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນໄດ້ຮັບຄວາມເອົາໃຈໃສ່, ຊຸກຍູ້ ແລະບັນລຸໄດ້ບາດກ້າວທີ່ຕັ້ງໜ້າ, ພື້ນຖານເສດຖະກິດຂອງສອງປະເທດນັບມື້ໄດ້ຮັບການພັດທະນາຢ່າງກວ້າງຂວາງ ແລະມີປະສິດທິຜົນ. ການຮ່ວມມືໃນຂົງເຂດການສຶກສາ-ບຳລຸງກໍ່ສ້າງ, ວັດທະນະທຳ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ ສືບຕໍ່ໄດ້ສຸມໃສ່ຍົກສູງທັງຄຸນນະພາບ ແລະປະລິມານ.
ລາວ ຈະສືບຕໍ່ເປີດກວ້າງການຮ່ວມມືຢ່າງຮອບດ້ານກັບຫວຽດນາມ, ພິເສດແມ່ນການຄ້າ, ການລົງທຶນ, ການເພີ່ມທະວີການເຊື່ອມຕໍ່ພື້ນຖານໂຄງລ່າງການຄົມມະນາຄົມເພື່ອແນໃສ່ເຊື່ອມຕໍ່ພື້ນຖານເສດຖະກິດຂອງສອງຝ່າຍອອກສູ່ຕະຫຼາດສາກົນ ແລະພາກພື້ນ, ປະກອບສ່ວນເຂົ້າໃນການພັດທະນາວັດທະນາຖາວອນ ແລະຍືນຍົງຂອງລາວ.
ໃນສະພາບການພາກພື້ນ ແລະສາກົນມີການຜັນແປທີ່ສັບສົນ, ລາວ ແລະຫວຽດນາມ ຕ້ອງສືບຕໍ່ສາມັກຄີກັນ, ຄຽງບ່າຄຽງໄຫຼ່, ໄວ້ເນື້ອເຊື່ອໃຈ ແລະສະໜັບສະໜູນເຊິ່ງກັນ ແລະກັນ, ສ້າງເງື່ອນໄຂສະດວກໃຫ້ຫຼາຍກວ່າເກົ່າເພື່ອພ້ອມກັນພັດທະນາບົນພື້ນຖານບັນດາຫຼັກການ ແລະຖະແຫຼງການຮ່ວມທີ່ສອງຝ່າຍໄດ້ຕົກລົງກັນ. ເຖິງວ່າສະພາບການພາກພື້ນ ແລະສາກົນຈະຜັນແປເປັນຄືແນວໃດກໍຕາມ, ແຕ່ລາວ ແລະຫວຽດນາມ ຍັງໃຫ້ບູລິມະສິດສູງສຸດຕໍ່ການຮັກສາ, ປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະເພີ່ມທະວີການພົວພັນສາມັກຄີພິເສດລະຫວ່າງສອງປະເທດ, ຖ່າຍທອດໃຫ້ຄົນລຸ້ນຫຼັງ.
ນັກຂ່າວ: ໃນສະພາບການທີ່ພາກພື້ນ ແລະໂລກມີການຜັນແປຢ່າງສັບສົນ, ຕາມທ່ານນາງເອກອັກຄະລັດຖະທູດແລ້ວ, ຫວຽດນາມ ແລະລາວ ຕ້ອງເຮັດຫຍັງແດ່ເພື່ອສືບຕໍ່ຮັກສາ, ເພີ່ມພູນຄູນສ້າງ ແລະພັດທະນາສາຍພົວພັນແບບພິເສດ ຫວຽດນາມ-ລາວ ຢ່າງແທດຈິງ, ນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນສອງປະເທດ?
ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ: ສາຍພົວພັນ ລາວ-ຫວຽດນາມ ເປັນສາຍພົວພັນແບບພິເສດໃນໂລກ, ໄດ້ສ້າງຂຶ້ນບົນພື້ນຖານເລືອດເນື້ອ, ເຫື່ອແຮງ ແລະສະຕິປັນຍາຂອງການນຳຮຸ່ນຕ່າງໆ ແລະປະຊາຊົນສອງປະເທດ. ໃນສະພາບແວດລ້ອມຂອງພາກພື້ນ ແລະໂລກມີການປ່ຽນແປງທີ່ສັບສົນ, ການແກ້ງແຍ້ງຍາດຊິງຍຸດທະສາດເພີ່ມຂຶ້ນ ແລະສິ່ງທ້າທາຍໃນທົ່ວໂລກ ນັບມື້ເລິກເຊິ່ງຂຶ້ນເລື້ອຍໆ, ການຮັກສາ ແລະເສີມຂະຫຍາຍຄຸນທາດ "ພິເສດ", "ຈົ່ງຮັກພັກດີ" ແລະ "ບໍລິສຸດຜຸດຜ່ອງ" ຂອງສາຍພົວພັນນີ້ແມ່ນມີຄວາມສໍາຄັນຍິ່ງກວ່າເວລາໃດໝົດ.
ຕາມຂ້າພະເຈົ້າແລ້ວ, ກ່ອນອື່ນໝົດ, ສອງພັກ, ສອງລັດ ຕ້ອງສືບຕໍ່ຮັກສານະໂຍບາຍສາມັກຄີແບບພິເສດລະຫວ່າງ ລາວ-ຫວຽດນາມ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ແລະແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳ. ນີ້ແມ່ນພື້ນຖານທີ່ໜັກແໜ້ນເພື່ອໃຫ້ສອງປະເທດພ້ອມກັນຜ່ານຜ່າສິ່ງທ້າທາຍ, ຮັກສາສະຖຽນລະພາບ ແລະການພັດທະນາແບບຍືນຍົງ.
ນອກຈາກນັ້ນ, ສອງຝ່າຍຕ້ອງສືບຕໍ່ຍົກສູງປະສິດທິຜົນການຮ່ວມມືຮອບດ້ານໃນທຸກຂົງເຂດ, ໂດຍສະເພາະແມ່ນດ້ານເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ, ການພົບປະແລກປ່ຽນປະຊາຊົນ ແລະການຮ່ວມມືລະຫວ່າງພາກພື້ນ. ການຮ່ວມມືທີ່ແທ້ຈິງໄດ້ນຳເອົາຜົນປະໂຫຍດມາໃຫ້ປະຊາຊົນ ຈະເປັນພື້ນຖານທີ່ສຳຄັນເພື່ອປັບປຸງສາຍພົວພັນພິເສດນີ້ໃນສະພາບແວດລ້ອມສາກົນທີ່ເຕັມໄປດ້ວຍການຜັນແປຫຼາຍຢ່າງ.
ອີກດ້ານໜຶ່ງ, ສອງຝ່າຍຕ້ອງເອົາໃຈໃສ່ຫຼາຍກວ່າຕໍ່ວຽກງານໂຄສະນາ ແລະສຶກສາອົບຮົມເພື່ອໃຫ້ຄົນຮຸ່ນໜຸ່ມສອງປະເທດເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະຫວັດສາດຂອງການສ້າງຕັ້ງ ແລະການພັດທະນາຂອງສາຍພົວພັນ ລາວ-ຫວຽດນາມ. ເມື່ອຄົນຮຸ່ນໜຸ່ມມີຄວາມເຂົ້າໃຈຢ່າງຄົບຖ້ວນກ່ຽວກັບຄວາມໝາຍ, ຄຸນຄ່າ ແລະຄວາມຮັບຜິດຊອບຂອງການຮັກສາສາຍພົວພັນພິເສດນີ້, ມັນຈະເປັນການຮັບປະກັນທີ່ແນ່ນອນທີ່ສຸດໃຫ້ແກ່ອະນາຄົດຂອງສອງປະເທດ.
ພ້ອມກັນນັ້ນ, ສອງຝ່າຍຕ້ອງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສພາກພື້ນ ແລະສາກົນ, ແລກປ່ຽນທັດສະນະກ່ຽວກັບສັນຕິພາບ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງ. ການຮ່ວມມືລະຫວ່າງລາວ ແລະຫວຽດນາມ ກ່ຽວກັບບັນຫາຍຸດທະສາດຈະປະກອບສ່ວນປົກປ້ອງຜົນປະໂຫຍດຮ່ວມກັນ ແລະຍົກສູງຖານະບົດບາດຂອງທັງສອງປະເທດ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ, ດ້ວຍພື້ນຖານປະຫວັດສາດທີ່ເລິກເຊິ່ງ, ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງທີ່ໜັກແໜ້ນ ແລະຄວາມຕັດສິນໃຈຂອງການນຳ ແລະປະຊາຊົນຂອງສອງປະເທດ, ສາຍພົວພັນລາວ-ຫວຽດນາມ ຈະສົດໃສ, ໝັ້ນຄົງເຂັ້ມແຂງ ແລະສືບຕໍ່ເປັນແບບຢ່າງຂອງນໍ້າໃຈມິດຕະພາບສາກົນ.
ນັກຂ່າວ: ຂໍຂອບໃຈທ່ານນາງເອກອັກຄະລັດຖະທູດ!
ໂດຍ: ຈາງຫງວຽນ