ການໂອ້ລົມສົນທະນາແນໃສ່ແລກປ່ຽນບົດຮຽນໃນການກໍ່ສ້າງ ແລະພັດທະນາວາລະສານໄອຍະການລະຫວ່າງອົງການໄອຍະການປະຊາຊົນສູງສຸດສອງປະເທດຫວຽດນາມ-ລາວ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຂອງຄະນະຜູ້ແທນອົງການໄອຍະການປະຊາຊົນສູງສຸດລາວ ໃນການປະຕິບັດງານຢູ່ຫວຽດນາມ ໃນລະຫວ່າງວັນທີ 20-24 ພຶດສະພາ.

ເຂົ້າຮ່ວມ ແລະເປັນປະທານການໂອ້ລົມສົນທະນາມີທ່ານ ຫງວຽນດຶ໊ກແຮ້ງ ຫົວໜ້າບັນນາທິການວາລະສານໄອຍະການ ແລະທ່ານ ບຸນທ່ຽງ ວິໄລວົງ ຮັກສາການຫົວໜ້າຫ້ອງການອົງການໄອຍະການປະຊາຊົນສູງສຸດລາວ.

leftcenterrightdel
ບັນຍາກາດທີ່ການໂອ້ລົມສົນທະນາ. ພາບ: baovephapluat.vn

ທີ່ການໂອ້ລົມສົນທະນາ, ວາລະສານໄອຍະການໄດ້ສະເໜີປະຫວັດຄວາມເປັນມາ, ໂຄງປະກອບການຈັດຕັ້ງກົງຈັກ, ພາລະບົດບາດ, ໜ້າທີ່ຂອງວາລະສານໄອຍະການປະຊາຊົນສູງສຸດ. ຕາມນັ້ນແລ້ວ, ວາລະສານໄອຍະການແມ່ນອົງການສື່ມວນຊົນຂອງຂະແໜງໄອຍະການປະຊາຊົນ, ແມ່ນກົມກອງພາລະກິດຂອງລັດຂຶ້ນກັບອົງການໄອຍະການປະຊາຊົນສູງສຸດ.

ຝ່າຍອົງການໄອຍະການປະຊາຊົນສູງສຸດລາວ ກໍ່ໄດ້ແນະນໍາໂດຍສັງເຂບກ່ຽວກັບໜ້າທີ່, ອຳນາດ ແລະໂຄງຮ່າງການຈັດຕັ້ງຂອງວາລະສານໄອຍະການປະຊາຊົນສູງສຸດລາວ.

ສອງຝ່າຍກໍ່ໄດ້ແຈ້ງໃຫ້ກັນຊາບ, ແລກປ່ຽນຫຼາຍເນື້ອໃນ, ບົດຮຽນໃນການກໍ່ສ້າງ ແລະພັດທະນາວາລະສານກ່ຽວກັບໂຄງຮ່າງການຈັດຕັ້ງ, ຄຸ້ມຄອງ, ບໍລິຫານ; ຖັນແຖວບຸກຄະລາກອນ, ບໍລິຫານ, ບັນນາທິການ, ການນໍາໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ເນື້ອໃນກ່ຽວກັບຂະແໜງໄອຍະການໃນສື່ສິ່ງພິມວາລະສານ; ແລກປ່ຽນກ່ຽວກັບຄວາມສະດວກ, ຄວາມຫຍຸ້ງຍາກໃນວຽກງານໂຄສະນາສື່ສານກໍ່ຄືທິດທາງພັດທະນາວາລະສານໃນອະນາຄົດ...

ໂດຍ: ເຈິ່ນຮວ່ຽນ