ການນໍາອົງການໄອຍະການປະຊາຊົນສູງສຸດຫວຽດນາມ ຕ້ອນຮັບຄະນະຜູ້ແທນຫ້ອງການອົງການໄອຍະການປະຊາຊົນສູງສຸດລາວ
ກປ.ອອນໄລ - ວັນທີ 21 ພຶດສະພາ 2024, ທ່ານ ຫງວຽນກວາງຢຸງ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຫ້ອງການອົງການໄອຍະການປະຊາຊົນສູງສຸດລາວ ທີ່ພວມມີການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານ ຫງວຽນກວາງຢຸງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບທ່ານ ບຸນທ່ຽງ ວິໄລວົງ ຮັກສາການຫົວໜ້າຫ້ອງການອົງການໄອຍະການປະຊາຊົນສູງສຸດລາວ ພ້ອມດ້ວຍຄະນະ ມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.
    |
 |
ທ່ານ ຫງວຽນກວາງຢຸງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດຫວຽດນາມ ຕ້ອນຮັບທ່ານ ບຸນທ່ຽງ ວິໄລວົງ ຮັກສາການຫົວໜ້າຫ້ອງການອົງການໄອຍະການປະຊາຊົນສູງສຸດລາວ. ພາບ: vksndtc.gov.vn |
ຕີລາຄາສູງຈຸດປະສົງຂອງການຢ້ຽມຢາມ ແລະເຮັດວຽກຂອງຄະນະປະຕິບັດງານຢູ່ຫວຽດນາມ ໃນຄັ້ງນີ້, ທ່ານ ຫງວຽນກວາງຢຸງ ໃຫ້ຮູ້ວ່າ ການສ້າງຕັ້ງ ແລະພັດທະນາບັນດາຫົວໜ່ວຍສື່ມວນຊົນໂຄສະນາ ແມ່ນມີຄວາມໝາຍສໍາຄັນທີ່ສຸດໃນການປະກອບສ່ວນຊ່ວຍປະຊາຊົນ ແລະສັງຄົມໃຫ້ມີຄວາມເຂົ້າໃຈ, ຮັບຮູ້ຢ່າງຄົບຖ້ວນ, ເລິກເຊິ່ງກ່ຽວກັບທີ່ຕັ້ງ, ບົດບາດ, ພາລະໜ້າທີ່ຂອງອົງການໄອຍະການປະຊາຊົນ ແລະພະນັກງານ, ໄອຍະກອນ, ຜູ້ສືບສວນໃນການຕໍ່ສູ້ຕ້ານອາດຊະຍາກຳ ແລະການລະເມີດກົດໝາຍ, ການປະກອບສ່ວນຂອງອົງການໄອຍະການປະຊາຊົນ ໃນການສ້າງສາ ແລະ ພັດທະນາປະເທດຊາດ; ຈາກນັ້ນ, ຍົກສູງຖານະບົດບາດ, ອິດທິພົນຊື່ສຽງ ແລະພາບພົດຂອງຂະແໜງໄອຍະການປະຊາຊົນຂຶ້ນຕື່ມ.
    |
 |
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: vksndtc.gov.vn |
ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານ ບຸນທ່ຽງ ວິໄລວົງ ໄດ້ສະແດງຄວາມຂອບໃຈການນຳອົງການໄອຍະການປະຊາຊົນສູງສຸດຫວຽດນາມ ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະ. ພ້ອມທັງໃຫ້ຮູ້ວ່າ ຈຸດປະສົງຂອງຄະນະຜູ້ແທນທີ່ມາຫວຽດນາມ ໃນຄັ້ງນີ້ແມ່ນເພື່ອຄົ້ນຄ້ວາ ແລະແລກປ່ຽນບົດຮຽນກ່ຽວກັບວຽກງານສ້າງ ແລະພັດທະນາຫົວໜ່ວຍສື່ມວນຊົນ, ໂຄສະນາໃນຂະແໜງໄອຍະການປະຊາຊົນ. ທ່ານ ບຸນທ່ຽງ ວິໄລວົງ ຫວັງວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ແລກປ່ຽນຄະນະປະຕິບັດງານ, ແບ່ງປັນປະສົບການໃນຫຼາຍຂົງເຂດວຽກງານ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງຂະແໜງໄອຍະການປະຊາຊົນສອງປະເທດເວົ້າສະເພາະ ແລະລະຫວ່າງພັກ, ລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ-ລາວ ເວົ້າລວມໃຫ້ນັບມື້ນັບພັດທະນາແບບຍືນຍົງ.
ໂດຍ: ທູຈາງ