ທ່ານ ຫງວຽນໂລກຮ່າ, ຮອງປະທານຜູ້ປະຈໍາການຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ; ທ່ານ ໄມທອງ ທຳມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ; ຜູ້ຕາງໜ້າຂອງກະຊວງການຕ່າງປະເທດຫວຽດນາມ ໄດ້ເຂົ້າຮ່ວມພິທີເປີດໂຄງການ.

leftcenterrightdel
ບັນຍາກາດທີ່ພິທີເປີດໂຄງການ. ພາບ: ສໍານັກຂ່າວສານຫວຽດນາມ.

ການນຳຂອງຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ສະແດງຄວາມເຊື່ອໝັ້ນວ່າ ຜ່ານວາລະປຶກສາຫາລືຫົວເລື່ອງສະເພາະ, ຄວາມຄິດເຫັນແລກປ່ຽນທີ່ແທດຈິງ, ການສຳຫຼວດສະພາບຕົວຈິງຢ່າງມີປະສິດທິຜົນ, ພະນັກງານເປັນການນໍາສູນກາງ ແລະທ້ອງຖິ່ນຂອງລາວ ຈະໄດ້ຮັບການສະໜອງບັນດາແງ່ມູມທີ່ຫຼາຍຮູບຫຼາຍແບບ, ຂໍ້ມູນທາບທາມທີ່ມີຄຸນຄ່າ, ປະກອບສ່ວນເຂົ້າໃນການໜູນຊ່ວຍການສ້າງນະໂຍບາຍທີ່ລະອຽດ ເພື່ອແນໃສ່ຫັນບັນດາເປົ້າໝາຍຍຸດທະສາດທີ່ພັກ, ລັດລາວ ວາງອອກໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໃຫ້ປະກົດຜົນເປັນຈິງ. ໂຄງການດັ່ງກ່າວກໍ່ເປັນຫຼັກຖານທີ່ມີຊີວິດຊີວາ ແລະເປັນມາດຕະການທີ່ແທດຈິງ ເພື່ອແນໃສ່ປະກອບສ່ວນເພີ່ມທະວີສາຍພົວພັນ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ” ລະຫວ່າງ ຫວຽດນາມ-ລາວ, ລາວ-ຫວຽດນາມ.

ເຫດການປະກອບສ່ວນຢືນຢັນບົດບາດທີ່ຕັ້ງໜ້າຂອງນະຄອນໂຮ່ຈີມິນ ໃນຖານະເປັນສູນເສດຖະກິດ-ການເງິນ, ນະວັດຕະກໍາແຖວໜ້າຂອງຫວຽດນາມ, ເປັນຂົວຕໍ່, ເປັນແນວໜ້າໃນການຮ່ວມມື, ພ້ອມແລ້ວທີ່ຈະຮ່ວມເດີນທາງກັບບັນດາທ້ອງຖິ່ນຂອງລາວ ໃນພາລະກິດພັດທະນາເສດຖະກິດ-ສັງຄົມ, ສ້າງສາປະເທດໃຫ້ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ; ຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງນໍ້າໃຈມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງຊາດ.

ໂດຍ: ຈາງຫງວຽນ