ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ນໍ້າໄຫຼແຮງ, ລ້ຽງດູປະຊາຊົນຫຼາຍຮ້ອຍຄົນຂອງ 6 ປະເທດໃນຫຼົ້ົ້ງແມ່ນ້ຳ, ພ້ອມທັງມີຄວາມຄາດຫວັງອັນດີງາມກ່ຽວກັບການພັດທະນາ ແລະຈະເລີນຮັ່ງມີຂອງພາກພື້ນ.

ໂດຍແມ່ນກົນໄກແຫ່ງການຮ່ວມມືພາກພື້ນແບບໃໝ່ໂດຍ 6 ປະເທດພ້ອມກັນແລກປ່ຽນ, ພ້ອມກັນກໍ່ສ້າງ ແລະພ້ອມກັນແບ່ງປັນ, ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງນັບແຕ່ສ້າງຕັ້ງມາຮອດປະຈຸບັນໄດ້ພັດທະນາກະໂດດຂັ້ນ, ຜ່ານໄລຍະ 10 ປີທີ່ເພີ່ມພູນຄູນສ້າງສົມເປັນ “ພື້ນຖານຄໍາ” ເພື່ອໃຫ້ບັນດາປະເທດໃນພາກພື້ນພ້ອມກັນພັດທະນາ, ນໍາເອົາຜົນປະໂຫຍດແທດຈິງມາໃຫ້ປະຊາຊົນບັນດາ ປະເທດ.

leftcenterrightdel
ທ່ານ He wei ເອກອັກຄະລັດຖະທູດຈີນ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ໂດຍແມ່ນພື້ນຖານສໍາຄັນເພື່ອພ້ອມກັນສົມທົບ, ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ກໍ່ສ້າງຮູບແບບອັນດີງາມກ່ຽວກັບການຮ່ວມແຮງຮ່ວມໃຈພັດທະນາ. ໃນໄລຍະ 10 ປີຜ່ານມາ, ຄວາມເຊື່ອໝັ້ນຍຸດທະສາດລະຫວ່າງຈີນ ແລະ 5 ປະເທດແມ່ນໍ້າຂອງໄດ້ຮັບການປັບປຸງ, ເລື່ອງກໍ່ສ້າງປະຊາຄົມແບ່ງປັນອະນາຄົດສອງຝ່າຍໄດ້ກວມເອົາຮອບດ້ານ, ເລືື່ອງກໍ່ສ້າງປະຊາຄົມແບ່ງປັນອະນາຄົດລະຫວ່າງບັນດາປະເທດແມ່ນໍ້າຂອງ - ແມ່ນໍ້າລ້ານຊ້າງ ໄດ້ຜັນຂະຫຍາຍຢ່າງໜັກແໜ້ນ, ສ້າງຄວາມໄວແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ “ແຕ່ລະມື້ໜຶ່ງພັດທະນາ, ແຕ່ລະເດືອນໜຶ່ງຜົນງານ, ແຕ່ລະປີໜຶ່ງລະດັບສູງໃໝ່”.

ວົງເງິນການຄ້າລະຫວ່າງຈີນ ແລະ 5 ປະເທດແມ່ນໍ້າຂອງປີ 2025 ລື່ນກາຍ 500 ຕື້ໂດລາສະຫະລັດ, ເພີ່ມຂຶ້ນກວ່າ 150% ເມື່ອທຽບໃສ່ຈຸດເລີ່ມຕົ້ນຂອງກົນໄກ, ມີເກືອບ 1.000 ໂຄງການ “ນ້ອຍແຕ່ງາມ” ໂດຍກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງໜູນຊ່ວຍພວມໄດ້ຜັນຂະຫຍາຍຢ່າງຟົດຟື້ນ, 6 ປະເທດຮ່ວມແຮງຮ່ວມໃຈປ້ອງກັນ, ຕ້ານອາດຊະຍາກໍາຂ້າມຊາດ, ຄື: ການຫຼິ້ນໄພ້, ຫຼອກລວງທາງອອນລາຍ ແລະບັນລຸໄດ້ໝາກຜົນຕ້ັງໜ້າຫຼາຍຢ່າງ, ພ້ອມຮັກສາສັນຕິພາບ ແລະຄວາມສະຫງົບຂອງພາກພື້ນ, ກໍ່ສ້າງສະພາວະການໃໝ່ໃຫ້ແກ່ການ ພັດທະນາຂອງພາກພື້ນ.

ໂດຍແມ່ນຂົວເຊື່ອມຕໍ່ຮ່ວມມືເພື່ອພ້ອມກັນແບ່ງປັນກາລະໂອກາດ, ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງໄດ້ເປີດແງ່ຫວັງອັນສົດໃສ ກ່ຽວກັບການ ພ້ອມກັນມີຜົນປະໂຫຍດ, ພ້ອມກັນຊະນະ. ບັນດາໂຄງການພື້ນຖານໂຄງລ່າງຄົມມະນາຄົມຄື ເສັ້ນທາງລົດໄຟຈີນ-ລາວ, ຈີນ-ໄທ ແລະເສັ້ນທາງດ່ວນພະນົມເປັນ-Sihanoukville ໄດ້ສ້າງ “ທາງຫຼວງຄໍາ”, ບັນດາໂຄງການເຊື່ອມຕໍ່ທາງລົດໄຟຈີນ-ຫວຽດນາມ ໄດ້ຊຸກຍູ້ຢ່າງໝັ້ນແກ່ນ, ເຄືອຂ່າຍຄົມມະນາຄົມຂອງຫຼົ້ົ້ງແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງນັບມື້ນັບໄດ້ປະຕິບັດໃຫ້ສົມບູນ.

ແຕ່ຖ້ຽວລົດໄຟດ່ວນສົ່ງສິນຄ້າສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເຄື່ອນໄຫວເປັນປົກກະຕິ, ຈົນເຖິງຮູບແບບດໍາເນີນທຸລະກິດໃໝ່ ຄື ການຊໍາລະຂ້າມຊາຍແດນ, ການຄ້າດີຈີຕອນພວມພັດທະນາ, ການເຊື່ອມຕໍ່ແບບຖາວອນ ແລະການເຊື່ອມຕໍ່ແບບມີພິກໄຫວ ແລະການຮ່ວມມືຕ່ອງໂສ້ຜະລິດ, ຕ່ອງໂສ້ສະໜອງເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ. ການຮ່ວມມືວິທະຍາສາດເຕັກໂນໂລຢີ ແລະນະວັດຕະກໍາມີບາດກ້າວພັດທະນາໃໝ່, ສູນຄົ້ນຄວ້າວິທະຍາສາດການເຄື່ອນໄຫວຂອງດາວ ຊາວໜຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ເປີດນໍາໃຊ້ຢູ່ມະຫາວິທະຍາໄລ Fudan ຈີນ, ກອງປະຊຸມເຈົ້າໜ້າທີ່ອາວຸໂສກໍ່ສ້າງແລວນະວັດຕະກໍາຢູ່ພາກພື້ນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງໄດ້ຈັດຕັ້ງສໍາເລັດຜົນ, ເພີ່ມພູນຄູນສ້າງແຫຼ່ງກໍາລັງແຮງໃໝ່ມຸ່ງໄປເຖິງອະນາຄົດໃຫ້ແກ່ການພັດທະນາຂອງພາກພື້ນ.

ແຂວງຢູນນານ ແລະບັນດາປະເທດບ້ານໃກ້ເຮືອນຄຽງໄດ້ພ້ອມຜັນຂະຫຍາຍໂຄງການຕ່າງໆ ຄືທົດລອງການຄຸ້ມຄອງສິ່ງແວດລ້ອມຊົນນະບົດ ແລະບໍາລຸງສ້າງຄວາມສາມາດຄຸ້ມຄອງ ແລະນໍາໃຊ້ແຫຼ່ງນໍ້າແບບຍືນຍົງ..., ກໍ່ສ້າງຮູບແບບກ່ຽວກັບການບໍາບັດສິ່ງແວດລ້ອມເພື່ອທະວີຄູນ ແລະເຜີຍແຜ່. 6 ປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຮ່ວມແຮງຮ່ວມໃຈຊຸກຍູ້ການຮ່ວມມືໃນຂົງເຂດແຫຼ່ງນໍ້າ, ພະລັງງານສະອາດ, ປົກປັກຮັກສາສິ່ງແວດລ້ອມນິເວດ, ຍູ້ໄວການກໍ່ສ້າງຕ່ອງໂສ້ການຜະລິດສີຂຽວ ແລະປ່ອຍອາຍພິດຕໍ່າໃນພາກພື້ນ...

ໄລ່ມາຮອດປະຈຸບັນ, ຈີນໄດ້ໜູນຊ່ວຍຫວຽດນາມ ຜັນຂະຫຍາຍກວ່າ 20 ໂຄງການຜ່ານກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ລວມຍອດເງິນສະສົມເກືອບ 9 ລ້ານໂດລາສະຫະລັດ, ໃນຂົງເຂດຕ່າງໆຄື ນໍ້າປະປາ, ການຄ້າຊາຍແດນ, ພື້ນຖານໂຄງລ່າງ, ການຜະລິດກະສິກໍາ ແລະບໍາລຸງສ້າງຄວາມສາມາດ...

ໝາກຜົນຂອງ 10 ປີແຫ່ງການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງມີຄຸນຄ່າອັນໃຫຍ່ຫຼວງ, ການຮ່ວມມືໃນ 10 ປີຈະມາເຖິງມີຄວາມຫວັງຫຼາຍ. ຢືນຢູ່ຈຸດເລີ່ມຕົ້ນໃໝ່, ຈີນ ກຽມພ້ອມກັບບັນດາປະເທດໃນຫຼົ້ງແມ່ນໍ້າ, ໃນນັ້ນມີ ຫວຽດນາມ, ສຸມກຳລັງແຮງສ້າງ “ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງລຸ້ນ 2.0” ສາມັກຄີ, ເປີດປະຕູ, ພ້ອມກັນມີຜົນປະໂຫຍດ, ພັດທະນາສີຂຽວ, ນະວັດຕະກໍາ, ສັນຕິພາບ, ຄວາມໝັ້ນຄົງ, ສືບຕໍ່ສະໜິດຕິດພັນພັດທະນາ, ຢຶດໝັ້ນຖືເອົາການປ່ຽນແປງໃໝ່ເປັນກໍາລັງແຮງ, ປັບປຸງພື້ນຖານມິດຕະພາບລະຫວ່າງປະຊາຊົນບັນດາປະເທດ, ເພີ່ມທະວີການພົວພັນຄູ່ຮ່ວມມືທີ່ສະໜິດສະໜົມກວ່າ ແລະສ້າງໝາກຜົນການຮ່ວມມືທີ່ມີຄຸນນະພາບສູງກວ່າ, ຫັນວິໄສທັດພັດທະນາຂອງ 6 ປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງໃຫ້ປະກົດຜົນເປັນຈິງ ແລະຍູ້ໄວການກໍ່ສ້າງປະຊາຄົມແບ່ງປັນອະນາຄົດເພື່ອສັນຕິພາບ ແລະວັດທະນາຖາວອນລະຫວ່າງບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.

ໂດຍ: ໄຊນີດາ