ສະແດງຄວາມຍິນດີຕ້ອນຮັບທ່ານ ຟ້າມມິງຈິ໊ງ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ, ທ່ານ ປູຕິນ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ເປັນເພື່ອນມິດທີ່ຈິງໃຈ ແລະຄູ່ຮ່ວມມືສຳຄັນຂອງລັດເຊຍ ຢູ່ພາກພື້ນອາຊີ-ປາຊີຟິກ; ຖືເປັນສຳຄັນການສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ ເລິກເຊິ່ງກວ່າອີກ. ພ້ອມທັງເນັ້ນໜັກວ່າ ລັດເຊຍ ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືກັບຫວຽດນາມ ໃນທຸກຂົງເຂດຢ່າງແຂງແຮງ; ລັດເຊຍ ປາດຖະໜາຢາກເປີດກວ້າງການຮ່ວມມືໃນຂົງເຂດໃໝ່, ເໝາະສົມກັບຄວາມຕ້ອງການພັດທະນາຂອງຫວຽດນາມ ແລະລັດເຊຍ ມີທ່າແຮງ, ຄື: ພະລັງງານໃໝ່, ການຫັນເປັນສີຂຽວ, ການຫັນເປັນດີຈີຕອນ, ສາທາລະນະສຸກ, ບໍາລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

leftcenterrightdel
 
leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານປະທານາທິບໍດີ ລັດເຊຍ ວາລາດີເມຍ ປູຕິນ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຟ້າມມິງຈິ໊ງ ຢືນຢັນວ່າ ພັກ, ລັດ ແລະລັດຖະບານຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສະຫະພັນລັດເຊຍ; ປາດຖະໜາຢາກພ້ອມກັບລັດເຊຍ ນັບມື້ນັບເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກວ່າອີກ, ເສີມຂະຫຍາຍມູນເຊື້ອອັນດີງາມທີ່ມີຢູ່ແລ້ວ, ຂຸດຄົ້ນຄວາມສາມາດບົ່ມຊ້ອນ ແລະທ່າໄດ້ປຽບຂອງແຕ່ລະປະເທດຢ່າງມີປະສິດທິຜົນ, ຊຸກຍູ້ການຮ່ວມມືບົນພື້ນຖານຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຮັບໃຊ້ເປົ້າໝາຍການພັດທະນາຂອງແຕ່ລະປະເທດ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ. ພ້ອມທັງເນັ້ນໜັກວ່າ ທ່ານປະທານາທິບໍດີ ປູຕິນ ເປັນເພື່ອນມິດໃຫຍ່, ມີການປະກອບສ່ວນອັນໃຫຍ່ຫຼວງແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ-ສະຫະພັນລັດເຊຍ, ຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບສະໜິດຕິດພັນ ແລະພັດທະນາ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພົບປະກັບທ່ານປະທານາທິບໍດີ ລັດເຊຍ ປູຕິນ. ພາບ: ສໍານັກຂ່າວສານຫວຽດນາມ

ສອງຝ່າຍໄດ້ເຫັນດີເປັນເອກະພາບສູງກ່ຽວກັບເລື່ອງຕ້ອງສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຜ່ານການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ໃນທຸກຊ່ອງທາງຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ, ທ້ອງຖິ່ນ, ວິສາຫະກິດ ແລະການພົບປະແລກປ່ຽນປະຊາຊົນ; ຮັກສາກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ໃນນັ້ນມີຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືດ້ານເສດຖະກິດ-ການຄ້າ ແລະວິທະຍາສາດ-ເຕັກນິກ, ພ້ອມທັງຄົ້ນຄວ້າ, ສ້າງຕັ້ງກົນໄກຮ່ວມມືໃໝ່.

ສອງຝ່າຍໃຫ້ຄຳໝັ້ນສັນຍາຍູ້ແຮງການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ, ສົ່ງເສີມ, ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດສອງປະເທດມາດຳເນີນທຸລະກິດ ແລະລົງທຶນ; ສຸມໃສ່ແກ້ໄຂສິ່ງກີດຂວາງກ່ຽວກັບລະບອບລະບຽບການ, ຂົນສົ່ງ; ມຸ່ງໄປເຖິງການຍົກສູງວົງເງິນການຄ້າສອງຝ່າຍຕາມທິດດຸ່ນດ່ຽງ ແລະຍືນຍົງ.

ສອງຝ່າຍໄດ້ກຳນົດການຮ່ວມມືດ້ານພະລັງງານ-ນ້ຳມັນອາຍແກັສ, ວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກໍາ, ພັດທະນາພື້ນຖານໂຄງລ່າງແມ່ນຂົງເຂດຈຸດສຸມທີ່ເໝາະສົມກັບຄວາມຕ້ອງການພັດທະນາຂອງແຕ່ລະປະເທດ.

ສອງຝ່າຍຖືວ່າຄວນເພີ່ມທະວີການຮ່ວມມືໃນຂົງເຂດເຕັກນິກການທະຫານ, ການປ້ອງກັນຄວາມສະຫງົບ, ວິທະຍາສາດ-ເຕັກໂນໂລຢີ; ເຫັນດີຄວນຍູ້ແຮງການພົບປະແລກປ່ຽນປະຊາຊົນ; ສ້າງເງື່ອນໄຂສະດວກກ່ຽວກັບການໄປມາໃຫ້ແກ່ພົນລະເມືອງຂອງສອງປະເທດ, ຜ່ານນັ້ນຊຸກຍູ້ການທ່ອງທ່ຽວ, ດຶງດູດນັກທ່ອງທ່ຽວລັດເຊຍ ມາຫວຽດນາມ ແລະນັກທ່ອງທ່ຽວຫວຽດນາມ ມາລັດເຊຍ ນັບມື້ນັບຫຼາຍຂຶ້ນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະການນໍາມະຫາວິທະຍາໄລວິທະຍາສາດ ແລະເຕັກໂນໂລຢີແຫ່ງຊາດ “MISIS” ພ້ອມກັບນັກສຶກສາຫວຽດນາມ. ພາບ: qdnd.vn

* ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 25 ມີນາ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມມະຫາວິທະຍາໄລວິທະຍາສາດ ແລະເຕັກໂນໂລຢີແຫ່ງຊາດ MISIS.

ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ສັນຍາລັກສຳຄັນຂອງການຮ່ວມມືລະຫວ່າງສອງປະເທດແມ່ນການສຶກສາ ແລະບໍາລຸງສ້າງ, ໃນນັ້ນ ລັດເຊຍ ຊ່ວຍເຫຼືອຫວຽດນາມ ບໍາລຸງສ້າງນັກສຶກສາຫຼາຍລຸ້ນຄົນ. ນັກສຶກສາຫວຽດນາມທີ່ດີເລີດຫຼາຍຄົນເຄີຍໄດ້ຮັບການບໍາລຸງສ້າງ ແລະເຕີບໃຫຍ່ຢູ່ມະຫາວິທະຍາໄລວິທະຍາສາດ ແລະເຕັກໂນໂລຢີແຫ່ງຊາດ MISIS. ຜ່ານນັ້ນທ່ານນາຍົກລັດຖະມົນຕີ ໄດ້ສົ່ງຄໍາຂອບໃຈມາຍັງໂຮງຮຽນ, ນັກສຶກສາຜ່ານໄລຍະຕ່າງໆທີ່ໄດ້ຊ່ວຍເຫຼືອນັກສຶກສາຫວຽດນາມ ໄດ້ຮັບການບໍາລຸງສ້າງ, ເຕີບໃຫຍ່ ແລະໄດ້ອຸທິດສ່ວນໃຫ້ປະເທດຫວຽດນາມ ໃນປະຈຸບັນ.

* ຕອນເຊົ້າວັນທີ 25 ມີນາ, ຢູ່ນະຄອນຫຼວງມົດສະກູ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ໃຫ້ການຕ້ອນຮັບຜູ້ຕາງໜ້າສະມາຄົມມິດຕະພາບ ລັດເຊຍ-ຫວຽດນາມ ແລະສະມາຄົມນັກຮົບເກົ່າລັດເຊຍ.

ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິ໊ງ ຂອບໃຈອາລົມຈິດ ແລະການສະໜັບສະໜູນ, ຊ່ວຍເຫຼືອອັນລໍ້າຄ່າ ທີ່ນັກຮົບເກົ່າ ແລະສະມາຊິກສະມາຄົມມິດຕະພາບ ລັດເຊຍ-ຫວຽດນາມ ສະຫງວນໃຫ້ແກ່ຫວຽດນາມ; ສະແດງຄວາມປາດຖະໜາວ່າ ສະມາຊິກສະມາຄົມມິດຕະພາບ ລັດເຊຍ-ຫວຽດນາມ, ສະມາຄົມນັກຮົບເກົ່າລັດເຊຍ ຈະສືບຕໍ່ຖ່າຍທອດໃຫ້ລຸ້ນໜຸ່ມເພື່ອເພີ່ມພູນຄູນສ້າງໃຫ້ສາຍພົວພັນຮ່ວມມືແບບພິເສດລະຫວ່າງສອງປະເທດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະຜູ້ຕາງໜ້າສະມາຄົມມິດຕະພາບ ລັດເຊຍ-ຫວຽດນາມ ທີ່ການຕ້ອນຮັບ. ພາບ: qdnd.vn

ສ່ວນຜູ້ຕາງໜ້າສະມາຄົມມິດຕະພາບ ລັດເຊຍ-ຫວຽດນາມ ແລະສະມາຄົມນັກຮົບເກົ່າລັດເຊຍ ສະແດງຄວາມປາດຖະໜາວ່າ ຄົນຮຸ່ນໜຸ່ມຂອງສອງປະເທດຈະສືບຕໍ່ຮັກສາ, ເສີມຂະຫຍາຍສາຍພົວພັນແບບພິເສດລະຫວ່າງລັດເຊຍ ແລະຫວຽດນາມ ເຊິ່ງລຸ້ນພໍ່ລຸ້ນອ້າຍໄດ້ທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງດ້ວຍເລືອດເນື້ອ. ສະມາຄົມມິດຕະພາບ ລັດເຊຍ-ຫວຽດນາມ, ສະມາຄົມນັກຮົບເກົ່າລັດເຊຍ ກໍ່ພວມຈັດຕັ້ງບັນດາການປະກວດໃຫ້ແກ່ຊາວໜຸ່ມ, ເຍົາວະຊົນອະນຸຊົນ ແນໃສ່ສົ່ງເສີມພວກນ້ອງຊອກຮູ້ກ່ຽວກັບການພົວພັນລະຫວ່າງລັດເຊຍ ແລະຫວຽດນາມ, ໃນນັ້ນມີການແຂ່ງຂັນຂຽນ, ແຕ້ມຮູບ...

* ກໍ່ໃນຕອນເຊົ້າວັນດຽວກັນ, ຢູ່ນະຄອນຫຼວງມົດສະກູ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ໃຫ້ການຕ້ອນຮັບທ່ານ Vladimir Petrovich Yevtushenkov, ປະທານກຸ່ມບໍລິສັດ  AFK Sistema - ກຸ່ມບໍລິສັດເອກະຊົນໃຫຍ່ທີ່ສຸດຢູ່ລັດເຊຍ ໃນປະຈຸບັນ; ຕ້ອນຮັບທ່ານ Belozerov Oleg Valentinovich ຜູ້ອຳນວຍການໃຫຍ່ບໍລິສັດລົດໄຟລັດເຊຍ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານ Vladimir Petrovich Yevtushenkov ປະທານກຸ່ມບໍລິສັດ  AFK Sistema. ພາບ: qdnd.vn

ທີ່ການຕ້ອນຮັບຕ່າງໆ, ທ່ານນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຊາບກ່ຽວກັບແຜນນະໂຍບາຍ, ແນວທາງຂອງຫວຽດນາມ ໃນການດຶງດູດການລົງທຶນຈາກຕ່າງປະເທດ ເພື່ອຮັບໃຊ້ເປົ້າໝາຍພັດທະນາ; ຄວາມຕ້ອງການຊອກຫານັກລົງທຶນທີ່ມີທ່າແຮງໃນຂົງເຂດທາງລົດໄຟຕົວເມືອງ, ລົດໄຟໃຕ້ດິນ ແລະທາງລົດໄຟລະຫວ່າງ ຫວຽດນາມ-ສະຫະພັນລັດເຊຍ ເພື່ອຮັບໃຊ້ເປົ້າໝາຍຍົກລະດັບການພົວພັນດ້ານເສດຖະກິດ, ການລົງທຶນ, ການຄ້າໃຫ້ເໝາະສົມກັບການພົວພັນດ້ານການເມືອງ, ການທູດທີ່ດີງາມລະຫວ່າງສອງປະເທດ.

ສ່ວນທ່ານ Vladimir Petrovich Yevtushenkov ແລະທ່ານ Belozerov Oleg Valentinovich ໃຫ້ຮູ້ວ່າ ພ້ອມແລ້ວທີ່ຈະຮ່ວມມືກັບຄູ່ຮ່ວມມືຫວຽດນາມ ເພື່ອຜັນຂະຫຍາຍໂຄງການຕາມຄວາມຕ້ອງການຂອງຫວຽດນາມ; ຖ່າຍທອດເຕັກໂນໂລຢີທາງລົດໄຟທີ່ກ້າວໜ້າ ແລະຊ່ວຍຫວຽດນາມ ບໍາລຸງສ້າງຊັບພະຍາກອນມະນຸດຮັບໃຊ້ການພັດທະນາຂະແໜງອຸດສາຫະກຳທາງລົດໄຟ...

* ກ່ອນໜ້ານັ້ນ, ວັນທີ 24 ມີນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມີການພົບປະກັບທ່ານ Sergey Shoigu ເລຂາສະພາຄວາມໝັ້ນຄົງ ສະຫະພັນລັດເຊຍ.

ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິ໊ງ ຢືນຢັນວ່າ ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນຍິ່ງໃນການຍົກລະດັບການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດໃນສະພາບການໃໝ່, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານ Sergey Shoigu ເລຂາສະພາຄວາມໝັ້ນຄົງ ສະຫະພັນລັດເຊຍ. ພາບ: qdnd.vn

ສ່ວນ ທ່ານ Sergey Shoigu ຢືນຢັນວ່າ ລັດເຊຍ ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ໃນການຮັບປະກັນຄວາມໝັ້ນຄົງດ້ານພະລັງງານໃນສະພາບການໂລກມີການຜັນແປຫຼາຍຢ່າງຄືໃນປະຈຸບັນ. ລັດເຊຍ ຍາມໃດກໍ່ປາດຖະໜາຢາກພັດທະນາຂົງເຂດຮ່ວມມືເຊິ່ງສອງຝ່າຍມີພື້ນຖານຢູ່ແລ້ວ, ສືບຕໍ່ເປີດກວ້າງບັນດາຂົງເຂດໃໝ່, ເໝາະສົມກັບເງື່ອນໄຂຂອງສອງຝ່າຍເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ, ຍົກລະດັບການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່.

* ຕອນບ່າຍວັນທີ 24 ມີນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ໄປຢ້ຽມຢາມ ແລະເຮັດວຽກກັບບໍລິສັດ Zarubezhneft - ຄູ່ຮ່ວມມືແຖວໜ້າຂອງຫວຽດນາມ ໃນຂົງເຂດນ້ຳມັນອາຍແກັສ.

ໂດຍ: ເຈິ່ນຮວ່ຽນ