leftcenterrightdel
ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ແນະນໍາປຶ້ມທີ່ເຂດວາງສະແດງຂອງຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ດ້ວຍຫົວຂໍ້ “ປຶ້ມເຊື່ອມຕໍ່ວັດທະນະທໍາ”, ງານບຸນປຶ້ມ ແລະວັດທະນະທໍາສາກົນ ຄັ້ງທີ VI ຢູ່ລາວ ບໍ່ພຽງແຕ່ຊ່ວຍສົ່ງເສີມ ແລະຊຸກຍູ້ການອ່ານປຶ້ມຂອງນັກຮຽນ, ນັກສຶກສາ ແລະຂອງທົ່ວສັງຄົມ, ເຫດການຍັງແມ່ນຂົວເຊື່ອມຕໍ່ດ້ານວັດທະນະທໍາ ແລະສ້າງຄວາມສະໜິດຕິດພັນໃນວົງຄະນະຍາດ.

ທີ່ງານບຸນປື້ມ ແລະວັດທະນະທໍາສາກົນ ຄັ້ງທີ VI ຢູ່ລາວ ປີນີ້, ສະຖານທູດຫວຽດນາມ ປະຈໍາ ລາວ ໄດ້ເປັນປະທານ, ສົມທົບກັບສຳນັກພິມຈຳໜ່າຍແຫ່ງຊາດລາວ ແລະສຳນັກພິມຈຳໜ່າຍ ບາງແຫ່ງຂອງຫວຽດນາມ ເຂົ້າຮ່ວມງານບຸນຄັ້ງທໍາອິດດ້ວຍ 3 ຮ້ານວາງສະແດງ, ແນະນໍາກວ່າປື້ມທີ່ໄດ້ແປເປັນສອງພາສາລາວ-ຫວຽດ 200 ຫົວ ກ່ຽວກັບຊີວິດປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະຫົວຂໍ້ການເມືອງ, ເສດຖະກິດ-ສັງຄົມ, ການສຶກສາ, ວິທະຍາສາດ-ເຕັກໂນໂລຢີ, ວັດທະນະທໍາ, ວິຈິດສິນ ແລະປື້ມສອນເປັນພາສາຫວຽດ.

leftcenterrightdel
ຜູ້ແທນຢ້ຽມຊົມເຂດວາງສະແດງປຶ້ມຂອງສະຖານທູດຫວຽດນາມ ປະຈໍາ ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ນີ້ແມ່ນກິດຈະກຳທາງການທູດດ້ານວັດທະນະທໍາ ບໍ່ພຽງແຕ່ແຜ່ຂະຫຍາຍພູມປັນຍາເທົ່ານ້ັນ, ຫາກຍັງສືບຕໍ່ເພີ່ມພູນຄູນສ້າງໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຫວຽດນາມ-ລາວ. ເນື່ອງໃນໂອກາດນີ້, ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ພ້ອມກັບຫົວໜ້າສຳນັກພິມຈຳໜ່າຍແຫ່ງຊາດລາວ ມອບປຶ້ມທີ່ລະນຶກກ່ຽວກັບປະທານໂຮ່ຈີມິິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ໃຫ້ແກ່ແຂກຖືກເຊີນ, ຢືນຢັນຄວາມສະໜິດຕິດພັນລະຫວ່າງຂະແໜງພິມຈໍາໜ່າຍສອງປະເທດຫວຽດນາມ-ລາວ.

ນີ້ກໍ່ແມ່ນການເຄື່ອນໄຫວຜັນຂະຫຍາຍເນື້ອໃນຈິດໃຈ “ຫຸ້ນສ່ວນຍຸດທະສາດ” ຂອງສາຍພົວພັນພິເສດຫວຽດນາມ-ລາວ ໃນສັງກາດໃໝ່. ຕາມແຜນການແລ້ວ, ງານບຸນປຶ້ມ ແລະວັດທະນະທໍາສາກົນ ຄັ້ງທີ VI ຢູ່ລາວ ປີນີ້ຈະປິດລົງໃນວັນທີ 15 ມີນາ 2026, ດ້ວຍຂອບຂະໜາດ 75 ຮ້ານວາງສະແດງ ແລະງານວາງສະແດງຂອງ 59 ຫົວໜ່ວຍເຂົ້າຮ່ວມ.

ຄາດວ່າ ເຫດການຈະດຶງດູດແຂກຢ້ຽມຊົມກວ່າ 20.000 ເທື່ອຄົນ, ປະກອບສ່ວນຊຸກຍູ້ວັດທະນະທໍາອ່ານ ແລະສ້າງສັງຄົມຮໍ່າຮຽນຕະຫຼອດຊີວິດຢູ່ລາວ.

ໂດຍ: ໄຊນີດາ