ໂຄງການ LELP 2026 ໂດຍໂຮງຮຽນນະໂຍບາຍສາທາລະນະ ແລະການຄຸ້ມຄອງ Fulbright ສົມທົບກັບຄູ່ຮ່ວມມືຫວຽດນາມ ແລະລາວ ຜັນຂະຫຍາຍ, ມຸ່ງໄປເຖິງການຍົກສູງກໍາລັງຄວາມສາມາດໃຫ້ແກ່ນັກວາງ​ແຜນນະໂຍບາຍ, ການນຳອົງການຄຸ້ມຄອງ ແລະວິສາຫະກິດລາວ ຜ່ານການເຂົ້າເຖິງບັນດາຮູບແບບການພັດທະນາທີ່ປະສົບຜົນສຳເລັດຂອງຫວຽດນາມ.

leftcenterrightdel
ຄະນະປະຕິບັດງານກະຊວງການຕ່າງປະເທດລາວ ແລະຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: daibieunhandan.vn

ທີ່ການເຮັດວຽກ, ທັງສອງຝ່າຍໄດ້ສຸມໃສ່ການແລກປ່ຽນປະສົບການກ່ຽວກັບການວາງ​ແຜນນະໂຍບາຍສາທາລະນະ, ກົນໄກລະດົມແຫຼ່ງກໍາລັງການລົງທຶນ ເພື່ອການພັດທະນາພື້ນຖານໂຄງລ່າງ, ກໍ່ຄືການກໍານົດທິດໃນການພັດທະນາການຜະລິດອຸດສາຫະກຳເຕັກໂນໂລຊີສູງ, ຊຸກຍູ້ການສ້າງຕັ້ງ ແລະການເຂົ້າຮ່ວມຢ່າງເລິກເຊິ່ງໃນລະບົບຕ່ອງໂສ້ການສະໜອງເຕັກໂນໂລຊີສູງ.

ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ຕີລາຄາສູງຕໍ່ຜົນງານຂອງກຸ່ມບໍລິສັດ Becamex, ພ້ອມທັງຖືວ່າ ນີ້ເປັນຮູບແບບທີ່ພົ້ນເດັ່ນທີ່ລາວ ສາມາດຄົ້ນຄວ້າ, ໝູນໃຊ້ເຂົ້າໃນສະພາບຕົວຈິງຢ່າງເໝາະສົມ.

ທ່ານ ໄມທອງ ທຳມະວົງສາ ກໍ່ໄດ້ສະແດງຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືກັບກຸ່ມບໍລິສັດ Becamex ໃນບັນດາຂົງເຂດການພັດທະນາພື້ນຖານໂຄງລ່າງ, ການບໍາລຸງສ້າງຊັບພະຍາກອນມະນຸດ ແລະການສ້າງພື້ນຖານເສດຖະກິດແບບຍືນຍົງ.

ໂດຍ: ຈາງຫງວຽນ