    |
 |
|
ທ່ານພົນເອກ ຟານວັນຢາງ ປະດັບຫຼຽນໄຊວິລະກໍາ ຊັ້ນ II ໃຫ້ກົມການເງິນ. ພາບ: ຈ້ອງຫາຍ. |
ກ່າວສູນທອນພົດທີ່ພິທີສະເຫຼີມສະຫຼອງ, ທ່ານພົນຕີ ຫງວຽນຮົ່ງເລິມ ຫົວໜ້າກົມການເງິນ ໃຫ້ຮູ້ວ່າ: ກ່ອນນີ້ 80 ປີ, ວັນທີ 25 ມີນາ 1946, ປະທານໂຮ່ຈີມິນ ໄດ້ເຊັນດໍາລັດສະບັບເລກທີ 34/SL ວ່າດ້ວຍການສ້າງຕັ້ງພະແນກຄຸ້ມຄອງ-ຈັດຕັ້ງການເງິນທໍາອິດຂອງກອງທັບປະຊາຊົນຫວຽດນາມ, ຕົ້ນກໍາເນີດຂອງກົມການເງິນ, ກະຊວງປ້ອງກັນປະເທດ ໃນປັດຈຸບັນ. ຈາກນັ້ນມາ, ວັນທີ 25 ມີນາ ໃນແຕ່ລະປີໄດ້ກາຍເປັນວັນມູນເຊື້ອຂອງຂະແໜງການເງິນກອງທັບ.
    |
 |
|
ບັນດາສະຫາຍການນໍາ, ອະດີດການນໍາກະຊວງປ້ອງກັນປະເທດ ແລະຜູ້ແທນເຂົ້າຮ່ວມພິທີສະເຫຼີມສະຫຼອງ. ພາບ: ຈ້ອງຫາຍ. |
ກ່າວຄໍາເຫັນທີ່ພິທີ, ທ່ານພົນເອກ ຟານວັນຢາງ ຍ້ອງຍໍຊົມເຊີຍບັນດາຜົນງານ, ວິລະກໍາທີ່ຂະແໜງການເງິນກອງທັບ ໄດ້ມານະພະຍາຍາມ, ສູ້ຊົນບັນລຸໄດ້ໃນໄລຍະ 80 ປີຜ່ານມາ. ພາຍໃຕ້ການນໍາພາ, ຊີ້ນໍາຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ຂະແໜງການເງິນກອງທັບ ຍາມໃດກໍເສີມຂະຫຍາຍຄຸນທາດທະຫານລຸງໂຮ່, ຜ່ານຜ່າທຸກຄວາມຫຍຸ້ງຍາກລໍາບາກ, ສິ່ງທົດສອບ, ເປັນເຈົ້າການໃນການເປັນເສນາທິການຜັນຂະຫຍາຍປະຕິບັດວຽກງານການເງິນ, ແຜນການລົງທຶນ, ເສດຖະກິດປ້ອງກັນຊາດຢ່າງມີປະສິດທິຜົນ, ຮັບປະກັນແຫຼ່ງກໍາລັງດ້ານການເງິນໃຫ້ແກ່ກອງທັບຢ່າງທັນການ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ສ້າງສາ ແລະປົກປັກຮັກສາປະເທດຊາດ.
    |
 |
|
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນຊີ້ນໍາ. ພາບ: ຈ້ອງຫາຍ. |
ເພື່ອເຮັດຫຼ້ອນພາລະໜ້າທີ່ໃນໄລຍະໃໝ່, ທ່ານລັດຖະມົນຕີ ຟານວັນຢາງ ຮຽກຮ້ອງໃຫ້ຂະແໜງການເງິນກອງທັບຊາບຊຶມຢ່າງເລິກເຊິ່ງ, ປະຕິບັດແຜນນະໂຍບາຍ, ການຊີ້ນໍາຂອງສູນກາງ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ ຢ່າງເຂັ້ມງວດ, ໂດຍສະເພາະແມ່ນການຊີ້ນໍາ “2 ຍຶດໝັ້ນ, 2 ຍູ້ແຮງ, 2 ສະກັດກັ້ນ”, ທິດນໍາ “5 ໝັ້ນຄົງ” ຂອງສະຫາຍເລຂາທິການໃຫຍ່ ໂຕເລິມ, ເລຂາຄະນະພັກການທະຫານສູນກາງ. ເປັນເຈົ້າການສ້າງ ແລະເສີມຂະຫຍາຍກົນໄກລະດົມແຫຼ່ງກໍາລັງທີ່ຖືກຕ້ອງຕາມກົດໝາຍ, ສົມທົບຢ່າງແໜ້ນແຟ້ນລະຫວ່າງເສດຖະກິດກັບການປ້ອງກັນຊາດ, ການປ້ອງກັນຊາດກັບເສດຖະກິດ, ຮັບປະກັນຢ່າງແທດຈິງ, ມີປະສິດທິຜົນ.
    |
 |
|
ທ່ານພົນຕີ ຫງວຽນຮົ່ງເລິມ ຫົວໜ້າກົມການເງິນ ກ່າວສູນທອນພົດທີ່ພິທີ. ພາບ: ຈ້ອງຫາຍ. |
ລະດົມ, ນໍາໃຊ້ແຫຼ່ງກໍາລັງດ້ານປ້ອງກັນຊາດຢ່າງມີປະສິດທິຜົນ; ໃຫ້ບຸລິມະສິດບັນດາໂຄງການຈຸດສຸມຂອງປະເທດ, ກອງທັບ. ປະຕິບັດຕາມຂັ້ນຕອນ ຈັດແບ່ງງົບປະມານ, ເບີກຈ່າຍ ແລະຊໍາລະງົບປະມານຢ່າງເຂັ້ມງວດ. ກໍ່ສ້າງຂະແໜງການເງິນກອງທັບ ປະຕິບັດ, ມີແບບແຜນ, ຍອດຢ້ຽມ, ທັນສະໄໝ, ກົມການເງິນ ໝັ້ນຄົງເຂັ້ມແຂງຮອບດ້ານ “ເປັນແບບຢ່າງ, ດີເດັ່ນ”, ເຮັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງດີເດັ່ນ.
ໂດຍ: ໄຊຊະນະ