ລາຍງານທີ່ກອງປະຊຸມ, ທ່ານນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີກະຊວງການເງິນລາວ, ຮອງປະທານຜູ້ປະຈໍາການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ໄດ້ຍົກອອກບັນດາຕົວເລກລະອຽດທີ່ມີລັກສະນະຄໍາໝັ້ນສັນຍາທາງດ້ານການເມືອງສູງລະຫວ່າງລາວ ກັບຫວຽດນາມ, ພ້ອມທັງໃຫ້ຮູ້ວ່າ ໃນສະພາບເສດຖະກິດໂລກຍັງປະສົບກັບສິ່ງທ້າທາຍຫຼາຍຢ່າງ, ລັດຖະບານຫວຽດນາມ ສືບຕໍ່ໃຫ້ບຸລິມະສິດພິເສດແກ່ລາວ.
    |
 |
|
ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີລາວ, ປະທານຄະນະກຳມະການຮ່ວມມືລາວ-ຫວຽດນາມ ກ່າວຄໍາເຫັນທີ່ ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ |
ກ່ຽວກັບການຮ່ວມມືດ້ານເສດຖະກິດ ແລະການລົງທຶນ, ທ່ານນາງ ພອນວັນ ອຸທະວົງ ໃຫ້ຮູ້ວ່າ ວົງເງິນການຄ້າສອງຝ່າຍລະຫວ່າງ ລາວ-ຫວຽດນາມ ຄາດວ່າຈະບັນລຸ 3 ຕື້ໂດລາສະຫະລັດ ໃນປີ 2025, ຮັກສາທ່າເຕີບໂຕຢ່າງໝັ້ນທ່ຽງ. ຫວຽດນາມ ສືບຕໍ່ເປັນນັກລົງທຶນແຖວໜ້າຢູ່ ລາວ ດ້ວຍ 276 ໂຄງການ, ຍອດເງິນທຶນຈົດທະບຽນບັນລຸລະດັບ 6,21 ຕື້ໂດລາສະຫະລັດ.
ທ່ານນາງຮອງລັດຖະມົນຕີກະຊວງການເງິນລາວ ຍັງຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການຈົ່ງຕັ້ງໜ້າກວ່າອີກໃນການສົມທົບກັບຄູ່ຮ່ວມມືຫວຽດນາມ ເພື່ອແກ້ໄຂຂໍ້ຕິດຂັດດ້ານລະບຽບການ, ສ້າງສະພາບແວດລ້ອມສະດວກທີ່ສຸດໃຫ້ວິສາຫະກິດຫວຽດນາມ ຜັນຂະຫຍາຍບັນດາໂຄງການທີ່ມີຄຸນນະພາບສູງ, ພິເສດແມ່ນໃນຂົງເຂດພະລັງງານທົດແທນ ແລະກະສິກຳເຕັກໂນໂລຢີສູງ.
    |
 |
|
ທ່ານ ຈັນທະພອນ ຄຳມະນີຈັນ ຫົວໜ້າຫ້ອງການຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ລາຍງານທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ກອງປະຊຸມ, ທ່ານ ຈັນທະພອນ ຄຳມະນີຈັນ ຫົວໜ້າຫ້ອງການຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ໄດ້ລາຍງານກ່ຽວກັບຄວາມຄືບໜ້າການຜັນຂະຫຍາຍສັນຍາການຮ່ວມມືໄລຍະ 2026-2030 ແລະຂໍ້ຕົກລົງແຜນການຮ່ວມມືປີ 2026 ລະຫວ່າງ ລາວ-ຫວຽດນາມ. ພ້ອມທັງໃຫ້ຮູ້ວ່າ ຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ຈະສືບຕໍ່ສຸມໃສ່ກວດກາຄືນ ເພື່ອແກ້ໄຂ “ຈຸດອຸດຕັນ” ໃນວິວັດການຜັນຂະຫຍາຍໂຄງການຊ່ວຍເຫຼືອຂອງລັດຖະບານຫວຽດນາມ ສະຫງວນໃຫ້ແກ່ລັດຖະບານລາວ, ສຸມໃສ່ໂຄງການທີ່ມີລັກສະນະເຊື່ອມຈອດຍຸດທະສາດ ແລະສ້າງກຳລັງໜູນໃຫ້ການເຕີບໂຕໃນ 5 ປີຕໍ່ໄປ.
    |
 |
|
ຍັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ |
ສ່ວນທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີລາວ ຮຽກຮ້ອງໃຫ້ການນຳບັນດາກະຊວງ, ຂະແໜງການ, ອໍານາດການປົກຄອງທ້ອງຖິ່ນໃນທົ່ວປະເທດລາວ ຕ້ອງຍົກສູງຈິດໃຈກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສົມທົບຢ່າງແໜ້ນແຟ້ນກັບຝ່າຍຫວຽດນາມ ເພື່ອຮັບປະກັນປະສິດທິຜົນຂອງບັນດາກິດຈະກໍາມິດຕະພາບ. ໃນສະພາບການໂລກຜັນແປສັບສົນຄືໃນປະຈຸບັນ, ທ່ານ ສະເຫຼີມໄຊ ກົມມະສິດ ຖືວ່າ ສອງປະເທດ ລາວ-ຫວຽດນາມ ຄວນຊຸກຍູ້ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປົກປັກຮັກສາເສັ້ນຊາຍແດນສັນຕິພາບ, ມິດຕະພາບ ແລະພັດທະນາແບບຍືນຍົງ, ສະກັດກັ້ນກົນອຸບາຍມ້າງເພທຳລາຍຄວາມສາມັກຄີລະຫວ່າງສອງປະເທດຂອງອິດທິກໍາລັງປໍລະປັກ.
ທ່ານ ສະເຫຼີມໄຊ ກົມມະສິດ ຍັງມອບໜ້າທີ່ໃຫ້ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ຕ້ອງແມ່ນຫົວເງື່ອນໃຈກາງ, ປະສານງານໃນການເຄື່ອນໄຫວຈາກສູນກາງລົງຮອດທ້ອງຖິ່ນ, ຮັບປະກັນໃຫ້ບັນດາເນື້ອໃນໃນຂໍ້ຕົກລົງແຜນການຮ່ວມມືປີ 2026 ລະຫວ່າງ ລາວ-ຫວຽດນາມ ຕ້ອງໄດ້ຮັບການຜັນຂະຫຍາຍນັບແຕ່ຊຸມເດືອນຕົ້ນປີ.
ໂດຍ: ທູຈາງ