ໂທລະເລກຊົມເຊີຍໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ
ກປ.ອອນໄລ - ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955 – 22 ມີນາ 2026), ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງໂທລະເລກຊົມເຊີຍເຖິງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.
    |
 |
|
ພາບປະກອບຈາກສໍານັກຂ່າວສານຫວຽດນາມ. |
ໃນໂທລະເລກຊົມເຊີຍມີຕອນຂຽນວ່າ: ໃນຕະຫຼອດໄລຍະປະຫວັດສາດ 71 ປີຜ່ານມາ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໄສຂອງພັກປະຊາຊົນປະຕິວັດລາວ, ປະເທດລາວ ຍາດໄດ້ຜົນງານສຳຄັນ, ຮອບດ້ານຫຼາຍຢ່າງໃນທຸກຂົງເຂດ; ຄວາມສະຖຽນລະພາບດ້ານການເມືອງສືບຕໍ່ໄດ້ຮັກສາໄວ້ຢ່າງໝັ້ນແກ່ນ, ການພັດທະນາເສດຖະກິດ - ສັງຄົມ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການປົວແປງ, ບົດບາດ, ທີ່ຕັ້ງຂອງລາວ ໄດ້ຮັບການຍົກສູງຢູ່ພາກພື້ນ ແລະໃນເວທີສາກົນຢ່າງບໍ່ຢຸດຢັ້ງ.
ພັກ, ລັດ ແລະປະຊາຊົນຫວຽດນາມ ສະໜັບສະໜູນພາລະກິດປ່ຽນແປງໃໝ່ຂອງລາວ ຢ່າງແຮງ ແລະຮອບດ້ານ ແລະຢືນຢັນວ່າ ຈະສືບຕໍ່ຮຽງບ່າຮຽງໄຫຼ່, ຮ່ວມເດີນທາງ ແລະສະຫງວນການສະໜັບສະໜູນສູງທີ່ສຸດໃຫ້ແກ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໃນວິວັດການຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XII ຢ່າງມີໄຊຂອງພັກປະຊາຊົນປະຕິວັດລາວ ແລະແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X; ສ້າງສາປະເທດ ສປປ ລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະວັດທະນາຖາວອນປະສົບຜົນສໍາເລັດ. ພັກກອມມູນິດຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ສົມທົບກັນກັບພັກປະຊາຊົນປະຕິວັດລາວ ຜັນຂະຫຍາຍບັນດາຖະແຫຼງການຮ່ວມ, ຂໍ້ຕົກລົງ, ສັນຍາທີ່ສອງພັກ, ສອງລັດຖະບານ ໄດ້ລົງນາມໃນບັນດາການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດໃນໄລຍະຜ່ານມາຢ່າງມີປະສິດທິຜົນ.
ເນື່ອງໃນໂອກາດນີ້, ບັນດາການນຳຂັ້ນສູງຫວຽດນາມ ກໍ່ໄດ້ສົ່ງຊໍ່ດອກໄມ້, ຈົດໝາຍຊົມເຊີຍເຖິງບັນດາການນຳຂັ້ນສູງຂອງລາວ.
ໂດຍ: ຈາງຫງວຽນ