ທີ່ການເຮັດວຽກ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລື, ແລກປ່ຽນເນື້ອໃນຈຸດສຸມ. ກ່ອນອື່ນໝົດແມ່ນແນະນຳບັນດາລະບຽບກົດໝາຍຂອງແຕ່ລະປະເທດທີ່ກ່ຽວຂ້ອງເຖິງການເຄື່ອນໄຫວໜູນຊ່ວຍດ້ານນິຕິກໍາທາງອາຍາ, ໃນນັ້ນສຸມໃສ່ບັນດາຂໍ້ກຳນົດຂອງກົດໝາຍວ່າດ້ວຍການໜູນຊ່ວຍດ້ານນິຕິກໍາທາງອາຍາຂອງຫວຽດນາມ, ຄາດວ່າຈະມີຜົນສັກສິດແຕ່ວັນທີ 1 ກໍລະກົດ 2026. ຄຽງຂ້າງນັ້ນ, ບັນດາຜູ້ແທນຍັງຕີລາຄາສະພາບການເຄື່ອນໄຫວໜູນຊ່ວຍດ້ານນິຕິກໍາທາງອາຍາຂອງສອງປະເທດ, ຕີລາຄາໝາກຜົນທີ່ບັນລຸໄດ້, ຄວາມຫຍຸ້ງຍາກ, ຂໍ້ຕິດຂັດທີ່ປະສົບກັບໃນວິວັດການປະຕິບັດ ແລະສະເໜີມາດຕາດຕະການຍົກສູງປະສິດທິຜົນການສົມທົບກັນໃນໄລຍະຈະມາເຖິງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: kiemsat.vn

ນອກຈາກນັ້ນ, ບັນດາຜູ້ແທນຍັງແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບລະບົບຊອບແວຄຸ້ມຄອງສໍາເນົາເອກະສານຮຽກຮ້ອງໜູນຊ່ວຍດ້ານນິຕິກໍາທາງອາຍາຂອງຫວຽດນາມ, ພ້ອມທັງຮັບຟັງຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະອາດຊະຍາກຳແບ່ງປັນປະສົບການສາກົນໃນການສ້າງ ແລະນຳໃຊ້ລະບົບຊອບແວ ເພື່ອຄຸ້ມຄອງຄະດີໃນຂົງເຂດໜູນຊ່ວຍດ້ານນິຕິກໍາທາງອາຍາ.

ດ້ວຍມູນເຊື້ອການຮ່ວມມືອັນດີງາມລະຫວ່າງຫວຽດນາມ-ລາວ ແລະຈິດໃຈເຮັດວຽກທີ່ມີຄວາມຮັບຜິດຊອບ, ເປີດເຜີຍ ແລະສ້າງສັນຂອງຜູ້ແທນ, ກອງປະຊຸມໄດ້ຮັບຄວາມຫວັງຈະບັນລຸໝາກຜົນແທດຈິງຫຼາຍຢ່າງ, ສືບຕໍ່ປະກອບສ່ວນເພີ່ມທະວີປະສິດທິຜົນການຮ່ວມມືລະຫວ່າງສອງປະເທດໃນການຕ້ານ ແລະສະກັດກັ້ນອາດຊະຍາກຳ, ພ້ອມກັນນັ້ນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນໃນການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ.

ໂດຍ: ທູຈາງ