leftcenterrightdel
ກອງປະຊຸມຄັ້ງປະຖົມມະເລິກຂອງ ສະພາແຫ່ງຊາດ ຊຸດທີ X ຂອງປະເທດ ສປປ ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ວັນທີ 23 ມີນາ 2026, ເນື່ອງໃນໂອກາດກອງປະຊຸມຄັ້ງປະຖົມມະເລິກຂອງ ສະພາແຫ່ງຊາດ ຊຸດທີ X ຂອງປະເທດ ສປປ ລາວ ເລືອກຕັ້ງທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ ຮັບດຳລົງຕຳແໜ່ງເປັນປະທານປະເທດ, ທ່ານ ສອນໄຊ ສີພັນດອນ ຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີ, ທ່ານ ໄຊສົມພອນ ພົມວິຫານ ດຳລົງຕຳແໜ່ງປະທານສະພາແຫ່ງຊາດ ແລະທ່ານນາງ ວຽງທອງ ສີພັນດອນ ດຳລົງຕຳແໜ່ງຮອງປະທານປະເທດ; ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ໄດ້ສົ່ງສານອວຍພອນໄປຍັງບັນດາການນຳຂັ້ນສູງຂອງລາວ.

ໃນສານອວຍພອນ, ບັນດາການນຳ ຫວຽດນາມ ຢັ້ງຢືນວ່າ ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອດບ້ານ ແລະຫຸ້ນສ່ວນຍຸດທະສາດຫວຽດນາມ - ລາວ ແມ່ນຊັບສິນລວມອັນລ້ຳຄ່າໂດຍການນຳລຸ້ນຕ່າງໆ ແລະປະຊາຊົນສອງປະເທດອອກເຫື່ອເທແຮງເພີ່ມພູນຄູນສ້າງ, ພ້ອມທັງ ເນັ້ນໜັກວ່າຈະສືບຕໍ່ປະສານສົມທົບກັບບັນດາການນຳລາວ ຢ່າງແໜ້ນແຟ້ນເພື່ອປັບປຸງ, ພັດທະນາການພົວພັນແບບພິເສດຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ, ຜ່ານນັ້ນ ປະກອບສ່ວນເຂົ້າສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ແລະໂລກ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ