ທີ່ການພົບປະ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ໄດ້ສົ່ງຄໍາອວຍພອນເຖິງທ່ານ ທອງສະຫວັນ ພົມວິຫານ ແລະບັນດາການນໍາຂັ້ນສູງຂອງລາວ ທີ່ໄດ້ຮັບການເລືອກຕັ້ງ ແລະອະນຸມັດ ໂດຍສະພາແຫ່ງຊາດ ຊຸດທີ X ໃນກອງປະຊຸມຄັ້ງທຳອິດ ຂອງສະພາແຫ່ງຊາດລາວ ຊຸດທີ X.

ທ່ານ ຫງວຽນມິງເຕິມ ເນັ້ນໜັກວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ສະໜັບສະໜູນຢ່າງແຂງແຮງຕໍ່ກິດຈະການປ່ຽນແປງໃໝ່ຢ່າງຮອບດ້ານຂອງລາວ ແລະຍາມໃດກໍ່ຄຽງບ່າຄຽງໄລ່, ຮ່ວມເດີນທາງ, ໃຫ້ການສະໜັບສະໜູນ, ບຸລິມະສິດສູງທີ່ສຸດແກ່ລາວ ໃນພາລະກິດການປົກປັກຮັກສາ, ສ້າງສາ ແລະພັດທະນາປະເທດ.

leftcenterrightdel
ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດລາວ ຕ້ອນຮັບທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຫງວຽນມິງເຕິມ ໄດ້ຂອບໃຈຢ່າງຈິງໃຈຕໍ່ກະຊວງການຕ່າງປະເທດລາວ ກໍຄືທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດລາວ ທີ່ໄດ້ຍາມໃດກໍ່ໃຫ້ການສະໜັບສະໜູນ, ສ້າງເງື່ອນໄຂ ໃຫ້ສະຖານທູດຫວຽດນາມ ປະຈຳລາວ ປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ຢ່າງດີເລີດ; ທ່ານ ຫງວຽນມິງເຕິມ ຢືນຢັນວ່າ ສະຖານທູດຫວຽດນາມ ປະຈຳລາວ ຈະສືບຕໍ່ມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນ, ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ປະສານງານຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງສອງພັກ, ສອງລັດ ກໍ່ຄືບັນດາສັນຍາ, ຂໍ້ຕົກລົງການຮ່ວມມືລະຫວ່າງສອງລັດຖະບານ ແລະແຜນການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງສອງປະເທດ, ໃນນັ້ນມີການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດຢ່າງມີປະສິດທິຜົນ.

ສ່ວນທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດລາວ ຢືນຢັນວ່າ ໃນຕຳແໜ່ງໃໝ່, ທ່ານຈະສືບຕໍ່ຊີ້ນຳກະຊວງການຕ່າງປະເທດ ແລະບັນດາອົງການທີ່ກ່ຽວຂ້ອງຜັນຂະຫຍາຍປະຕິບັດຂໍ້ຕົກລົງລະຫວ່າງການນໍາຂັ້ນສູງຂອງສອງພັກ, ສອງປະເທດຢ່າງມີປະສິດທິຜົນ; ແລກປ່ຽນທິດທາງ, ເນື້ອໃນການຮ່ວມມືທີ່ລະອຽດເພື່ອຜັນຂະຫຍາຍເນື້ອໃນ “ຫຸ້ນສ່ວນຍຸດທະສາດ”, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ ລາວ-ຫວຽດນາມ ນັບມື້ນັບເກີດດອກອອກຜົນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາໃນພາກພື້ນ ແລະໃນໂລກ.

ໂດຍ: ຈາງຫງວຽນ