ທ່ານ ເລວັນຖຸ້ຍ ຮອງປະທານສະມາຄົມຊາວຫວຽດນາມ ອາໄສຢູ່ລາວ ໃຫ້ຮູ້ວ່າ ດ້ວຍຖານະທີ່ເປັນຊາວຫວຽດນາມ ພວມດໍາລົງຊີວິດຢູ່ລາວ, ທ່ານ ແລະປະຊາຄົມຊາວຫວຽດນາມ ຢູ່ທີ່ນີ້ຕີລາຄາສູງການປ່ຽນແປງໃໝ່ຂອງສະພາແຫ່ງຊາດ ຊຸດທີ XV “ເພື່ອປະຊາຊົນ ແລະມຸ່ງເຖິງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ”, ພິິເສດແມ່ນການຜັນຂະຫຍາຍຂໍ້ສະຫຼຸບເລກທີ 12-KL/TW ຂອງກົມການເມືອງ ວ່າດ້ວຍວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດຢ່າງແຂງແຮງ.
    |
 |
|
ທ່ານ ເລວັນຖຸ້ຍ ຮອງປະທານສະມາຄົມຊາວຫວຽດນາມ ອາໄສຢູ່ລາວ ຕອບສໍາພາດຕໍ່ນັບຂ່າວ. ພາບ: ສໍານັກຂ່າວສານຫວຽດນາມ |
ຕາມທ່ານ ເລວັນຖຸ້ຍ ແລ້ວ, ສະພາແຫ່ງຊາດ ຊຸດທີ XV ໄດ້ສ້າງຂີດໝາຍດ້ານນິຍິບັດຍັດສໍາຄັນ ເມື່ອຮັບຮອງເອົາກົດໝາຍສະບັບຕ່າງໆ, ຄື: ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ), ກົດໝາຍວ່າດ້ວຍເຮືອນຢູ່ (ສະບັບປັບປຸງ), ເປີດກາລະໂອກາດໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຢ່າງມີຄວາມຍຸຕິທໍາ, ໃນນັ້ນມີປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ, ໃນການກໍາມະສິດເຮືອນຢູ່ ແລະສິດນໍາໃຊ້ທີ່ດິນຢູ່ບ້ານເກີດເມືອງນອນ. ນີ້ແມ່ນຂ່າວດີສຳລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.
ສະພາແຫ່ງຊາດ ຊຸດທີ XV ບໍ່ພຽງແຕ່ສືບຕໍ່ຮັກສາເທົ່ານັ້ນ ຫາກຍັງພັດທະນາການພົວພັນແບບພິເສດກັບສະພາແຫ່ງຊາດລາວ ຜ່ານການເຄືອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະການເປີດການນໍາໃຊ້ຫໍສະພາແຫ່ງຊາດລາວຫຼັງໃໝ່- ເຊິ່ງແມ່ນຂອງຂວັນຂອງພັກ, ລັດ ແລະປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະປະຊາຊົນລາວ.
ເພື່ອຊຸກຍູ້ການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆຂອງຫວຽດນາມ-ລາວ, ສະພາປະຊາຊົນແຂວງຕ່າງໆ ຄື ເງະອານ, ຮ່າຕິ໊ງ, ກວາງຈິ, ກອນຕູມ... ໄດ້ປະກາດໃຊ້ມະຕິສໍາຄັນສະບັບຕ່າງໆກ່ຽວການພັດທະນາເສດຖະກິດດ່ານຊາຍແດນ, ສ້າງເງື່ອນໄຂສະດວກໃຫ້ການຄ້າ, ການພົບປະແລກປ່ຽນ ແລະການໄປມາຫາສູ່ກັນຂອງພໍ່ແມ່ປະຊາຊົນຫວຽດນາມ ອາໄສຢູ່ ລາວ ກັບເມືອຢ້ຽມຢາມບ້ານ.
ທ່ານ ເລວັນຖຸ້ຍ ກໍ່ເນັ້ນໜັກໃນສັງກາດໃໝ່, ເມື່ອວິວັດການຫັນເປັນດີຈີຕອນ ແລະໂລກາພິວັດພວມດໍາເນີນຢ່າງແຂງແຮງ, ບັນດາສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນຊຸດໃໝ່ຕ້ອງເຂົ້າໃຈຢ່າງຈະແຈ້ງ ແລະຊຸກຍູ້ການພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ປະກອບສ່ວນຮັບປະກັນຮູບແບບອໍານາດການປົກຄອງທ້ອງຖິ່ນສອງຂັ້ນ ແລະກົງຈັກການບໍລິຫານກະທັດຮັດ ເຄື່ອນໄຫວຢ່າງມີປະສິດທິຜົນ.
ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ຍັງສະແດງຄວາມເຊື່ອໝັ້ນຕໍ່ບັນດາສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນ ຊຸດໃໝ່ຈະມີຈິນຕະນາການທົ່ວໂລກ, ເຂົ້າໃຈຄໍາໝັ້ນສັນຍາສາກົນຕ່າງໆຢ່າງຈະແຈ້ງ ກໍ່ຄືສາຍພົວພັນແບບພິເສດຫວຽດນາມ-ລາວ, ຈາກນັ້ນຊຸກຍູ້ນະໂຍບາຍໜູນຊ່ວຍວິສາຫະກິດ ແລະຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ລົງທຶນກັບເມືອປະເທດຢ່າງມີປະສິດທິຜົນ.
ໃນການພົວພັນແບບພິເສດຫວຽດນາມ-ລາວ, ທ່ານ ເລວັນຖຸ້ຍ ຖືວ່າ ການຮັກສາກົນໄກຕິດຕາມກວດກາຮ່ວມ ລະຫວ່າງສະພາແຫ່ງຊາດສອງປະເທດ ຕໍ່ກັບໂຄງການຈຸດສຸມ ຈະແມ່ນຮູບແບບຮ່ວມມືຢ່າງມີປະສິດທິຜົນໃນການທູດລັດຖະສະພາ. ຄຽງຂ້າງກັນນັ້ນ, ການເພີ່ມທະວີການເຄື່ອນໄຫວຂອງກຸ່ມສະມາຊິກລັດຖະສະພາ ກັບຄູ່ຮ່ວມມືຍຸດທະສາດຈະປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະແກ້ໄຂຮົ້ວກີດຂວາງດ້ານການຄ້າ.
ໂດຍ: ໄຊນີດາ