ປະກອບສ່ວນຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເສັ້ນຊາຍແດນ ຫວຽດນາມ - ລາວ
ກປ.ອອນໄລ - ຕອນບ່າຍວັນທີ 27 ກັນຍາ, ທີ່ຮ່າໂນ້ຍ, ທ່ານພັນເອກພິເສດ ໂດ໊ຫງອັກຕວານ, ຫົວໜ້າກົມດ່ານຊາຍແດນ, ກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ພົບປະເຈລະຈາກັບທ່ານພັນເອກ ສາຍສະໝິງ ສີວິໄລ ຮອງຫົວໜ້າກົມໃຫຍ່ສັນຕິບານ ທັງເປັນຫົວໜ້າກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ/ກະຊວງປ້ອງກັນຄວາມສະຫງົບລາວ.
    |
 |
ພັນເອກພິເສດ ໂດ໊ຫງອັກຕວານ ກ່າວຄໍາເຫັນທີ່ການພົບປະສອງຝ່າຍ. ພາບ: qdnd.vn |
    |
 |
ພັນເອກ ສາຍສະໝິງ ສີວິໄລ ກ່າວຄໍາເຫັນທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ສອງຝ່າຍຕີລາຄາວ່າເລື່ອງກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມໃຫຍ່ສັນຕິບານ/ກະຊວງປ້ອງກັນຄວາມສະຫງົບ ລາວ ເຊັນຂໍ້ຕົກລົງຮ່ວມມືໃນເດືອນທັນວາ 2021 ແມ່ນໜຶ່ງໃນບັນດາການເຄື່ອນໄຫວຕັ້ງໜ້າໃນການປະຕິບັດສັນຍາວ່າດ້ວຍກົດລະບຽບຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກລະຫວ່າງລັດຖະບານສອງປະເທດ, ປະກອບສ່ວນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເສັ້ນຊາຍແດນ ແລະຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ.
    |
 |
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ໃນໄລຍະຜ່ານມາ, ກໍາລັງກວດຄົນເຂົ້າ-ອອກເມືອງຂອງສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນເພື່ອປະຕິບັດເນື້ອໃນຂໍ້ຕົກລົງຮ່ວມມືໄດ້ເປັນຢ່າງດີ. ສອງຝ່າຍເຫັນດີເປັນເອກະພາບໃນໄລຍະຈະມາເຖິງຈະສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແກ້ໄຂບັນດາກໍລະນີເກີດຂຶ້ນຢ່າງມີປະສິດທິຜົນ, ບໍ່ໃຫ້ກຸ່ມຄົນບໍ່ດີສວຍໂອກາດຍຸແຫຍ່, ແບ່ງແຍກຄວາມສາມັກຄີ; ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານໂຄສະນາໃຫ້ຜູ້ໂດຍສານເຂົ້າອອກເມືອງ ແລະປະຊາຊົນໄປມາຜ່ານດ່ານຊາຍແດນກ່ຽວກັບການພົວພັນສາມັກຄີແບບພິເສດລະຫວ່າງສອງປະເທດ, ປະຕິບັດສັນຍາວ່າດ້ວຍກົດລະບຽບຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກລະຫວ່າງລັດຖະບານສອງປະເທດໃຫ້ເປັນຢ່າງດີ; ເປັນເຈົ້າການເປັນເສນາທິການໃຫ້ທຸກຂັ້ນສ້າງເງື່ອນໄຂຊ່ວຍເຫຼືອກັນໃນວຽກງານຝຶກແອບ, ບໍາລຸງວິຊາການຄຸ້ມຄອງດ່ານຊາຍແດນ, ຄຸ້ມຄອງການເຂົ້າ-ອອກເມືອງ; ເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນ, ແຮກສ່ຽວລະຫວ່າງບັນດາດ່ານຊາຍແດນ (ຫວຽດນາມ) ກັບບັນດາປ້ອມຕໍາຫຼວດດ່ານຊາຍແດນ (ລາວ)...
ໂດຍ: ໄຊຊະນະ