ໄລຍະ 2026-2030, ແຂວງຢາລາຍ ແລະ 4 ແຂວງພາກໃຕ້ຂອງລາວ ກໍານົດສືບຕໍ່ຊາບຊຶມ, ຍົກສູງຄວາມຮັບຮູ້ ແລະຄວາມຮັບຜິດຊອບຂອງພະນັກງານ, ພາລະກອນ, ລັດຖະກອນ ແລະປະຊາຊົນກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດລະຫວ່າງ ຫວຽດນາມ-ລາວ.

leftcenterrightdel
ແຂວງຢາລາຍ ລົງນາມການຮ່ວມມືກັບບັນດາແຂວງພາກໃຕ້ ຂອງລາວ. ພາບ: qdnd.vn

ເອົາ​ໃຈ​ໃສ່​ເປັນ​ພິ​ເສດເຖິງການໂຄສະນາຢ່າງກວ້າງຂວາງຜ່ານສື່ມວນຊົນ,  ຜ່ານການເຄື່ອນໄຫວການທູດປະຊາຊົນ, ການພົບປະແລກປ່ຽນດ້ານວັດທະນະທຳ-ສິລະປະ-ກິລາ, ແນໃສ່ປະກອບສ່ວນຮັກສາ ແລະແຜ່ຂະຫຍາຍນໍ້າໃຈມິດຕະພາບ, ສັດຊື່ບໍລິສຸດລະຫວ່າງສອງພັກ, ສອງລັດ ແລະສອງຊາດ ຫວຽດນາມ-ລາວ ເຊິ່ງການນຳສອງປະເທດໄດ້ທຸ້ມເທເຫື່ອແຮງເພີ່ມພູມຄູນສ້າງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ກ່າວຄຳເຫັນທີ່ກອງປະຊຸມ, ສະຫາຍ ຖ໋າຍດ້າຍຫງອກ, ກໍາມະການສູນກາງພັກ, ເລຂາພັກແຂວງຢາລາຍ  ສະເໜີໃຫ້ການນໍາສອງຝ່າຍສືບຕໍ່ເອົາໃຈໃສ່ຊີ້ນຳບັນດາອົງການ, ກົມກອງທີ່ກ່ຽວຂ້ອງເພີ່ມທະວີການສົມທົບ, ຜັນຂະຫຍາຍບັນດາເນື້ອໃນການຮ່ວມມືທີ່ໄດ້ລົງນາມຢ່າງຄົບຊຸດ ແລະມີປະສິດທິຜົນ. ໃນນັ້ນສຸມໃສ່ຍູ້ແຮງການເຊື່ອມຕໍ່ການແລກປ່ຽນການຄ້າ, ພັດທະນາໂລຈິດສະຕິກ ແລະສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວນຳເຂົ້າ-ສົ່ງອອກ; ເພີ່ມທະວີການຮ່ວມມືດ້ານກະສິກຳ, ເປັນຕົ້ນແມ່ນການປຸງແຕ່ງຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ; ຍົກສູງຄຸນນະພາບການຮ່ວມມືດ້ານການສຶກສາ, ບຳລຸງກໍ່ສ້າງ, ສາທາລະນະສຸກ, ພັດທະນາແຫຼ່ງຊັບພະຍາກອນມະນຸດ; ເປີດກວ້າງການພົບປະແລກປ່ຽນວັດທະນະທຳ, ພັດທະນາການທ່ອງທ່ຽວ; ພ້ອມທັງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາສະຖຽນລະພາບຢູ່ເຂດຊາຍແດນໃຫ້ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ…

ໂດຍ: ທູຈາງ