ຫວຽດນາມ ແລະລາວ ສົມທົບກັນປະຕິບັດວຽກງານຄຸ້ມຄອງດ່ານຊາຍແດນຢ່າງມີປະສິດທິຜົນ
ກປ.ອອນໄລ - ວັນທີ 26 ກັນຍາ, ທີ່ຮ່າໂນ້ຍ, ທ່ານພົນຕີ ເລດຶກຖ໊າຍ ຜູ້ບັນຊາການທະຫານຊາຍແດນ ໄດ້ຕ້ອນຮັບທ່ານພັນເອກ ສາຍສະໝິງ ສີວິໄລ ຮອງຫົວໜ້າກົມໃຫຍ່ສັນຕິບານ ທັງເປັນຫົວໜ້າກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ/ກະຊວງປ້ອງກັນຄວາມສະຫງົບລາວ ເນື່ອງໃນໂອກາດມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.
    |
 |
ພົນຕີ ເລດຶກຖ໊າຍ ຕ້ອນຮັບ ພັນເອກ ສາຍສະໝິງ ສີວິໄລ. ພາບ: qdnd.vn |
ທີ່ການຕ້ອນຮັບ, ທ່ານພົນຕີ ເລດຶກຖ໊າຍ ເນັ້ນໜັກວ່າ ປີ 2021, ກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມໃຫຍ່ສັນຕິບານ/ກະຊວງປ້ອງກັນຄວາມສະຫງົບ ລາວ ໄດ້ລົງນາມຂໍ້ຕົກລົງຮ່ວມມື ເພື່ອແນໃສ່ປະຕິບັດສັນຍາວ່າດ້ວຍກົດລະບຽບຊາຍແດນແຫ່ງຊາດລະຫວ່າງ ສສ ຫວຽດນາມ ແລະສປປ ລາວ. ນັບແຕ່ນັ້ນມາຮອດປັດຈຸບັນ, ສອງຝ່າຍໄດ້ສົມທົບກັນປະຕິບັດວຽກງານຄຸ້ມຄອງດ່ານຊາຍແດນ, ຄຸ້ມຄອງການເຂົ້າ-ອອກເມືອງຢ່າງມີປະສິດທິຜົນ, ຮັບປະກັນປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ການໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນແລະກັນໃນການສະກັດກັ້ນ ແລະຕ້ານພະຍາດໂຄວິດ-19, ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວເຂົ້າ-ອອກເມືອງຜ່ານບັນດາດ່ານຊາຍແດນ.
    |
 |
ພົນຕີ ເລດຶກຖ໊າຍ, ພັນເອກ ສາຍສະໝິງ ສີວິໄລ ແລະບັນດາຜູ້ແທນຖ່າຍຮູບລວມ. ພາບ: qdnd.vn |
ສ່ວນທ່ານພັນເອກ ສາຍສະໝິງ ສີວິໄລ ຂອບໃຈຕໍ່ການໜູນຊ່ວຍ, ຊ່ວຍເຫຼືອຂອງກອງບັນຊາການທະຫານຊາຍແດນຫວຽດນາມ ໃນໄລຍະຜ່ານມາ; ພ້ອມທັງຕີລາຄາສູງຕໍ່ການຮ່ວມມືຢ່າງແໜ້ນແຟ້ນ, ບົນຈິດໃຈສະຫາຍອ້າຍນ້ອງລະຫວ່າງສອງຝ່າຍ; ສະແດງຄວາມປາດຖະໜາວ່າການຮ່ວມມືນີ້ຈະສືບຕໍ່ໄດ້ຮັບການເພີ່ມທະວີກວ່ານີ້ອີກໃນໄລຍະຈະມາເຖິງ, ຜ່ານນັ້ນຮັບປະກັນການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນສອງປະເທດ.
ໂດຍ: ໄຊຊະນະ